Header Ads

ຮອງນາຍົກຮ່ວມພິທີເປີດ ຫ້ອງການບໍລິການ-ການລົງທຶນປະຕູດຽວ ຂັ້ນສູນກາງ





ໃນຕອນເຊົ້າຂອງວັນທີ 25 ເມສາ 2018 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເປີດ ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງຂຶ້ນ ໂດຍການໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ເຊິ່ງມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານທີ່ຢູ່ໃນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ພ້ອມດ້ວຍບັນດາແຂກຖືກເຊີນ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.





ໃນພິທີ, ທ່ານ ປອ. ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທັງເປັນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ກ່າວວ່າ: ພາຍຫຼັງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ໄດ້ຖືກຮັບຮອງຢ່າງເປັນທາງການ ໂດຍກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII. ເພື່ອເຮັດໃຫ້ການປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນມີປະສິດທິພາບ ແລະ ປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ອອກດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ) ສະບັບ ເລກທີ 05/ນຍ. ກອງປະຊຸມ ຄລທ.ສ ຄັ້ງປະຖົມມະລືກໄດ້ເປີດຂຶ້ນໃນວັນທີ 14 ເດືອນມີນາ 2017 ແລະ ໄດ້ດໍາເນີນມາຮອດປັດຈຸບັນ ໄດ້ 25 ຄັ້ງ ເຊິ່ງໄດ້ນໍາໂຄງການບັນຫາ ສະເໜີຕໍ່ກອງປະຊຸມ ຈໍານວນ 206 ລາຍການ, ໃນນັ້ນ ສາມາດແກ້ໄຂໃນກອງປະຊຸມ ຫຼື ລາຍງານຂໍການຕົກລົງເພື່ອປະຕິບັດ 127 ລາຍການ, ຕອບປະຕິເສດ 26 ໂຄງການ ແລະ ສືບຕໍ່ຄົ້ນຄ້ວາລາຍງານຄືນ ແລະ ຂໍທິດຊີ້ນໍາ 53 ໂຄງການ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຈຳນວນ 19 ຄັ້ງ, ສັນຍາພັດທະນາໂຄງການ (PDA) 5 ຄັ້ງ, ສັນຍາສຳປະທານ (CA) 5 ຄັ້ງ, ສັນຍາຊອກຄົ້ນ ແລະ ສຳຫຼວດ 5 ຄັ້ງ ແລະ ສັນຍາຂຸດຄົ້ນ ແລະ ປຸງແຕ່ງ 4 ຄັ້ງ.



ສຳລັບ ຫ້ອງການບໍລິການການລົງທຶນປະຕູດຽວ ມີຢູ່ 02 ຂັ້ນ ຄື: ຂັ້ນສູນກາງ ແລະ ຂັ້ນແຂວງ ເປັນກອງເລຂາຊ່ວຍວຽກ ແລະ ເປັນຫ້ອງການປະຈຳການຂອງ ຄລທ ເພື່ອປະຕິບັດໜ້າທີ່ການບໍລິການການລົງທຶນ ຕາມກົນໄກປະຕູດຽວ ໃຫ້ແກ່ຜູ້ລົງທຶນ ຢູ່ ສປປ ລາວ, ອໍານວຍຄວາມສະດວກຮອບດ້ານ ໃຫ້ແກ່ຜູ້ລົງທຶນ ດ້ວຍການໃຫ້ບໍລິການຂໍ້ມູນ-ຂ່າວສານ, ການຕິດຕໍ່ປະສານງານໃນການຂໍລົງທຶນ, ການບໍລິການຫຼັງການອອກອະນຸຍາດລົງທຶນ (ການບໍລິການທີ່ຕິດພັນກັບການລົງທຶນ) ແລະ ການອອກໃບແຈ້ງການຕ່າງໆ ກ່ຽວກັບການລົງທຶນ. ຊຶ່ງຜູ້ລົງທຶນ ທີ່ມີຈຸດປະສົງລົງທຶນໃນ ກິດຈະການໃນບັນຊີຄວບຄຸມ ແລະ ກິດຈະການສຳປະທານ ແມ່ນໃຫ້ຍື່ນຄໍາຮ້ອງຂໍລົງທຶນ ຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ຫຼື ຂັ້ນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ. 





