Header Ads

ປູກກາເຟ ຂາຍເປັນສິນຄ້າສ້າງລາຍຮັບສູ່ຄອບຄົວປີໜຶ່ງຫຼາຍສິບລ້ານກີບ



ຄອບຄົວ ທ່ານ ບຸນກ້ວຍ ມະນີວົງ ບ້ານຈຸນລາ ເມືອງທ່າແຕງ ແຂວງເຊກອງ, ເປັນຄອບຄົວໜຶ່ງໃນຫຼາຍໆຄອບຄົວຕົວແບບໃນການປູກກາເຟເປັນສິນຄ້າ, ທ່ານໄດ້ເລົ່າສູ່ຟັງວ່າ: ຕົກມາຮອດປີ 2001 ໂດຍອີງໃສ່ແນວທາງນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າຂອງພັກ – ລັດຖະບານ ແລະ ການຊີ້ນຳໆພາຢ່າງໃກ້ຊິດ – ຕິດແທດຈາກອຳນາດການປົກຄອງທ້ອງຖິ່ນ ບວກໃສ່ພື້ນຖານການນຳໃຊ້ທ່າແຮງກັບທີ່ເປັນຕົ້ນແມ່ນເນື້ອທີ່ດິນ ແລະ ຄວາມເໝາະສົມຂອງດິນ, ພາຍຫຼັງທີ່ມີໂຄງການປູກກາເຟຄຸນນະພາບໃຫ້ການສະໜັບສະໜູນ ( ສະໜອງເບ້ຍກາເຟ ແລະ ຝຸ່ນ ) ຕົນເອງ ແລະ ຄອບຄົວຈຶ່ງໄດ້ຕັດສິນໃຈຈົກເງິນທີ່ມີຢູ່ພາຍໃນຄອບຄົວ 9 ລ້ານກວ່າກີບ ເພື່ອບຸກເບີກ, ປັບປຸງເນື້ອທີ່ດິນປູກໝາກກາເຟເປັນສິນຄ້າ ເພື່ອສ້າງລາຍໄດ້ເພີ່ມເຂົ້າໃນຄອບຄົວ ເຊິ່ງໃນເບື້ອງຕົ້ນໄດ້ທົດລອງປູກໃນເນື້ອທີ່ 5 ເຮັກຕາ ຕໍ່ມາໄດ້ຂະຫຍາຍເນື້ອທີ່ການຜະລິດຕື່ມອີກ ເພາະເຫັນວ່າການປູກໝາກກາເຟມີລາຍໄດ້ດີ.
ມາເຖິງປັດຈຸບັນໄດ້ມີເນື້ອທີ່ປູກທັງໝົດ 7 ເຮັກຕາ, ສະເລ່ຍການນໍາໃຊ້ຕົ້ນທຶນບົວລະບັດປົກປັກຮັກສາເຮັກຕາ 1 ປະມານ 3 – 4 ລ້ານກີບຕໍ່ປີ, ເມື່ອເຮົາເກັບໄປຂາຍແລ້ວໄດ້ປະມານ 20 ລ້ານກວ່າກີບ ຖືວ່າໄດ້ຮັບຜົນດີ ແລະ ວິທີການບົວລະບັດຮັກສາກໍ່ບໍ່ຍາກຄືກັບພືດອື່ນໆ; ໄລຍະການປູກໃນເບື້ອງຕົ້ນໃຊ້ເວລາ 2 – 3 ປີກໍ່ສາມາດເລີ່ມເກັບກູ້ຜົນຜະລິດໄປຂາຍໄດ້ ແລະ ປີຕໍ່ໆມາກໍ່ສາມາດເກັບກູ້ຜົນຜະລິດໄດ້ທຸກໆປີ.
ໃນການຂາຍແມ່ນ 1 ກິໂລຕໍ່ 5 ຫາ 6 ພັນກີບ, ເຊິ່ງຈະສົ່ງໃຫ້ແມ່ຄ້າຢູ່ພາຍໃນເມືອງເອງ. ນອກຈາກນັ້ນ ຍັງໄດ້ຂາຍເຂົ້າເປືອກຕື່ມອີກ ສະເລ່ຍລາຍຮັບແຕ່ລະປີໄດ້ 30 ຫາ 40 ລ້ານກວ່າກີບ.


ທີ່ມາ:  ເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.