Header Ads

ໄຂ້ມາເລເລຍສາຍພັນໃໝ່ກໍາລັງລະບາດໃນກຸ່ມປະເທດ CLMV ເປັນສາຍພັນໃໝ່ທີ່ດຶ້ຢ່າ !



ສໍານັກຂ່າວຕ່າງປະເທດລາຍງານວ່າ : ໜ່ວຍງານວິໄຈມະຫາວິທະຍາໄລອ໊ອກຟອດ ປະເທດອັງກິດໄດ້ອອກມາປະກາດເຕືອນການແພ່ລະບາດຍອງເຊື້ອໄຂ້ຍຸງມາເລເລຍສາຍພັນໃໝ່ທີ່ດື້ຢາຊະນິດຮຸນແຮງ  ຫຼຶ ເອີ້ນວ່າ “Super Malaria /Superbug” ທີ່ກໍາລັງແພ່ລະບາດໃນກຸ່ມປະເທດລຸ່ມແມ່ນໍ້າຂອງ  ເຊິ່ງຂໍ້ມູນຈາກສໍານັກຂ່າວ ບີບີຊີ (BBC News) ລະບຸວ່າພົບການແພ່ລະບາດຂອງຊຸບເປີມາເລເລຍໃນປະເທດກໍາປູເຈຍ ແລະ ລຸກລາມໄປຍັງບາງພຶ້ນທີ່ຂອງປະເທດໄທ, ລາວ ແລະ ພາກໃຕ້ຂອງປະເທດຫວຽດນາມ ເຊິ່ງລາຍງານສະບັບນຣແມ່ນຖືກຕີພິມລົງວາລະສານການແພດຊື່ “ The Lancet Infectious Diseases”.






ໂດຍໃນລາຍງານຍັງລະບຸວ່າພົບການແພ່ລະບາດຂອງເຊື້ອໄຂ້ຊຸບເປີມາເລເລຍທີ່ດື້ຢາ Artemisinin  ເຊິ່ງເປັນຢາທີ່ໃຊ້ຮັກສາພະຍາດໄຂ້ມາເລເລຍໃນຫຼາຍປະເທດຂອງອາຊີຕາເວັນອອສຽງໃຕ້ (Southeast Asia) ເຊິ່ງປະເທດຫວຽດນາມພົບມີຄົນໄຂ້ພະຍາດມາເລເລຍເຖິງ 1 ໃນ 3 ໃນຂະນະທີ່ປະເທດກໍາປູ່ເຈຍພົບຜູ້ປ່ວຍບໍ່ຕອບສະໝອງຕໍ່ການຮັກສາດ້ວຍຢາ Artemisinin ເຖິງ 60%.




ນອກຈາກນີ້ຍັງມີລາຍງານວ່າມີຜູ້ຕິດເຊື້ອໄຂ້ມາເລເລຍຈໍານວນ 212 ລ້ານຄົນທົ່ວໂລກ ໂດຍສາເຫດຂອງການຕິດເຊື້ອໄຂມາເລເລຍມາຈາກຍຸງເປັນພາຫະນະນໍາເຊື້ອພະຍາດ ເຊິ່ງວິທີການຮັກສາແມ່ນການໃຊ້ຢາ Artemisinin ຄູ່ກັບຢາ Piperaquine ແຕ່ເມື່ອເກີດການດື້ຢາຂອງພະຍາດເຮັດໃຫ້ຢາທັງສອງທີ່ເຄີຍໃຊ້ຈິ່ງບໍ່ເປັນຜົນອີກຕໍ່ໄປ ໃນຂະນະທີ່ອົງກອນ The Wellcome Trust Medical Research Charity ໃນປະເທດອັງກິດລະບຸວ່າ : ແຕ່ລະປີຈະມີຄົນເສຍຊີວິດຈາກການຕິດເຊື້ອພະຍາດແບບດື້ຢາເຖິງ 7,00,000  ຄົນທົ່ວໂລກ ລວມທັງເຊື້ອໄຂ້ຍຸງມາເລເລຍ  ເຊິ່ງໃນອະນາຄົດຖ້າບໍ່ມີມາດຕະການຮັກສາຢ່າງຈິງຈັງ ຄາດວ່າໃນປີ 2050 ຈໍານວນຄົນເສຍຊີວິດຈາກພະຍາດດັ່ງກ່າວຈະເພີ່ມຂື້ນເຖິງ 1,000,000 ຄົນ.​ 




ອ່ານລາຍລະອຽດເພີ່ມເຕີມທີ່:

ທີ່ມາ: BBC News
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.