Header Ads

ປູຕິນຊະນະການເລືອກຕັ້ງ 2018 ນັ່ງຕໍາແໜ່ງປະທານາທິບໍດີຣັດເຊຍເປັນສະໄໝທີ 4 ອີກ 6 ປີຈາກ 2018-2024






ສໍານັກຂ່າວຕ່າວປະເທດລາຍງານວ່າ:  ຜົນການເລືອກຕັ້ງຣັດເຊຍຢ່າງບໍ່ເປັນທາງການອອກມາແລ້ວ ໂດຍ ທ່ານ ວາລາດີເມຍ ປູຕີນ ຊະນະການເລືອກຕັ້ງແບບຂາດລອຍຖີ້ມຫ່າງຄູ່ແຂ່ງແບບບໍ່ເຫັນຝຸ່ນ ເຊິ່ງການຊະນະການເລຶອກຕັ້ງຄັ້ງນີ້ຈະເຮັດໃຫ້ທ່ານດໍາລົງຕໍາແໜ່ງປະທານາທິບໍດີ ຣັດເຊຍເປັນສະໄໝທີ 4 ເປັນເວລາ 6 ປີນັບຈາກປີ 2018 - 2024.



ສໍາລັບຜົນການນັບຄະແນນເບື້ອງຕົ້ນຈາກຄະນະກໍາມະການເລືອກຕັ້ງປະກາດວ່າ ທ່ານ ວາລາດີເມຍ ປູຕີນ ໄດ້ຮັບມີຄະແນນນໍາ 75% ຫ່າງຈາກຄູ່ແຂ່ງຄົນສໍາຄັນຄື ທ່ານ ພາເວລ ກຣູດິນິນ 13.2% . ສ່ວນຜູ້ນໍາຝ່າຍຄ້ານ ຄູ່ແຂາງອີກຄົນແມ່ນ ທ່ານ ອາເລັກເຊຍ ນາວັລນີ ຖືກຕັດສິດໃນການລົງສະໝັກເລືອກຕັ້ງ ເນື່ອງຈາກກໍາລັງຖືກສອບສອບຈາກໜ່ວຍງານລັດຖະບານ ກໍລະນິການຫຼິ້ນລ້ຽງພາສີ ແລະ ການສໍ້ໂກງ. 





ຂໍ້ມູນເບື້ອງຕົ້ນຈາກຄະນະກໍາມະການເລືອກຕັ້ງລະບຸວ່າ : ປະຊາຊົນອອກມາໃຊ້ສິດການເລືອກຕັ້ງຄັ້ງນີ້ມີພຽງ 63.7%  ເຊິ່ງປ່ຽບທຽມໃສ່ການເລືອກຕັ້ງ 2012 ຜ່ານມາແມ່ນຖືກວ່ານ້ອຍກວ່າ  ແລະ ກໍເປັນໄປຕາມທີ່ຄາດການຂອງນັກວິເຄາະວ່າ ທ່ານ ວາລາດີເມຍ ປູຕີນ ຈະຊະນະການເລືອກຕັ້ງຢ່າງລົ້ນຫຼາມ ສືບເນື່ອງຈາກປັດໃຈຜູ້ສະໝັກລົງແຂ່ງໃນປີ 2018 ນີ້ບໍ່ມີບຸກຄົນທີ່ສາມາດທຽບ ຫຼຶ ສູ້ກັບທ່ານ ທ່ານ ວາລາດີເມຍ ປູຕີນໄດ້ຢ່າງສົມນໍ້າສົມເນື້ອ.



ພາຍຫຼັງທີ່ມີການປະກາດຜົນຄະແນນຢ່າງບໍ່ເປັນທາງການ ທ່ານ ວາລາດີເມຍ ປູຕີນ ກໍອອກມາຂອບໃຈຜູ້ສະໜັບສະໜູນທີ່ໄວ້ວາງໃຈ ແລະ ເທຄະແນນໃຫ້ທ່ານຢ່າງຫຼວງຫຼາຍ ພ້ອມກັບກ່າວຕື່ມວ່າ ຣັດເຊຍ ມີຫຼາບັບຫາທີ່ຕ້ອງແກ້ໄຂ ໂດຍສະເພາະກຸ່ມຄົນທີ່ຫາຜົນປະໂຫຍດເຂົ້າຕົນເອງ ແລະ ບໍ່ຍອມເຮັດເພື່ອສ່ວນລວມ ຫຼື ປະເທດ.​ 




© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.