Header Ads

ສ. ອາເມຣິກາ ເພີ່ມມາດຕະການທຣາເວີແບນ (Travel Ban) ເປັນ 8 ປະເທດລວມທັງປະເທດເກົາຫຼີເໜືອ



ສໍານັກຂ່າວຕ່າງປະເທດລາຍງານວ່າ : ໃນວັນ 25  ກັນຍາ ນີ້ ສ. ອາເມຣິກາເພີ່ມມາດຕະການທຣາເວີແບນ (Travel Ban) ເປັນ 8 ປະເທດລວມທັງປະເທດເກົາຫຼີເໜືອ ເຊິ່ງມາດຕະການນີ້ແມ່ນເພື່ອຫ້າມບຸກຄົນເດີນທາງເຂົ້າ ສ. ອາເມຣິກາ ໂດຍໃນມາດຕະການດັ່ງກ່າວລວມເອົາເກົາຫຼີເໜືອ, ເວເນຊຸເອລາ ແລະ ຊາດ ເຂົ້າມານໍາ ລວມເປັນ 8 ປະເທດ ເຊິ່ງກ່ອນໜ້ານີ້ ປະທານາທິບໍດີ ໂດໂນ ທຣັມ ເຄີຍລົງນາມຫ້າມ 6 ຊາດເຂົ້າ ສ. ອາເມຣິກາ ມາແລ້ວປະກອບມີ : ຊູດານ,ອີຣ່ານ, ຊີເຣຍ,ເຍເມນ, ລິເບຍ ແລະ ໂຊມາເລຍ ແຕ່ຄັ້ງນີ້ມີການຕັດປະເທດຊູດານ ອອກຈາກບັນຊີ “Travel Ban” .







ອີງຕາມຄໍາຖະແຫຼງຂອງທໍານຽບຂາວ (The White House) ວ່າ: ມາດຕະການນີ້ມີຂື້ນຫຼັງຈາກທົບທວນຂໍ້ມູນທີ່ໄດ້ຮັບການແບ່ງປັນຈາກລັດຖະບານຫຼາຍປະເທດ  ໂດຍອີງໃສ່ຄໍາຖະແຫຼງຂອງ ປະທານາທິບໍດີ ໂດໂນ ທຣັມ ທີ່ປະກາດໄວ້ກ່ອນໜ້ານີ້ວ່າໃຫ້ຄວາມສໍາຄັນກັບ ສ. ອາເມຣິກາ ເປັນອັນດັບທໍາອິດ ແລະ ຕ້ອງການໃຫ້ ສ. ອາເມຣິກາປອດໄພຈາກກຸ່ມຜູ້ກໍ່ການຮ້າຍ ໂດຍຈະບໍ່ຍອມໃຫ້ກຸ່ມກໍ່ການຮ້າຍເດີນທາງເຂົ້າ ສ. ອາເມຣິກາ ເດັດຂາດ.





ທີ່ມາ: CBS News 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.