Header Ads

ຜູ້ບໍລິຫານອົງການຟຣັງໂກໂຟນີສາກົນມາຢ້ຽມຢາມທາງການ ຢູ່ ສປປ ລາວ




ໃນຕອນບ່າຍຂອງວັນທີ 14 ມີນາ 2018, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຮັບຜິດຊອບວຽກງານຟຣັງໂກໂຟນີ, ໄດ້ຮັບການເຂົ້າພົບປະຂອງທ່ານ Adama OUANE, ຜູ້ບໍລິຫານຂອງອົງການຟຣັງໂກໂຟນີສາກົນ ຫຼື ອົງການ OIF, ພ້ອມດ້ວຍຄະນະ ຊຶ່ງເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 14-15 ມີນາ 2018.


ໃນການເຂົ້າພົບປະດັ່ງກ່າວ, ທ່ານ ບຸນເກີດ ສັງສົມສັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງອົງການຟຣັງໂກໂຟນີສາກົນ, ໂດຍສະເພາະ ທ່ານ Adama OUANE, ຜູ້ບໍລິຫານຂອງອົງການ OIF ຄົນໃໝ່, ຊຶ່ງເປັນຄັ້ງທຳອິດທີ່ມາຢ້ຽມຢາມ ສປປ ລາວ ພາຍຫຼັງທີ່ໄດ້ຮັບຕຳແໜ່ງເປັນຜູ້ບໍລິຫານ ໃນປີ 2015 ແລະ ເປັນການມາຢ້ຽມຢາມຄັ້ງທຳອິດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການຟຣັງໂກໂຟນີສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆໃນໄລຍະຜ່ານມາ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການ OIF ຕະຫຼອດໄລຍະທີ່ຜ່ານມາ, ຊຶ່ງໄດ້ສະແດງ ເຖິງຂີດໝາຍຄວາມສໍາຄັນຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການຂອງອົງການຟຣັງໂກໂຟນີສາກົນ.
ໃນໂອກາດດຽວກັນ, ທ່ານ ຜູ້ບໍລິຫານຂອງອົງການ OIF ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງ ທ່ານ ບຸນເກີດ ສັງສົມສັກ ແລະ ລັດຖະບານລາວ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ OIF ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຍິນດີໃນການສືບຕໍ່ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OIF, ລວມທັງການສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກອື່ນໆຂອງອົງການດັ່ງກ່າວ ອີກດ້ວຍ.


ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານ Adama OUANE ແລະ ຄະນະ ຍັງໄດ້ເຂົ້າພົບປະ ການນຳຂອງກະຊວງຂະແໜງການກ່ຽວຂ້ອງຕ່າງໆ ຂອງລາວຕື່ມອີກ ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍການຮ່ວມມື ໃນຂະແໜງການຕ່າງໆຂອງລາວ.

ການເດີນທາງມາເຄື່ອນໄຫວຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງອົງການ OIF ຢູ່ໃນພາກພື້ນອາຊີ-ປາຊີຟິກ ແມ່ນເປັນໂອກາດດີ ແລະ ເປັນຂີດໝາຍສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ໃນໄລຍະທີ່ບັນດາປະເທດສະມາຊິກໃນພາກພື້ນດັ່ງກ່າວ ກໍຄືໃນພາກພື້ນອື່ນໆ ພວມກະກຽມຈັດພິທີທາງການ ແລະ ກິດຈະກຳ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2018.

ພາບ ແລະ ຂ່າວ: ວສລ 
© ໂຕະນໍ້າຊາ |     tonamcha.com
__________

Powered by Blogger.