Header Ads

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ພົບປະສອງຝ່າຍ ທີ່ ນະຄອນຊີດນີ




ໃນຕອນເຊົ້າຂອງວັນທີ 17 ມີນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ພະນະທ່ານ ມາລຄອມ ເທີນບູນ (Malcolm Turnbull), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ທີ່ ຊິດນີ, ປະເທດອົດສະຕຣາລີ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະໄຫມພິເສດ ອາຊຽນ-ອົດສະຕຣາລີ ໃນລະຫວ່າງວັນທີ 17-18 ມີນາ 2018.



ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດໄລຍະເວລາ 66 ປີຜ່ານມາ, ໂດຍສະເພາະໃນປີ 2017, ສອງຝ່າຍ ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດລາວ-ອົດສະຕຣາລີ ຄົບຮອບ 65 ປີດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ໃນຂອບສອງຝ່າຍ ທີ່ເຫັນວ່າຫລາຍໆໂຄງການກໍສຳເລັດແລ້ວ ແລະ ຈຳນວນໜຶ່ງກຳລັງສືບຕໍ່ຈັດຕັ້ງປະຕິບັດ. 

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການຊ່ວຍເຫລືອທາງການເພື່ອການພັດທະນາ, ການຊ່ວຍເຫລືອໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ການລົງທຶນຂອງ ອົດສະຕຣາລີ ຢູ່ ສປປ ລາວ ໃນປັດຈຸບັນ ມີມູນຄ່າທັງຫມົດ 135 ລ້ານ ໂດລາສະຫະລັດ, ຈັດຢູ່ອັນດັບທີ 15 ຈາກທັງໝົດ 53 ປະເທດ ທີ່ລົງທຶນຢູ່ ສປປ ລາວ. ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນໃນດ້ານຕ່າງໆຕື່ມອີກ, ເຊັ່ນ: ດ້ານກະສິກຳ, ໂຍທາທິການ ແລະ ຂົນສົ່ງ, ດ້ານການເງິນ, ການຮ່ວມມືທາງດ້ານສິດທິມະນຸດ ແລະ ດ້ານອື່ນໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.


ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ສະໄຫມພິເສດ ອາຊຽນ-ອົດສະຕຣາລີ ໃນຄັ້ງນີ້.

ໃນໂອກາດດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ອົດສະຕຣາລີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຂອງ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້, ເຊິ່ງຈະເປັນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງເປັນການສົ່ງເສີມການຮ່ວມມືຂອງສອງປະເທດ ໃນຂອບຫລາຍຝ່າຍ ກໍຄືຂອບອາຊຽນ-ອົດສະຕຣາລີ ອີກດ້ວຍ.
ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ພະນະທ່ານ ມາວຄອມ ເທີນບູນ, ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ, ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ມີຄວາມສະດວກ; ພ້ອມທັງໄດ້ຖືໂອກາດນີ້ ເຊື້ອເຊີນນັກທ່ອງທ່ຽວຈາກ ອົດສະຕຣາລີ ມາທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ໂດຍສະເພາະ ໃນໂອກາດປີທ່ອງທ່ຽວລາວ ໃນປີ 2018 ນີ້.
ພາບ-ຂ່າວ :  ຂ່າວສານປະເທດລາວ

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.