Header Ads

ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍເສີມຂະຫຍາຍການຮ່ວມມື




ເພື່ອເປັນການສົ່ງເສີມສາຍພົວພັນ ແລະ ການຮ່ວມມືທີ່ດີ ຂອງ ສອງພັກ- ສອງລັດຖະບານ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ, ເວົ້າລວມ, ເວົ້າສະເພາະ ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ )ຂອງ ລາວ ກັບ ກະຊວງກິດຈະການສັງຄົມ, ນັກຮົບເກົ່າ ແລະ ພັດທະນາຊາວໜຸ່ມ ກຳປູເຈຍ , ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆຂື້ນ ແລະ ເພື່ອສົ່ງເສີມການຮ່ວມມືດ້ານສະຫວັດດີການສັງຄົມ ຂອງສອງປະເທດ. ໃນລະຫວ່າງວັນທີ 7-11 ມີນາ 2018ນີ້, ທ່ານ ປອ. ຄຳແພງ ໄຊສົມແພງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທາງລັດຖະການ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ວົງ ສົດ ລັດຖະມົນຕີ ກະຊວງກິດຈະການສັງຄົມ, ນັກຮົບເກົ່າ ແລະ ພັດທະນາຊາວໜຸ່ມ ແຫ່ງ ຣາຊະອານາຈັກກຳປູເຈຍ. ໃນໂອກາດດັ່ງກ່າວ, ຄະນະຜູ້ແທນຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ເມັນ ຊຳອອນ ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ເຊຶ່ງ ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ລາຍງານ ແລະ ສະເໜີເຈດຈຳນົງໃນການ ມາຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ຕໍ່ ທ່ານຮອງນາຍົກ ນຳອີກ.





ຈາກນັ້ນ, ຄະນະຜູ້ແທນຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະແລກປຽນບົດຮຽນນຳກັນ ສອງກະຊວງ, ພ້ອມທັງໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກ ທ່ານ ວົງ ສົດ ລັດຖະມົນຕີ ກະຊວງກິດຈະການສັງຄົມ, ນັກຮົບເກົ່າ ແລະ ພັດທະນາຊາວໜຸ່ມ ແຫ່ງ ຣາຊະອານາຈັກກຳປູເຈຍ, ພ້ອມນີ້ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ຮສສ ລາວ, ຍັງໄດ້ປະກອບຄວາມຄິດຄວາມເຫັນຕໍ່ກອງປະຊຸມດັ່ງກ່າວ ໂດຍເນັ້ນໃສ່ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງກະຊວງ ເຊັ່ນ: ວຽກງານແຮງງານ, ວຽກງານປະກັນສົງຄົມ, ລະບົບສັງຄົມສົງເຄາະ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອາຍຸສູງ ແລະ ຜູ້ພິການ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກໄພພິບັດທຳມະຊາດ ແລະ ການແກ້ໄຂບັນຫາລູກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ທັງສອງກະຊວງ ຍັງໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງກິດຈະການສັງຄົມ, ນັກຮົບເກົ່າ ແລະ ພັດທະນາຊາວໜຸ່ມ ແຫ່ງ ຣາຊະອານາຈັກກຳປູເຈຍ , ໂດຍ ທ່ານ ລັດຖະມົນຕີ ປອ. ຄຳແພງ ໄຊສົມແພງ ແລະ ທ່ານ ວົງ ສົດ . ຊຶ່ງເນື້ອໃນຕົ້ນຕໍແມ່ນເປັນເອກະພາບ ໃນການຮ່ວມມື ເພື່ອແນໃສ່ ແລກປ່ຽນບົດ ຮຽນ ແລະ ປະສົບການທາງດ້ານວິຊາການ ເປັນຕົ້ນ ວຽກງານປະກັນສັງຄົມ, ວຽກງານການປົກປ້ອງຜູ້ພິການ ແລະ ຜູ້ອາຍຸສູງ ແລະ ວຽກງານສະຫວັດດີການສັງຄົມ ແລະ ເພື່ອຜັນຂະຫຍາຍເນື້ອໃນການຮ່ວມມືດັ່ງກ່າວ ສອງຝ່າຍຈະໄດ້ມີການແລກປ່ຽນຄະນະວິຊາການ ແລະ ຄະນະຜູ້ແທນຂັ້ນສູງ ເຊິ່ງກັນ ແລະ ກັນ ໂດຍໄດ້ກຳນົດການແລກປ່ຽນ 2 ປີຕໍ່ຄັ້ງ. 



ແລະ ຈາກນັ້ນກໍ ຄະນະ ໄດ້ໄປຢ້ຽມຊົມສະຖານທີ່ທາງວັດທະນະທຳ ແລະ ເຂດພັດທະນາເສດຖະກິດ-ສັງຄົມ ອີກຈຳນວນໜຶ່ງ, ເຊິ່ງແຕ່ລະບ່ອນກໍ່ໄດ້ຕ້ອນຮັບຄະນະຢ່າງອົບອຸ່ນ, ສະໜິດສະໜົມ ສະແດງເຖິງຄວາມສາມັກຄີ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ປະຊາຊົນສອງຊາດລາວ-ກຳປູເຈຍເປັນຢ່າງດີ.

ຂໍ້ມູນພາບ-ຂ່າວ: ຄະນະຕິດຕາມ, ລາຍງານຂ່າວ: ເພັດສະໄໝ 

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.