ຫ້ອງການບໍລິການການລົງທຶນປະຕູດຽວ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລ້ວນໍາສະເໜີຕໍ່ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາຕົກລົງຕາມຂັ້ນຂອງຕົນ, ໂດຍຜູ້ລົງທຶນ ຈະໄດ້ຮັບໃບອະນຸຍາດລົງທຶນ ແລະ ທະບຽນວິສາຫະກິດ ພາຍໃນເວລາ 25 ວັນລັດຖະການ (ກິດຈະການໃນບັນຊີຄວບຄຸມ) ແລະ 65 ວັນລັດຖະການ (ກິດຈະການສຳປະທານ) ນັບແຕ່ວັນ ຫ້ອງການບໍລິການການລົງທຶນປະຕູດຽວ ໄດ້ຮັບຄຳຮ້ອງຄົບຖ້ວນ ເປັນຕົ້ນໄປ. ສ່ວນກິດຈະການທີ່ບໍ່ຢູ່ໃນບັນຊີກິດຈະການຄວບຄຸມ ແມ່ນບັນດາກິດຈະການເປີດກວ້າງການລົງທຶນທົ່ວໄປ ສາມາດແຈ້ງຂຶ້ນທະບຽນວິສາຫະກິດນໍາຂະແໜງ ອຸດສາຫະກໍາ ແລະ ການຄ້າ ແລ້ວຂໍອະນຸຍາດດຳເນີນກິດຈະການ ນໍາຂະແໜງການກ່ຽວຂ້ອງ ຕາມທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍ ວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ.



ຫ້ອງການບໍລິການ ການລົງທຶນປະຕູດຽວ ໄດ້ມີການກະກຽມຄວາມພ້ອມ ທາງດ້ານຕ່າງໆ ເຊັ່ນ: 


1. ປັບປຸງຄຳຮ້ອງຂໍລົງທຶນ ໃຫ້ມີຄວາມສະດວກ ແລະ ກະທັດຫັດ ແຕ່ໃຫ້ມີເນື້ອໃນຄົບຖ້ວນ;
2. ມີຄູ່ມືແນະນຳແບບເອກະສານປະກອບຕ່າງໆ ໃນການຍື່ນຄຳຮ້ອງ ເພື່ອໃຫ້ຜູ້ລົງທຶນກະກຽມເອກະສານປະກອບໃຫ້ຄົບຖ້ວນ ຕາມລະບຽບ;
3. ເວລາຜູ້ລົງທຶນ ຍື່ນຄຳຮ້ອງແລ້ວ ຈະມີໃບຮັບເອກະສານ ແລະ ຈ້ຳຂາເຂົ້າ ແລະ ມອບໃຫ້ ຜູ້ລົງທຶນ ເພື່ອເປັນບ່ອນອີງ;
4. ໄດ້ມີການນຳໃຊ້ລະບົບໄອທີເຂົ້າມາຊ່ວຍໃນການຕິດຕາມ ແລະ ຄຸ້ມຄອງເອກະສານ ເຊັ່ນ: ລະບົບຕິດຕາມເອກະສານການລົງທຶນ (Tracking System) ແລະ ລະບົບ Data Base ເປັນລະບົບຄຸ້ມຄອງ, ຕິດຕາມ ຂໍ້ມູນ ແລະ ສະຖິຕິການລົງທຶນທົ່ວປະເທດ;
5. ໄດ້ປັບປຸງເວັບໄຊ ໃນການບໍລິການຂໍ້ມູນ-ຂ່າວສານ, ດາວໂລດຄຳຮ້ອງຂໍລົງທຶນ, ກົດໝາຍ ແລະ ລະບຽບການຕ່າງໆ. ນອກນັ້ນ, ຍັງໄດ້ເປີດຊ່ອງທາງໃຫ້ຄະນະນຳ ສາມາດເຂົ້າເບິ່ງຄວາມຄືບໜ້າຂອງເອກະສານຄຳຮ້ອງຂໍລົງທຶນ ໂດຍຜ່ານທາງເວັບໄຊ;
6. ມີການບໍລິການສາຍດ່ວນ (1503) ຊຶ່ງຜູ້ລົງທຶນສາມາດ ໂທເຂົ້າມາຕິດຕໍ່ສອບຖາມໄດ້.



ຂ່າວ-ພາບ: ສນຍ
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.