Header Ads

ທ່ານບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງສປປລາວ ໄດ້ສົ່ງໂທລະເລກຊົມເຊີຍ




ເຖິງ: ສະຫາຍ ສີ ຈິ້ນຜິງ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ທີ່ນັບຖື ແລະ ຮັກແພງ,

ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການເລືອກຕັ້ງ ຈາກກອງປະຊຸມຄົບຄະນະຄັ້ງທີ 1 ຂອງສະພາຜູ້ແທນປະຊາຊົນທົ່ວປະເທດສະໄໝທີ XIII ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນອີກວາລະໜຶ່ງ, ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ.
ການເລືອກຕັ້ງໃຫ້ ສະຫາຍ ດຳລົງຕຳແໜ່ງອັນສູງສົ່ງອີກໜຶ່ງສະໄໝນີ້ ແມ່ນເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ບົດບາດ ແລະ ຄວາມປີຊາສາມາດໃນການຊີ້ນຳນຳພາທີ່ເຕັມໄປດ້ວຍປະສົບການອັນສູງສົ່ງ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງສາພັດທະນາ ປະເທດຈີນ ຕາມທິດທາງ ແລະ ສີສັນພິເສດຂອງພັກກອມມູນິດຈີນ ໄດ້ວາງອອກ.
ຂ້າພະເຈົ້າ ເຊື່ອໜັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສອງໃສຂອງພັກກອມ ມູນິດຈີນທີ່ມີສະຫາຍເປັນແກ່ນນຳນັ້ນ ຈະເຮັດໃຫ້ພາລະກິດສ້າງສາປະເທດຈີນ ດ້ວຍທັດສະນະໃໝ່, ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ມີຄວາມເຂັ້ມແຂງຮອບດ້ານ, ເຊິ່ງຈະເຮັດໃຫ້ພາລະກິດສ້າງສາສັງຄົມນິຍົມແບບສີສັນພິເສດຂອງຈີນນັ້ນ ປະສົບຜົນສຳເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີລັກສະນະປະຫວັດສາດ ແລະ ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍແຜນການພັດທະນາ 5 ປະການໃນໜຶ່ງດຽວ, ຍຸດທະສາດ 4 ຮອບດ້ານ ແລະ ເປົ້າໝາຍສູ້ຊົນ “ 100 ປີ 2 ເຫດການ ” ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງເຊື້ອຊາດຈີນ, ສ້າງສາປະເທດຈີີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລໃຫ້ປະກົດຜົນເປັນຈິງ ແລະ ຍຸດທະສາດ “ ໜຶ່ງແລວ ໜຶ່ງເສັ້ນທາງ ”, ທີ່ສະຫາຍໄດ້ລິເລີ່ມນັ້ນ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະເທດຕ່າງໆໃນໂລກ ທີ່ພວມເກີດມີບັນດາກົນໄກການຮ່ວມມືໃນພາກພື້ນຕ່າງໆຢ່າງເປັນຮູບປະທຳຢ່າງຕັ້ງໜ້າ ອັນໄດ້ເພີ່ມທະວີບົດບາດຂອງ ສປ ຈີນໃຫ້ສູງເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ - ຈີນ ຈົ່ງໄດ້ຮັບການເສີມຂະຫຍາຍ, ແຕກດອກອອກຜົນຍິ່ງໆຂື້ນຕະຫລອດໄປ ເພື່ອພາລະກິດສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ ກໍຄືໃນໂລກ.

ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.
ນະຄອນຫຼວງວຽງຈັນ, ວັນທີ 17 ມີນາ 2018

ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.