Header Ads

ກອງທຶນໜື່ງດວງໃຈບໍລິຄໍາໄຊ ສືບຕໍ່ຊ່ວຍສັງຄົມ





ກອງທືນໜື່ງດຽວ ແຂວງບໍລິຄຳໄຊ ເປັນກອງທຶນຊ່ວຍເຫລືອສັງຄົມ ທີ່ບໍ່ຫວັງຜົນຜົນກຳໄລ ທ່ານ ນາງແອງ ໄຊສົ່ງຄາມ ປະທານກອງທຶນໜື່ງດວງໃຈບໍລິຄໍາໄຊ ລາຍງານ ໃຫ້ຮູ້ວ່າ: ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ເລີ່ມສ້າງຕັ້ງຂຶ້ນ ໃນວັນທີ 14 ເດືອນ ມີນາ 2016 ໂດຍການລິເລີ່ມ ຈາກສອງຝາມືເປົ່າ ຈຸດປະສົງລະດົມທົ່ວສັງຄົມ ເພື່ອຊ່ວຍເຫລືອ ຜູ້ທຸກຍາກດ້ອຍໂອກາດ, ຊ່ວຍຜູ້ຖືກອຸທົບກະໄພ, ປັບປຸງບັນດາໂຮງຮຽນ, ໂຮງໝໍ, ຊ່ວຍຈັດອາຫານກາງເວັນ ໃຫ້ຄົນເຈັບ ທີ່ມານອນປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆຂອງແຂວງ, ຕາມຄວາມສາມາດຕົວຈິງຂອງກອງທຶນ ທັງເປັນການການເຕົ້າໂຮມຄວາມສາມັກຄີໃນທົ່ວສັງຄົມເວົ້າລວມ, ເວົ້າສະເພາະ ແມ່ນຄອບຄົວການນຳຂອງແຂວງ ເປັນການປຸກຈິກສຳນຶກທົ່ວສັງຄົມ ໃຫ້ປະກອບສ່ວນຊ່ວຍເຫລືອເຊິ່ງກັນ ແລະ ກັນ ກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ເບື້ອງຕົ້ນມີສະມາຊິກພຽງແຕ່ໜ້ອຍດຽວ ແລະ ໄດ້ລະດົມທຶນດ້ວຍຄວາມສະມັກໃຈຜູ້ລະ 100.000 ກີບ ຕໍ່ເດືອນ. ພໍດີໄດ້ 03 ເດືອນ ກອງທຶນກໍ່ເລີ່ມມີທຶນຈຳນວນໜຶ່ງ, ຍ້ອນເຫັນໄດ້ຄວາມສຳຄັນ ແລະ ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງກອງທຶນ ແຂວງຈຶ່ງຊ່ວຍເຫຼືອງົບປະມານຈຳນວນໜຶ່ງ ເພື່ອເປັນການປະກອບສ່ວນທຶນຮອນ, ຈາກນັ້ນກອງທຶນກໍ່ເລີ່ມສ້າງກິດຈະກຳ ແລະ ລະດົມການຊ່ວຍເຫຼືອຈາກທຸກພາກສ່ວນໃນສັງຄົມເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ ກອງທຶນກໍ່ເລີ່ມມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. 






