Header Ads

ຮອງ ລັດຖະມົນຕີ ຮສສ ເນັ້ນໜັກຫລາຍບັນຫາ ຕໍ່ກອງປະຊຸມສະຫຼຸບວຽກງານ ຮສສ ທົ່ວແຂວງຫຼວງນໍ້າທາ ປະຈຳປີ 2017





ເພື່ອເປັນການຢັ້ງຢືນໃຫ້ເຫັນເຖິງຜົນງານ, ການຈັດຕັ້ງປະຕິບັດວຽກງານ ແຮງງານ ແລະ ສະຫວັດດີການສັງຄົມແຂວງຫຼວງນໍ້າທາ ໃນໄລຍະ 1 ປີຜ່ານມາ, ໄດ້ຈັດກອງປະຊຸມສະຫຼຸບວຽກງານ ຮສສ ທົ່ວແຂວງຫຼວງນໍ້າທາ ປະຈໍາປີ 2017 ຂຶ້ນ ,ໃນວັນທີ 16 ມີນາ 2018ນີ້,ໂດຍເປັນກຽດເຂົ້າ ຮ່ວມໂດຍທີ່ ທ່ານ ນາງ​ ​ໃບ​ຄຳ ຂັດ​ທິຍະ, ຮອງເລຂາພັກກະຊວງ, ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີ ທ່ານ ບູນຍີ່ ​ແກ້ວ​ຄຸນ​ເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫຼວງນ້ຳທາ, ທ່ານ ເມືອງສະຫວັນ ເມກອອ່ນສີ ຫົວໜ້າພະແນກຮສສ ແຂວງຫຼວງນ້ຳທາ, ມີບັນດາທ່ານ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ມີບັນດາເມືອງ, ຫົວໜ້າຫ້ອງການ ຮສສ ເມືອງທົ່ວແຂວງ ແລະ ມີພະນັກງານພະແນກ ຮສສ ແຂວງທັງໝົດເຂົ້າຮ່ວມຢ່າງພ້ອມພຽງ. 



ກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການສະຫຼຸບ, ລາຍງານຜົນສໍາເລັດໃນຫຼາຍໆດ້ານ, ດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ທອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2018 ແລະ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວເພື່ອນຳໄປຈັດຕັ້ງປະຕິບັດໃນສຸມປີຕໍ່ໜ້າ. 

ຜ່ານການຟັງການລາຍງານ ຂອງ ພະແນກ ຮສສ ແຂວງຫຼວງນໍ້າທາ ກ່ຽວກັບ​ຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ ໜຶ່ງປີຜ່ານມາ ແລະ ບັນດາແຜນການວຽກງານຈຸດ ປີ 2018 ແລ້ວ.ທ່ານ ນາງ​ ​ໃບ​ຄຳ ຂັດ​ທິຍະ ຍັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ພະ​ແນ​ກ ຮສສ ແຂວງ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ຄຽງຄູ່ກັບຜົນງານດ້ານດີ ​ແລະ ຜົນ​ສຳ​ເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ ທ່ານ ນ. ໃບຄຳ ຂັດທິຍະ ​ເຫັນ​ວ່າ​ ວຽກ​ງານ ຮສສ ແຂວງຫຼວງນນໍ້າທາ ເຫັນວ່າ​ຍັງມີຫລາຍດ້ານທີ່ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ​ເປັນ​ຕົ້ນ​ແມ່ນ:



