Header Ads

6 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ອອກໃບຕາດິນໄດ້ 1.080 ຕອນ



ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ  ນະຄອນຫຼວງວຽງຈັນ (ສປນວ)  ນຳໂດຍ ທ່ານ ສົມບັດ ຈັນທະມາດ ຄະນະປະຈຳ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ວຽກງານຈຸດສຸມ 6 ເດືອນທ້າຍປີ 2021 ຢູ່ບັນດາພະແນກການ ອ້ອມຂ້າງນະຄອນຫຼວງ ໂດຍສະເພາະໃນວັນທີ 4 ສິງຫາຜ່ານ​ມາ ຄະນະດັ່ງກ່າວ ໄດ້ລົງເຄື່ອນໄຫວຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ໂດຍການຕ້ອນຮັບຂອງ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ມີທ່ານຮອງປະທານຄະນະກຳມະການ, ບັນດາທ່ານກຳມະການສັງກັດຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄຕມາດ 1, 2 ແລະ ກາງໄຕມາດທີ 3 ຂອງສົກປີ 2021 ໄດ້ປະຕິບັດເຊັນໃບຕາດິນ 10.406 ຕອນ ຊຶ່ງປະກອບມີດິນໂອນ 2.584 ຕອນ, ດິນແບ່ງແຍກ 3.969 ຕອນ, ດິນດັດແກ້ 254 ຕອນ, ດິນສະເພາະຕອນ+ດິນລະບົບ 1.699 ຕອນ, ຫັນປ່ຽນປະເພດທີ່ດິນ 131     ຕອນ, ດິນລັດ 34 ຕອນ, ແຈ້ງເສຍຫາຍ 27 ຕອນ, ໂຮມຕອນ 389 ຕອນ, ກວດສອບຕອນດິນ 144 ຕອນ ແລະ ສາມາດດັດແກ້ໃບຕາດິນໂຄງການ 450 ປີ ໄດ້ທັງໝົດ 438 ຕອນ. 


ໄລຍະ 6 ເດືອນຕົ້ນປີ 2021 ສາມາດປະຕິບັດການຈັດເກັບລາຍຮັບວິຊາການໄດ້ 76,11%; ຈົດທະບຽນທີ່ດິນ ແລະ ຄ່າທຳນຽມຕ່າງໆ ໄດ້ 46,89%; ເກັບອາກອນລາຍໄດ້ຈາກການຂາຍສິດນຳໃຊ້ທີ່ດິນ 2% ສາມາດປະຕິບັດໄດ້ 47,61%. ລວມລາຍຮັບທັງໝົດ ທຽບໃສ່ແຜນປີ 2021 ສາມາດປະຕິບັດໄດ້ 48,81%. 


ສຳລັບວຽກງານທີ່ດິນ ສາມາດອອກໃບຕາດິນໄດ້ 1.080 ຕອນ ເທົ່າກັບ 11% ຂອງແຜນການ ເນື່ອງຈາກພົບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ປັບປຸງລະບົບການຄຸ້ມຄອງທີ່ດິນ ຫັນຈາກລະບົບອະນາລ໋ອກ ໄປສູ່ລະບົບດີຈີຕອນທີ່ທັນສະໄໝ ໂດຍສົມທົບກັບກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຖ່າຍໂອນຂໍ້ມູນທີ່ດິນທົ່ວນະຄອນຫຼວງ ເຂົ້າໃນລະບົບໂປຣແກຣມລາວແລນແລັກ (LaoLandReg) ເພື່ອໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ ແລະ ນຳໃຊ້ລະບົບເຕັກນິກການສຳຫຼວດວັດແທກດ້ວຍກ້ອງ GPS ແລະ ເຊື່ອມກັບລະບົບຈຸດພິກັດສະຖານີອ້າງອີງການສຳຫຼວດວັດແທກທີ່ດິນດ້ວຍ CORS station ເຂົ້າໃນການຂຶ້ນທະບຽນອອກໃບຕາດິນ ຊຶ່ງສາມາດແກ້ໄຂ ແລະ ສະກັດກັ້ນບໍ່ໃຫ້ມີການອອກໃບຕາດິນຊ້ຳຊ້ອນ. ສາມາດສ້າງສຳມະໂນຕອນດິນໄດ້ 96% ທຽບໃສ່ແຜນປີ 2021, ສະແກນເອກະສານສຳນວນຕອນດິນເຂົ້າຄອມພີວເຕີໄດ້ຈຳນວນໜຶ່ງ. 


ນອກຈາກນີ້, ກໍໄດ້ລົງຕິດຕາມກວດກາຄຸນະພາບນ້ຳ ຂອງບັນດາໂຄງການພັດທະນາຕ່າງໆ ແລະ ຮ່ອງນ້ຳສາທາລະນະ, ຫ້ວຍນ້ຳທຳມະຊາດ, ຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການປ້ອງກັນຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຂອງໂຄງການລົງທຶນຕ່າງໆ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມອີກຈຳນວນໜຶ່ງ. ພ້ອມດຽວກັນນີ້ ກໍໄດ້ສ້າງຕັ້ງເບີໂທລະສັບສາຍດ່ວນ 1523 ເພື່ອຮັບແຈ້ງເຫດການຈູດຂີ້ເຫຍື້ອຊະຊາຍອີກດ້ວຍ. 


ທີ່ມາ : ນສພ ປະຊາຊົນ 

© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.