Header Ads

ພິທີວາງສີລາລຶກ ໂຄງການສ້າງໂຮງຮຽນພອນສະຫວັນ ຢູ່ທີ່ບ້ານໂພນສະຫວັນໄຊ ເມືອງແປກແຂວງຊຽງຂວາງ





ພິທີໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 17 ມີນາ 2108 ນີ້ ໂດຍການເຂົ້າຮ່ວມຂອງທ່ານ ບຸນຕົ້ນ ຈັນທະພອນ ວ່າການເຈົ້າແຂວງໆ ຊຽງຂວາງ, ມີທ່ານ ພົຈວ ຫງຽນຈີເຫື່ອງ ຮອງຫົວຫນ້າກອງບັນຊາການທະຫານເຂດ4 ກະຊວງປ້ອງກັນປະເທດ ສສ ຫວຽດນາມ






ທ່ານ ຮສຈ ປອ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານຄຳເຜີຍ ແກ້ວກິນາລີ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ ມີຄະນະຜູ້ແທນຈາກກອງບັນຊາການທະຫານເຂດ 4 ກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ຜູ້ແທນຈາກພະແນກການ ກົມກອງ ຫົວຫນ້າຕຳຫລວດ ທະຫານ ເຈົ້າເມືອງ ແລະ ແຂກຖືກເຊີນອ້ອມຂ້າງແຂວງຊຽງຂວາງເຂົ້າຮ່ວມຢ່າງພ້ອມພຽງ.


ໂຄງການສ້າງໂຮງຮຽນຫລັງດັ່ງກ່າວ ມູນຄ່າ 137.480.086.000 ດົ່ງ ໂຮງຮຽນຫລັງດັ່ງກ່າວປະກອບມີ 14 ຫ້ອງ, ສາມາດຮັບຮອງນ້ອງນັກຮຽນໄດ້ 504 ຄົນ ແບ່ງເປັນ 2 ຊັ້ນຄື: ມັດທະຍົມຕອນຕົ້ນ ແລະ ຕອນປາຍ ໃນນັ້ນຈະມີອຸປະກອນການຮຽນ ການສອນຄົບສຸດ ທັນສະໄໝ ເພື່ອຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ແຂວງຊຽງຂວາງ ກໍ່ຄືປະເທດລາວ ( ສໍາລັບລາຍລະອຽດເພີ່ມເຕີມຕິດຕາມຂ່າວໂທລະພາບ ປກສ ແຂວງຊຽງຂວາງ  )


ພາບ ແລະ ຂ່າວ: ຄຳສາຍ ປກສ ແຂວງຊຽງຂວາງ
© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.