ຕັ້ງແຕ່ເລີ່ມສ້າງຕັ້ງກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ກອງທຶນສາມາດລະດົມທຶນ ແລະ ສ້າງກິດຈະກຳຫາລາຍໄດ້ເຂົ້າກອງທຶນ ຮອດປັດຈຸບັນໄດ້ທັງໝົດ 5.355.750.000 ກີບ ໃນນັ້ນ, ລະດົມວັດຖຸອຸປະກອນ ຕ້ານໄພໜາວ ເພື່ອນຳເອົາເຄື່ອງນຸ່ງຫົ່ມກັນໜາວໄປຊ່ວຍເຫຼືອ ໃຫ້ຜູ້ທຸກຍາກ ໄດ້ເປັນມູນຄ່າ 952.000.000 ກີບ. ລະດົມທຶນເປັນແຮງງານປະຊາຊົນ ໃນການປະກອບສ່ວນສ້າງ ແລະ ສ້ອມແປງໂຮງຮຽນ ໄດ້ເປັນມູນຄ່າ 560.398.000 ກີບ. ລະດົມທຶນຈາກການ ຈັດກິດຈະກຳຕ່າງໆ, ແຜ່ປັດໄຈ ແລະ ບໍລິຈາກ ໄດ້ເປັນມູນຄ່າ 3.843.352.000 ກີບ. ຮອດປັດຈຸບັນ, ສາມາດສ້າງໃໝ່ ແລະ ສ້ອມແປງໂຮງຮຽນໄດ້ທັງໝົດ ຈຳນວນ 28 ຫຼັງ. ໃນນັ້ນ, ສ້ອມແປງໄດ້ຈຳນວນ 17 ຫຼັງ, ສ້າງໃໝ່ໄດ້ຈຳນວນ 11 ຫຼັງ ແລະ ໄດ້ອະນຸມັດ ກຳລັງຈະດຳເນີນການສ້ອມແປງ 2 ໂຮງຮຽນ ຈໍານວນ 3 ຫຼັງ ລວມມູນຄ່າການຊ່ວຍເຫຼືອ ດ້ານການສ້ອມແປງ ແລະ ສ້າງໂຮງຮຽນຮອດປັດຈຸບັນເປັນມູນຄ່າທັງໝົດ 1.881.873.640 ກີບ. ໃນການຊ່ວຍເຫຼືອດ້ານໂຮງຮຽນ ກອງທຶນຂອງພວກເຮົາໄດ້ປະກອບຊ່ວຍ ດ້ານວັດຖຸອຸປະກອນກໍ່ສ້າງ, ໂຕະຕັ່ງ, ດອກໄຟ, ພັດລົມ ຄົບຊຸດ, ສຳລັບໂຮງຮຽນອະນຸບານ ແມ່ນພວກເຮົາໄດ້ປະກອບເພີ້ມເຄື່ຶອງຫຼິ້ນໃນຫ້ອງ ແລະ ນອກຫ້ອງ ເຊັ່ນ: ຕະລູດ, ໂອນຊາ, ມ້າໝູນ, ອຸປະກອນການຮຽນການສອນ ແລະ ຍັງໄດ້ສ້າງຫ້ອງນ້ຳສະອາດໃຫ້ພ້ອມ. 




ນອກນັ້ນ ຍັງໄດ້ໄປແຈກຢາຍອາຫານທ່ຽງ ໃຫ້ຄົນເຈັບ ທີ່ມານອນປິ່ນປົວ ຢູ່ໂຮງໝໍ ແຂວງ ແລະ ໂຮງໝໍທະຫານແຂວງ, ຊື້ເຄື່ອງຕອງນ້ຳ, ເຄື່ອງນຸ່ງເຂົ້າຫ້ອງຜ່າຕັດຄົນເຈັບ ແລະ ສະໂລ່ງໄມ້ 1 ຊຸດ ຊ່ວຍໂຮງໝໍແຂວງ ແລະ ໂຮງໝໍທະຫານແຂວງ. ຊ່ວຍອຸປະກອນກໍ່ສ້າງ ຊ່ວຍປະຊາຊົນ ທີ່ເກີດອັກຄີໄພ ຈຳນວນ 2 ຫຼັງຄາເຮືອນ, ມອບອຸປະກອນໃນການຝຶກສີມືແຮງງານໃຫ້ແກ່ ສູນດັດສ້າງ ແລະ ບຳບັດໜອງດົງ ພ້ອມເງິນສົດຈຳນວນ 10 ລ້ານກີບ ເພື່ອເປັນກອງທຶນໃຫ້ສູນບຳບັດສາມາດສ້າງລາຍຮັບເພີ້ມ ທັນເປັນການປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ ລວມເປັນມູນຄ່າກວ່າ 20 ລ້ານກີບ. ເຂົ້າຮ່ວມກິດຈະກຳອື່ນໆ ເຊັ່ນ: ປະກອບສ່ວນ ເຮັດບຸນງານກອງກະຖິນຂອງແຂວງ, ຊື້ເຂົ້າໜົມໃນງານວັນເດັກ, ຮ່ວມອົບອຸ່ນຄອບຄົວຍາດພີ່ນ້ອງສະມາຊິກ ທີ່ເສຍຊີວິດ ແລະ ເຂົ້າຮ່ວມງານຕ່າງໆ ຕາມການເຊື້ອເຊີນຂອງພາກສ່ວນຕ່າງໆ ຊຶ່ງສາມາດສະຫຼຸບໄດ້ເປັນມູນຄ່າ 100.429.000 ກີບ.



ພາບ ແລະ ຂ່າວ:  ວສລ  

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.