Header Ads

ອົງການຢູເນັດສະໂກ ມອບໃບຢັ້ງຢືນການຮັບຮອງສຽງແຄນລາວເປັນມໍລະດົກໂລກຢ່າງເປັນທາງການ





ອົງການຢູເນັດສະໂກ UNESCO ໄດ້ມອບໃບຢັ້ງຢືນຢ່າງເປັນທາງການ ໃຫ້ແກ່ ສປປລາວ ຮັບຮອງເອົາສຽງແຄນ ເປັນມໍລະດົກໂລກ ໂດຍໃຫ້ກຽດຮັບຄັ້ງນີ້ແມ່ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ , ພ້ອມ ທ່ານ ແສງຄຳ ວົງດາຣາ  ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ບັນດາຄະນະຜູ້ແທນລາວເຂົ້າຮ່ວມທີ່ປະເທດຝຣັ່ງ ມອບ-ຮັບໃບຢັ້ງຢືນການປະກາດສຽງແຄນລາວເປັນມໍລະດົກໂລກ ຈາກ ທ່ານ ນາງ ໂອເດຣ ອາຊູເລ ອຳນວຍການໃຫຍ່ອົງການອຸຍເນສໂກ ທີ່ສຳນັກງານໃຫຍ່ອົງການອຸຍເນສໂກ ທີ່ປະເທດຝຣັ່ງ. 



ແຄນລາວມີ  4 ຊະນິດດ້ວຍກັນ ແລະ ປະກອບດ້ວຍວັດຖຸ 4 ຢ່າງ: ໄມ້ລູກແຄນ ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼື ເງິນ ແລະ ຂີ້ສູດທີ່ນຳໄຊ້ເພື່ອຕິດຮູແຄນ" 



ແຄນລາວມີ 4 ຊະນິດຄື: 

(1) ແຄນຫົກ, ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ:
 - ມີລູກແຄນຂ້າງລະ 6 ລູກ,
 - ມີສຽງນຳກັນ 5 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ;

(2) ແຄນເຈັດ, ເປັນແຄນສໍ່າກາງ:
- ມີລູກແຄນຂ້າງລະ 7 ລູກ, 
- ແຄນສໍ່າກາງນິຍົມເປົ່າໃສ່ດົນຕີອື່ນໆ,
- ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ;



(3) ແຄນແປດ, ເປັນແຄນສໍ່າກາງ ທີ່ໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ:
- ມີລູກແຄນຂ້າງລະ 8 ລູກ,
- ນຳໄຊ້ສຳລັບເປົ່າດ່ຽວ ໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, 
- ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່;

(4) ແຄນເກົ້າ, ເປັນແຄນໃຫຍ່ສຸດ,
- ມີລູກແຄນຂ້າງລະ 9 ລູກ,
- ແຄນຊະນິດນີ້ແມ່ນແຄນທີ່ນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ,
- ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ,
- ແຕ່ໃນບາງເຂດກໍມີການຄົບງັນບຸນປະເພນີດ້ວຍສຽງແຄນຊະນິດນີ້ຢູ່.


© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.