Header Ads

ລັດຈະຈັດສັນລົດບໍລິຫານລັດຄືນໃໝ່ ກົມກອງໃດ ຫລື ຜູ້ໃດມີຫລາຍຄັນຈະໄດ້ສົ່ງຄືນ




ອີງຕາມານກລາຍງາຂອງ ຂປລວ ວ່າ : ໃນອີກບໍ່ດົນນີ້, ລັດຖະບານລາວ ຈະຈັດສັນລົດບໍລິຫານໃນກົງຈັກລັດຄືນໃໝ່, ພາຍຫລັງເຫັນວ່າ ການນໍາໃຊ້ລົດໃນກົງຈັກການຈັດຕັ້ງລັດໃນປັດຈຸບັນ ບໍ່ທັນສອດຄ່ອງກັບສະພາບຕົວຈິງ, ບາງອົງ ການ ຫລື ທ້ອງຖິ່ນມີຫລາຍຄັນ ແລະ ເປັນລົດທີ່ມີລາຄາສູງ. ຂະນະດຽວກັນ, ຍັງມີຫລາຍຂະແໜງການ ແລະ ທ້ອງຖິ່ນພັດຂາດເຂີນພາຫະນະຮັບໃຊ້, ຈຶ່ງກໍໃຫ້ເກີດຫາງສຽງຈົ່ມວ່າຢູ່ພາຍໃນຂົງເຂດລັດກັບລັດ ແລະ ອັນສໍາຄັນລັດພັດສູນເສຍງົບປະມານຫລວງຫລາຍ ເພື່ອສ້ອມບໍາລຸງລົດຈໍານວນດັ່ງກ່າວໃນແຕ່ລະປີ. 


ບັນຫາດັ່ງກ່າວ, ໄດ້ລາຍງານໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຍົກໃຫ້ເຫັນວ່າ: ຜ່ານການກວດກາຕົວຈິງເຫັນວ່າ ປັດຈຸບັນ, ລົດຂອງລັດ ແມ່ນມີຈໍານວນຫລາຍພັນຄັນ ແລະ ໃນບໍ່ດົນນີ້, ລັດຖະ ບານ ຈະມີດໍາລັດວ່າດ້ວຍລົດປະຈໍາຕໍາແໜ່ງ ແລະ ລົດບໍລິຫານລັດ ທີ່ຈະອອກມາໃໝ່ ຍິ່ງຈະເຮັດໃຫ້ລົດຂອງລັດຢູ່ຫລາຍກະຊວງ ແລະ ທ້ອງຖິ່ນເຫລືອຈາກການນໍາໃຊ້ຕົວຈິງເປັນຈໍານວນຫລາຍ. ສະນັ້ນ, ລັດ ຖະບານຈະໄດ້ດັດສົມລົດຈໍານວນ ທີ່ເຫລືອນັ້ນ ໄປໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ທີ່ຍັງ ຂາດເຂີນພາຫະນະຮັບໃຊ້. ຂະນະດຽວກັນ, ລັດຖະບານບໍ່ອະນຸມັດໃຫ້ຊື້ລົດໃໝ່ຕື່ມອີກ ເພື່ອປະຢັດງົບ ປະມານລັດ.


ສ່ວນລົດປະຈໍາຕໍາແໜ່ງ ຂອງການນໍາຢູ່ແຕ່ລະອົງການ ຫລື ທ້ອງຖິ່ນນັ້ນ ແມ່ນຈະປະກອບໃຫ້ຕາມຕໍາແໜ່ງບໍລິຫານທີ່ມີນິຕິກໍາເທົ່ານັ້ນ, ເຊິ່ງບໍ່ໝາຍຄວາມວ່າໃນທຸກໆຕໍາແໜ່ງ ຫລື ທຸກໆກົມ ຈະມີລົດປະຈໍາຂອງຕົນເອງ, ທີ່ສໍາຄັນເມື່ອເວລາສີ້ນສຸດການເປັນພະນັກງານ ຫລື ອອພັກຜ່ອນບໍານານແລ້ວ ແມ່ນບໍ່ໃຫ້ເອົາລົດປະຈໍາຕໍາແໜ່ງຂອງຕົນໄປພ້ອມ, ຖ້າຢາກໄດ້ເປັນຂອງສ່ວນຕົວຕ້ອງໄດ້ປະຕິບັດຕາມລະບຽບຫລັກການ ແລະ ດໍາລັດດັ່ງກ່າວນີ້, ນັບແຕ່ລະດັບກົມການເມືອງລົງມາ ຕ້ອງປະຕິບັດຢ່າງເຂັ້ມງວດ, ຜູ້ໃດທີ່ມີລົດຫລາຍຄັນກໍ ຈະໄດ້ກວດກາ ຫລື ໃຫ້ສົ່ງຄືນລັດ ແລະ ຜູ້ໃດເອົາໄປຊຸກເຊື່ອງໄວ້ກໍຈະຖືກດໍາ ເນີນວິໄນຕາມລະບຽບກົດໝາຍ.


ຂ່າວ: ສຸພະສະຫວັນ

© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.