Header Ads

ຄະນະເຈົ້າໜ້າທີ່ອາວຸໂສພາຍໃຕ້ຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ລົງກວດດາສະພາບພູມິປະເທດຕາມບໍລິເວນຊາຍແດນທາງພາກເໜືອ



ໃນວັນທີ 21 ມີນາ 2018, ໂດຍປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 11 ສະບັບລົງວັນທີ 18 ມັງກອນ 2018, ທີ່ ບາງກອກ, ຣາຊະອານາຈັກໄທ, ຄະນະເຈົ້າໜ້າທີ່ອາວຸໂສພາຍໃຕ້ຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ ໄດ້ລົງກວດກາພື້ນທີ່ຊາຍແດນທີ່ຄົງຄ້າງທາງພາກເໜືອບໍລິເວນພູຜາໝົ່ນ ຊຶ່ງເບື່ອງລາວຂຶ້ນກັບເມືອງປາກທາ, ແຂວງບໍ່ແກ້ວ ແລະ ເບື້ອງໄທ ຂຶ້ນກັບອຳເພີວຽງແກ່ນ, ຈັງຫວັດຊຽງຣາຍ.

ຄະນະເຈົ້າໜ້າທີ່ອາວຸໂສຝ່າຍລາວ ນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມຝ່າຍລາວ ແລະ ຄະນະເຈົ້າໜ້າທີ່ອາວຸໂສຝ່າຍໄທ ນຳໂດຍ ທ່ານ ວະສິນ ທີຣະເວດຊະຍານ, ທີ່ປຶກສາກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.

ການລົງສຳຫຼວດພື້ນທີ່ຕົວຈິງໃນຄັ້ງນີ້ ທັງສອງຝ່າຍໄດ້ເດີນສຳຫຼວດກວດກາສະພາບພູມີປະເທດຕົວຈິງຕາມທິດເນັ່ງເສັ້ນຊາຍແດນທີ່ຝ່າຍລາວສະເໜີ ໂດຍເລີ່ມຈາກບໍລິເວນຈຸດພິກັດ (PC 593012) ຈົນເຖິງບໍລິເວດຈຸດພິກັດ (PC 593013), ຫຼັງຈາກນັ້ນໄດ້ເດີນສຳຫຼວດກວດກາໄປຕາມທິດເນັ່ງເສັ້ນຊາຍແດນຕາມຝ່າຍໄທສະເໜີ ຈາກຈຸດພິກັດ (PC 593013) ເຖິງຍອດພູຜາໝົ່ນບໍລິເວນຈຸດພິກັດ (PC 595015) ແລ້ວລົງເຖິງບໍລິເວນຈຸດພິກັດ (PC 593012).


ຜ່ານການລົງກວດກາສະພາບພື້ນທີ່ຕົວຈິງໃນຄັ້ງນີ້ ທັງສອງຝ່າຍຈະໄດ້ແລກປ່ຽນທັດສະນະທີ່ແຕກຕ່າງກັນ ກ່ຽວກັບ ສະພາບພູມິປະເທດ ແລະ ບັນຫາທີ່ກ່ຽວຂ້ອງໂດຍຜ່ານຊ່ອງທາງການທູດໃນເວລາຕໍ່ໄປ ແລະ ເຫັນດີຮ່ວມກັນມອບໝາຍໃຫ້ຄະນະປະຕິບັດງານດ້ານກົດໝາຍຮ່ວມ (Legal Working Group) ເພື່ອແກ້ໄຂບັນຫາຊາຍແດນທີ່ຄົງຄ້າງ ນຳຜົນການກວດກາພູມີປະເທດຕົວຈິງໃນຄັ້ງນີ້ ນຳໄປປຶກສາຫາລືກັນ ກ່ຽວກັບ ທັດສະນະທີ່ແຕກຕ່າງກັນໂດຍໄວ ແລ້ວລາຍງານຜົນໃຫ້ຄະນະເຈົ້າໜ້າທີ່ອາວຸໂສຮ່ວມທັງສອງຝ່າຍ ແລະ ຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ພິຈາລະນາຕໍ່ໄປ.


ຂໍ້ມູນ: ວສລ 

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.