Header Ads

ສະຫວັນນະເຂດ ມີ 30 ກວ່າບໍລິສັດ ໄດ້ຮັບອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ – ແຮ່ທາດ





ໃນອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018, ເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ທີ່ມາຈາກ 15 ເມືອງ, ຫົວໜ້າບໍລິສັດ, ລັດວິສາຫະກິດດ້ານພະລັງງານ – ບໍ່ແຮ່ພາຍໃນແຂວງເຂົ້າຮ່ວມ.



ໃນພິທີ ທ່ານ ບຸນລ້ວນ ລີໄຊຍະລາດ ໄດ້ໃຫ້ຮູ້ວ່າ: ພະແນກພະລັງງານ ແລະ ບໍ່ແຮ່ເປັນຂະແໜງໜຶ່ງທີ່ສຳຄັນໃນການຄຸ້ມຄອງຫົວໜ່ວຍທຸລະກິດດ້ານພະລັງງານ ແລະ ບໍ່ແຮ່ ເຊິ່ງບັນດາຫົວໜ່ວຍທຸລະກິດເຫຼົ່ານັ້ນ ມອບພັນທະເຂົ້າງົບປະມານໃນປີ 2017 ໄດ້ 370,92 ຕື້ກີບ. ໃນນີ້, ດ້ານບໍ່ແຮ່ 345,86 ຕື້ກີບ ແລະ ດ້ານພະລັງງານ 25,06 ຕື້ກີບ, ທົ່ວຂົງເຂດພະລັງງານ ແລະ ບໍ່ແຮ່ແຂວງມີຫົວໜ່ວຍກິດຈະການທີ່ຂຶ້ນກັບການຄຸ້ມຄອງທັງໝົດ 154 ຫົວໜ່ວຍ.





ໃນນີ້, ດ້ານພະລັງງານມີ 37 ຫົວໜ່ວຍ ແລະ ດ້ານບໍ່ແຮ່ມີ 111 ຫົວໜ່ວຍ. ປັດຈຸບັນທົ່ວແຂວງມີໄຟຟ້າໃຊ້ຄົບທັງ 15 ເມືອງ, ມີ 900 ບ້ານໃນຈຳນວນບ້ານທັງໝົດ 1.022 ບ້ານ ເທົ່າກັບ 88,06%, ມີ 148.677 ຄອບຄົວ ເທົ່າກັບ 94,24% ຂອງຈຳນວນຄອບຄົວທັງໝົດທົ່ວແຂວງ. ສ່ວນດ້ານບໍ່ແຮ່, ປັດຈຸບັນມີບໍລິສັດໄດ້ຮັບອະນຸຍາດ ( ສຳປະທານຂຸດຄົ້ນ ) ຈຳນວນ 35 ບໍລິສັດ, ສູນກາງອະນຸຍາດ 7 ບໍລິສັດ ແລະ ທ້ອງຖິ່ນອະນຸຍາດ 28 ບໍລິສັດ, ປະກອບມີ 12 ກິດຈະການ, ມີເນື້ອທີ່ສຳປະທານທັງໝົດ 1.257,72 ກິໂລແມັດ. ໃນນີ້, ດ້ານທຸລະກິດດ້ານບໍ່ແຮ່ມີ 11 ບໍລິສັດ ແລະ ທຸລະກິດແຮ່ທາດສະເພາະມີ 22 ບໍລິສັດ, ໃນປີ 2017 ການຜະລິດດ້ານບໍ່ແຮ່ມີມູນຄ່າທັງໝົດ 1.793,47 ຕື້ກີບ.



ໃນທີ່ປະຊຸມກໍ່ຍັງໄດ້ມີການປະກອບຄຳຄິດເຫັນຈາກບັນດາຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ແລະ ປະທານສະມາຄົມຂຸດຄົ້ນແຮ່ທາດແຂວງ, ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານ ແລະ ຮັບຟັງການໂອ້ລົມໃຫ້ທິດຊີ້ນຳທີ່ມີປະໂຫຍດຈາກປະທານກອງປະຊຸມອີກດ້ວຍ.


ທີ່ມາ: ເສດຖະກິດ-ການຄ້າ

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.