Header Ads

ຈີນທົດລອງທາງລົດໄຟຄວາມໄວສູງສາຍໃໝ່ “Nanlong Railway” ແລ່ນຜ່ານຂົວ 99 ແຫ່ງ ແລະ ອຸມົງ 82 ແຫ່ງ



ອີງຕາມການລາຍຂ່າວຂອງ ສຳນັກຂ່າວຊິນຫົວວ່າ:  ໃນວັນທີ 14 ທັນວາ 2018 ວ່າ ເມື່ອບໍ່ດົນຜ່ານມານີ້ ສປປ ຈີນໄດ້ເປີດການທົດລອງທາງລົດໄຟຄວາມໄວສູງສາຍໃໝ່  ໂດຍເປັນເສັ້ນທາງເຊື່ອມຕໍ່ຈາກເມືອງໜານຜິງ-ເມືອງຫຼົງຫຍຽນ ຂອງມົນທົນຝູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງປະເທດຈີນ 






ເສັ້ນທາງລົດໄຟຄວາມໄວສູງໜານຫຼົງ  “Nanlong Railway” ແມ່ນມີຄວາມຍາວ 248 ກິໂລແມັດ ໂດຍກໍ່ສ້າງຢູ່ເທິງພູສູງຊັນ ,​ແລ່ນຜ່ານຂົວ 99 ແຫ່ງ ແລະ ອຸມົງ 82 ແຫ່ງ ໃຊ້ເວລາດຳເນີນການກໍ່ສ້າງກໍ່ສ້າງກວ່າ 5 ປີ ຈິ່ງສໍາເລັດ.  ຂໍ້ມູນເບື້ອງຕົ້ນຈາກສໍາລັບນັກຂ່າວຊິນຫົວລາຍງານວ່າ  ລົດໄຟຄວາມໄວສູງໜານຫຼົງ ມີຄວາມຍາວ 248 ກິໂລແມັດ ພ້ອມປະກອບມີສາຂາສະຖານີ 9 ແຫ່ງ  ແລະ ສາມາດແລ່ນດ້ວຍຄວາມໄວ 200 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຈະຊ່ວຍຫຼຸດເວລາການເດີນທາງຈາກ 3 ຊົ່ວໂມງເຄິ່ງ ມາເປັນຊົ່ວໂມງເຄິ່ງເທົ່ານັ້ນ.


© ໂຕະນໍ້າຊາ | tonamcha.com
___________


Powered by Blogger.