ມຽນມາຕອບໂຕ້ UN ຢືນຢັ້ງບໍ່ມີການຂ້າລ້າງເຜົ່າພັນຊາວໂຣຮີງຢາ
ສໍານັກຂ່າວຕ່າງປະເທດລາຍງານວ່າ: ເອກອັກຄະລາສະທູດປະເທດມຽນມາທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 72 ທີ່ນະຄອນນີວຢອກ ສ. ອາເມຣິກາ ໄດ້ປະຕິເສດປະເດັນການໃຊ້ຄວາມຮຸນແຮງ ແລະ ຂ້າລ້າງເຜົ່າພັນຊາວໂຣຮີງຢາ ໂດຍຢືນຢັນລັດຖະບານມຽນມາບໍ່ນະໂຍບາຍສະໜັບສະໜຸນ ຫຼື ມາດຕາການແບບນີ້ກັບຊາວໂຣຮີງຢາ.
![]() |
ທ່ານ ໂຮວ ໂດ ຊວນ ເອກອັກຄະລາສະທູດມຽນມາປະຈໍາສະຫະປະຊາຊາດ
|
ການຖະແຫຼງຂອງ ທ່ານ ໂຮວ ໂດ ຊວນ ເອກອັກຄະລາສະທູດມຽນມາປະຈໍາສະຫະປະຊາຊາດ (UN) ໃນລະຫວ່າງການຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ທີ່ຢືນຢັງວ່າຜູ້ນໍາມຽນມາ ຕໍ່ສູ້ເພື່ອອິດສະຫຼະພາບ, ສິດທິມະນຸດສັດທໍາ ແລະ ຕໍ່ຕ້ານການໃຊ້ຄວາມຮຸນແຮງແຮງມາດົນນານ ເຊິ່ງລັດຖະບານເອງກໍເຮັດທຸກຢ່າງເພື່ອປົກປ້ອງບໍ່ໃຫ້ມີການຂ້າລ້າງເຜົ່າພັນ ແລະ ຍັງເປັນຄວາມຮັບຜິດຊອບຂອງລັດຖະບານທີ່ຈະຕ້ອງຕໍ່ສູ້ກັບກຸ່ມຜູ້ກໍ່ການຮ້າຍ ແລະ ປົກປ້ອງຜູ້ບໍລິສຸດ.
ກ່ອນໜ້ານີ້ສະຫະປະຊາ ລະບຸວ່າ ປະຕິບັດການຕອບໂຕ້ທາງການທະຫານຂອງລັດຖະບານມຽນມາ ໂດຍການກວາດລ້າງເຜົ່າພັນດ້ວຍການຂັບໄລ່ຊາວມຸສລິມ ໂຣຮີງຢາອອກຈາກມຽນມາ ແຕ່ທາງລັດຖະບານມຽນກໍອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວ ພ້ອມກັບຊີ້ແຈ້ງວ່າ ລັດຖະບານມຽນກໍາລັງຕໍ່ສູ້ກັບກຸ່ມຜູ້ກໍ່ການຮ້າຍ ແລະ ລາຍງານໂຕເລກຜູ້ເສຍຊີວິດຈາກເຫດປະທະ (ການໂຈມຕິປ້ອມຕໍາຫຼວດຫຼາຍກວ່າ 30 ຈຸດໃນລັດຍະໄຂ ໃນວັນທີ 25 ສິງຫາ ຜ່ານມາ) ປະມານ 400 ຄົນລ້ວນແລ້ວແຕ່ເປັນກຸ່ມຕິດອາວຸດ ຫຼື ກຸ່ມຜູ້ກໍ່ການຮ້າຍ ແລະ ມີຊາວໂຣຮີງຢາອົບພະຍົກໄປປະເທດບັງກາລາເທດ 430,000 ຄົນ.
![]() |
ທ່ານ ໂຄຟີ ອານັນ ອາດີດເລຂາທິການໃຫຍ່ສະຫະປະຊາຊາດ (United Nation) |
ຢ່າງໃດກໍຕາມ, ທ່ານ ໂຄຟີ ອານັນ ( Kofi Annan) ອາດີດເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ມີການພັດທະນາເສດຖະກິດ ແລະ ຄວາມຍຸດຕິທໍາທາງສັງຄົມໃນການຕໍ່ຕ້ານອັນຕະລາຍຈາກຄວາມຮຸນແຮງລະຫວ່າງຊາວພຸດ ແລະ ຊາວມຸສລິມໃນລັດຍະໄຂ່ ເພື່ອໃຫ້ລັດຖະບານມີແຜນງານທີ່ຊັດເຈນ (a clear roadmap) ໃນການແກ້ໄຂບັນຫາໃນອະນາຄົດ.
ທີ່ມາ: The Economic Times
© ໂຕະນໍ້າຊາ | tonamcha.com
Post a Comment