1. ເພີ່ມ​ທະວີຄວາມ​ສາມັກຄີ​ໃນ​ຄະນະ​ພັກ, ຄະນະ​ພະ​​ແນ​ກ​ໃຫ້ມີ​ຄວາມ​ເປັນ​ເອກະ​ພາບ, ຖື​ເອົາ​ການສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​​ ໃນ​ຖັນ​ແຖວ​ພະນັກ​ງານ-ລັດຖະກອນ​ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ຄຸນ​ທາດ​ການ​ເມືອງ ​ແລະ ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ຫ້າວ​ຫັນ​ ຕື່ນ​ຕົວປະຕິບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ ​ແລະ ຂອດການ​ປະສານ​ງານໃຫ້ມີ ຄວາມສອດຄ່ອງກົມກຽວ, ບຳລຸງສ້າງໃຫ້ພະນັກງານ-ລັດຖະກອນ ​ກຳ​ແໜ້ນທາງ​ດ້ານນະ​ໂຍບາຍ, ກົດ ໝາຍ, ນິຕິ​ກຳ ແລະ ລະບຽບການ​ຕ່າງໆ ພ້ອມທັງປະ ຕິບັດໜ້າທີ່ຕາມພາລະບົດບາດ ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ມີ​ຜົນສຳ​ເລັດ ແລະ ບັນລຸຄາດໝາຍ ຕາມແຜນການທີ່ວາງໄວ້.

2. ​ ເອົາໃຈໃສ່ ແລະ ຖືເປັນສຳຄັນ ໃນການເກັບກຳສັງລວມຂໍ້ມູນດ້ານ ແຮງງານ ເພື່ອສ້າງເປັນຖານຂໍ້ມູນຄວາມຕ້ອງການຂອງຕະຫຼາດແຮງງານ, ພັດທະນາກຳລັງແຮງງານ ໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງຕະຫຼາດແຮງງານ ແລະ ການພັດທະ ນາຂອງແຂວງ, ທັງເປັນຂໍ້ມູນໃຫ້ແກ່ຜູ້ປະກອບ ການ, ນັກລົງທຶນພາຍ​ໃນ ​ແລະ ຕ່າງປະ​.


3. ເອົາໃຈໃສ່ພັດທະນາສີມືແຮງງານ ດ້ວຍຫຼາຍຮູບການ, ທັງໄລຍະສັ້ນ, ໄລຍະຍາວ, ຝຶກ ອົບຮົມກັບທີ່ ແລະ ເຂົ້າຮຽນຢູ່ສູນຝຶກວິຊາຊີບຕ່າງໆ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ. 

4.ເອົາໃຈໃສ່ການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການຕ່າງໆອອກ ສູ່ສັງຄົມໃຫ້ກ້ວາງຂວາງ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ລະບຽບກົດໝາຍ. ນອກຈາກ ນັ້ນ ກໍໃຫ້ຖືເປັນສຳຄັນ ວຽກງານການກວດກາ ການນໍາໃຊ້ແຮງງານໃນຫົວໜ່ວຍແຮງງານ ແລະ ໂຄງ ການລົງທຶນ ເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເຂົາເຈົ້າຕາມລະບຽບກົດໝາຍ.

5. ເອົາໃຈໃສ່ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ ເພື່ອຂະຫຍາຍອັດຕາ​ການ​ປົກ​ຄຸມ​ປະກັນ​ສັງຄົມ ​ໃຫ້​ປົກ​ຄຸມ​ທຸກ​ກຸ່ມ​ເປົ້າ​ໝາຍ ​ເພື່ອ​ແນ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໃຫ້​ບັນລຸ​ຕົວ​ເລກ​ຄາດໝາຍ​ສູ້​ຊົນ​ໄລຍະ 5 ປີ 2016-2020.

6. ເອົາໃຈໃສ່ໃນການຄົ້ນຄ້ວາ ແລະ ຈັດລຽງບູລິມະສິດ ຂອງຜູ້ທີ່ມີຜົນງານ ແລະ ມີຄຸນງາມ ຄວາມດີຕໍ່ປະເທດຊາດ ໃຫ້ມີຄວາມຖືກຕ້ອງ ຊັດເຈນ ແລະ ມີຄວາມເປັນເອກະພາບ ຢູ່ແຕ່ລະຂັ້ນ ບ້ານ, ເມືອງ ແລະ ແຂວງ.

7. ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ ໃຫ້ເອົາໃຈໃສ່ດ້ານການ ປະສານງານ ກັບພາກສ່ວນຕ່າງໆໃຫ້ໄວ ແລະ ມີມາດຕະການໃຫ້ການຊ່ວຍເຫຼືອໃຫ້ ທັນ ການບໍ່ໃຫ້ແກ່ຍາວເວລາ.

8.ໃຫ້ເອົາໃຈໃສ່ວຽກງານບໍລິຫານຕື່ມອີກ ໂດຍສະເພາະແມ່ນ ການປະຕິບັດນະໂຍບາຍຕໍ່ພະ ນັກງານ-ລັດຖະກອນ ໃນດ້ານຊີວິດການເປັນຢູ່ ເບິ່ງແຍງດູແລ ແລະ ແກ້ໄຂ ຄວາມຫຍຸ້ງຍາກຕ່າງໆ ການປະຕິບັດໜ້າທີ່ວຽກງານຈຶ່ງຈະມີຄຸນນະພາບ. 

9. ໃຫ້ເອົາ​ໃຈໃສ່​ ສືບ​ຕໍ່​ສ້າງ​ບ້ານ​ພັດທະນາ​ດ້ານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຕິດ​ພັນ​ກັບ​ວຽກ​ງານ​ສາມ​ສ້າງ ​​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ແຜນການ​ລຶບລ້າງ ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທ້ອງ​ຖິ່ນ. 

10. ວຽກງານກາແດງ ໃຫ້ສືບຕໍ່ໂຄສະນາຂົນຂວາຍຊາວໜຸ່ມຢູ່ບັນດາພະແນກການ ຂອງລັດ, ໂຮງຮຽນ, ໂຮງໝໍ, ກົມກອງທະຫານ ແລະ ປ້ອງກັນຄວາມສະຫງົບ, ຫົວໜ່ວຍ ທຸລະກິດ, ຊາວໜຸ່ມ ຢູ່ບັນດາເມືອງ ແລະ ບ້ານຕ່າງໆ ໃຫ້ຮ່ວມແຮງກັນອອກມາບໍລິຈາກ ເລືອດເພື່ອຊ່ວຍເຫລືອສັງຄົມ ໃຫ້ທ່ວງທັນສະພາບການ. 

11. ວຽກງານຄຸ້ມຄອງຄົນພິການ ແລະ ຜູ້ອາຍຸສູງ ໃຫ້ເອົາໃຈໃສ່ຄຸ້ມຄອງ, ຊ່ວຍ ເຫລືອ ແລະ ເບິ່ງແຍງຄົນພິການ ແລະ ຜູ້ອາຍຸສູງ ໂດຍການໂຄສະນາສຶກສາອົບຮົມ ຄອບຄົວ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ໃຫ້ມີສ່ວນຮ່ວມໃນການສ້າງ ສິ່ງອຳນວຍຄວາມສະດວກ ແລະ ການເບິ່ງ ແຍງດູແລຄົນພິການ ແລະ ຜູ້ອາຍຸສູງ ເພື່ອ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ໃຫ້ແກ່ ສຳລັບຄົນພິການທີ່ຍັງໜຸ່ມ ແລະ ສາມາດອອກແຮງງານໄດ້ ກໍຄວນສົ່ງເສີມໃຫ້ເຂົາເຈົ້າໄດ້ຝຶກວິຊາຊີບ ແລະ ພັດທະນາສີມືແຮງງານ ເພື່ອປະກອບອາຊີບຢ່າງເໝາະສົມ.

ທັງໝົດ ທີ່ ທ່ານ ຮອງລັດຖະມົນຕີ ກ່າວມານັ້ນ ແມ່ນ ເພື່ອເຮັດໃຫ້ວຽກ ງານແຮງງານ ແລະ ສະຫວັດ ດີການສັງຄົມ ຂອງ ແຂວງ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ແລະ ມີຜົນສຳເລັດຫລາຍກ່ວາເກົ່າ.

ພາບ-ຂ່າວ: ນ. ເພັດສະໄໝ  

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.