Header Ads

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງ ລົດບັນທຸກໜັກເກີນ ເປັນສາເຫດເຮັດໃຫ້ທາງເປ່ເພ



ພາຍຫຼັງທີ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບການຈັດຕັ້ງປະຕິບັດ ເຮັດໃຫ້ເສັ້ນທາງ ແລະ ຂົວ ມີການເປ່ເພຫຼາຍສົມຄວນ ໂດຍເກີດຈາກການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ມີຫາງສຽງຈາກສັງຄົມ.

ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄຂຂຶ້ນໃນເດືອນພະຈິກ 2018 ສສຊ ຫຼາຍເຂດເລືອກຕັ້ງໄດ້ນໍາເອົາບັນຫາດັ່ງກ່າວສະເໜີຕໍ່ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຄວນມີການກວດກາຄືນບັນຫາການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພ ສ້າງຄວາມເດືອດຮ້ອນໃຫ້ແກ່ສັງຄົມ ແລະ ປະຊາຊົນທີ່ອາໄສຢູ່ຕາມແຄມທາງ; ພາກສ່ວນກ່ຽວຂ້ອງຄວນມີການຕິດຕາມກວດກາຄືນ ແລະ ມີມາດຕະການໃນການແກ້ໄຂບັນຫາດັ່ງກ່າວ.



ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 26 ພະຈິກ ທີ່ຜ່ານມາວ່າ: ການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພນັ້ນ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 5 ຂຶ້ນໃນວັນທີ 13 ພະຈິກ 2018ແລະ ໄດ້ມອບໃຫ້ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຜູ້ອອກແຈ້ງການໃຫ້ບັນດາບໍລິສັດກໍ່ ສ້າງທາງລົດໄຟ ປະຕິບັດຕາມຂໍ້ຕົກລົງ ກ່ຽວກັບການອະນຸມັດນໍ້າໜັກລວມສູງສຸດຂອງລົດບັນທຸກ ຂອງກະຊວງ ຍທຂ ສະບັບເລກທີ 849/ຄຂປກ, ລົງວັນທີ 5 ມີນາ 2002 ຢ່າງເຂັ້ມງວດ ຖ້າມີການຝ່າຝືນຕ້ອງໃຊ້ມາດຕະການເດັດ ຂາດຕໍ່ຜູ້ລະເມີດ.

ໄລຍະຜ່ານມາ, ລັດຖະບານ ໄດ້ມີຄໍາສັ່ງໃຫ້ດ່ານຕິດຊັ່ງນໍ້າໜັກ ຈໍານວນ 175 ແຫ່ງ ຢຸດເຊົາ ໃນປີ 2014 ແລ້ວຮັກສາເຮືອນ ແລະ ຊິງຊັ່ງຢູ່ບາງຈຸດທີ່ຢູ່ລຽບຕາມເທົ່ານັ້ນ, ເຮັດໃຫ້ຫຼາຍຈຸດຖືກປິດແບບຖາວອນ ແລະ ສ່ວນບາງຈຸດທີ່ເປີດ ຢູ່ກໍມອບໃຫ້ເອກະຊົນເຂົ້າໄປຄຸ້ມຄອງບໍລິຫານຮ່ວມກັບລັດ; ມາເຖິງປີ 2015 ລັດຖະບານ ໄດ້ອະນຸມັດໃຫ້ກະຊວງ ຍທຂ ຈັດຕັ້ງການກວດການໍ້າໜັກລົດບັນທຸກແບບທັນສະໄໝຄືນໃໝ່ ຕາມຂໍ້ຕົກລົງສະບັບເລກທີ 1595/ຫລບ.ກລຂ ລົງວັນທີ 23 ກັນຍາ 2015 ໂດຍໃຫ້ເຮັດທົດລອງຢູ່ 3 ຈຸດ ຄື: ເສັ້ນທາງ R3 ສາມແຍກນາເຕີຍ ແຂວງຫຼວງນໍ້າທາ, ເສັ້ນທາງເລກທີ 13 ໃຕ້ ບ້ານນາອິນ ແຂວງບໍລິຄໍາໄຊ ແລະ ເສັ້ນທາງເລກ 9 ບ້ານຄໍາເຕີຍ (ດົງເຫັນ) ແຂວງສະຫວັນນະເຂດ ເພື່ອຊ່ວຍຄວບຄຸມການຂົນສົ່ງໜັກທີ່ສົ່ງຜົນຕໍ່ການຮັກສາສະພາບເສັ້ນທາງການສັນຈອນ ແລະ ຊ່ວຍຄວບຄຸມການຂົນສົ່ງສິນຄ້າໃຫ້ເປັນໄປຕາມມາດຕະຖານການຂົນສົ່ງ; ເຊິ່ງສະຖານີ ທັງ 3 ຈຸດ ທີ່ສ້າງຂຶ້ນແມ່ນເປັນຈຸດທົດລອງເຮັດໃນເບື້ອງຕົ້ນກ່ອນ; ມາເຖິງປັດຈຸບັນ, ກະຊວງ ຍທຂ ກໍາລັງປຶກສາຫາລືກັບອົງການສາກົນ ເພື່ອຂໍງົບປະມານ ມາຈັດຕັ້ງປະຕິບັດຕື່ມອີກຢູ່ຕາມເສັ້ນ ທາງຫຼວງແຫ່ງຊາດ ເພື່ອແກ້ໄຂບັນຫາການບັນທຸກເກີນຂອງລົດ ຮັບປະກັນໃຫ້ເສັ້ນທາງ ແລະ ຂົວ ນໍາໃຊ້ໄດ້ຍາວນານ.

ເຖິງແມ່ນວ່າໃນປັດຈຸບັນ, ກະຊວງ ຍທຂ ແລະ ແຂວງ ໄດ້ສຸມໃສ່ກວດກາ ແລະ ຕິດຊັ່ງນໍ້າໜັກລົດບັນທຸກຢ່າງເປັນປົກກະຕິກໍຕາມ, ແຕ່ບັນຫາລັກລອບບັນທຸກເກີນຂະໜາດຍັງມີຫຼາຍກົງກັນຂ້າມຈຸດຕິດຊັ່ງນໍ້າໜັກພັດມີໜ້ອຍ ເຮັດໃຫ້ບໍ່ສາມາດຄວບຄຸມລົດທີ່ບັນທຸກເກີນໄດ້ໝົດທຸກຄັນ.


ພາບ ແລະ ຂ່າວ : ນສພ ຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.