Header Ads

ເກີດເຫດໄຟໄໝ້ແກັດເຈ້ຍໃນລົດ 22 ລໍ້ສ້າງຄວາມເສຍຫາຍຫຼາຍສິບລ້ານກີບ




ເຫດການໄຟລຸກໄໝ້ແກັດເຈ້ຍທີ່ບັນຈຸໄວ້ໃນລົດບັນທຸກຂະໜາດ 22 ລໍ້,ໝາຍເລກທະບຽນ T 92366 ທີ່ກຳລັງແລ່ນມາຕາມເສັ້ນທາງເລກ 13 ເໜືອ ໃນເວລາປະມານ 14 ໂມງ 37 ນາທີຂອງວັນທີ 13 ເມສາ 2018 ນີ້, ຂະນະທີ່ຜູ້ຂັບຂີ່ລົດໄດ້ຍິນສຽງຄົນທີ່ແລ່ນລົດຮ່ວມສາຍທາງ ແລະ ຊາວບ້ານຫຼາຍຄົນຮ້ອງບອກວ່າ ມີເຫດການໄຟໄໝ້ເກີດຂື້ນຢູ່ໃນດ້າມລົດບັນທຸກ ຈາກນັ້ນຈິງໄດ້ຈອດລົດຄັນດັ່ງກ່າວຢູ່ຂ້າງທາງທີ່ຫຼັກກິໂລແມັດທີ່ 07 (ເສັ້ນທາງເລກ 13 ເໜືອ) ເມືອງໄຊ ແຂວງອຸດົມໄຊ ເພື່ອດັບມອດໄຟທີ່ກຳລັງລຸກລາມໄໝ້ແກັດເຈ້ຍຢູ່ໃນລົດ,ແຕ່ເຫດການກໍ່ຍິ່ງເພີ່ມການລຸກລາມໄໝ້ຢ່າງໄວວາເນື່ອງຈາກວ່າເປັນໄລຍະເວລາຕອນບ່າຍອາກາດຮ້ອນອົບເອົ້າ ແລະ ມີລົມພັດຜ່ານໄປ-ມາ ທຸກຄົນທີ່ມາເຫັນເຫດການໄດ້ຊ່ວຍກັນດັບມອດໄຟເປັນບາງໄລຍະ



ບາງຈຸດ ເພື່ອປ້ອງກັນບໍ່ໃຫ້ເກີດມີຄວາມເສຍຫາຍຫຼາຍຂື້ນ ພ້ອມທັງໄດ້ໂທລະສັບແຈ້ງຫາເຈົ້າໜ້າທີ່ຕຳຫຼວດມອດໄຟ ປກສ ແຂວງອຸດົມໄຊ ນຳເອົາລົດດັບເພີງຈຳນວນ 2 ຄັນບວກກັບທຸກຄົນທີ່ຢູ່ບໍລິເວນນັ້ນເຂົ້າໄປຊ່ວຍກັນດັບມອດໄຟທີກຳລັງລຸກໄໝ້,ໂດຍໃຊ້ເວລາເກືອບສອງຊົ່ວໂມງຈິງສາມາດດັບມອດໄຟໄວ້ໄດ້ເນື່ອງຈາກວ່າຈຸດທີ່ເກີດເຫດໄຟໄໝ້ເປັນວັດສະດຸປະເພດເຈ້ຍ ແລະ ເຟືອງແຫ້ງເຮັດໄຟໄໝ້ຕິດຕໍ່ກັນໄດ້ງ່າຍ ຜ່ານຊອບຖາມຂອງເຈົ້າໜ້າທີ່ຕຳຫຼວດ: ຜູ້ຂັບຂີ່ລົດຊື່ ທ.ຕັ້ງລູຢິງ ,ອາຍຸ 56 ປີ,ອາຊີບຂັບລົດຢູ່ແຂວງເຮີເປີ້ຍ ສປ ຈີນ; ທ.ຕັ້ງລູຢິງ ຍັງໃຫ້ການຕໍ່ເຈົ້າໜ້າທີ່ທີ່ກຽ່ວຂ້ອງວ່າ: ຕົນເອງ ແລະ ໝູ່ອີກໜື່ງຄົນໄດ້ຂັບຂີ່ລົດມາຮອດໄລຍະໜື່ງກ່ອນທີ່ຈະຈອດລົດແລ້ວລົງຈາກລົດ.

ໃນເບື້ອງຕົ້ນແມ່ນພວກຕົນໄດ້ເຫັນ ແລະ ຍິນຄົນຮ້ອງບອກວ່າມີຄວັນໄຟ ແລະ ແປວໄຟລຸກໄໝ້ຢູ່ເທິງລົດຂອງເຈົ້າ ຈາກນັ້ນກໍ່ໄດ້ສ່ອງເບິ່ງແວ່ນສ່ອງຫຼັງລົດປະກົດເຫັນມີໄຟລຸກໄໝ້ແທ້ຈິງໄດ້ແລ່ນລົດອອກຫ່າງຈາກໝູ່ບ້ານມາ ປະມານ 400 ກວ່າແມັດແລ້ວໄດ້ຈອດລົດ ເພື່ອດັບມອດໄຟ,ແຕ່ກໍ່ບໍ່ສາມາດຢຸດຢັ້ງໄຟໄວ້ໄດ້ ເນື່ອງຈາກວ່າມີລົດແລ່ນຜ່ານໄປ-ມາ ແລະ ມີລົມແຮງໂຊກດີທີ່ມີຄົນມາຊ່ວຍເຫຼືອພ້ອມທັງໂທແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດດັບເພີງ ແລະ ໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນເຂົ້າມາຊ່ວຍໄດ້ມອດໄຟໄດ້ທັນການ,ຕໍ່ເຫດການຄັ້ງນີ້ສະພາບຂອງລົດເສຍຫາຍເລັກນ້ອຍ,ຄົນຂັບລົດປອດໄພ,ສ່ວນແກັດເຈ້ຍທີ່ກຽມມາບັນຈຸໝາກໂມທີ່ສວນປູກໝາກໂມຢູ່ທີ່ບ້ານກັດ ເມືອງໄຊ ແຂວງອຸດົມໄຊ ເພື່ອຈະກັບໄປສົ່ງທີ່ປະເທດ ສປ ຈີນຖືກໄຟໄໝ້ເກືອບໝົດ ລວມມູນຄ່າຄວາມເສຍຫາຍ 36.000 ຢວນ ເທົ່າກັບ 40 ລ້ານກວ່າກີບ. ເຈົ້າໜ້າທີ່ຕຳຫຼວດພະແນກກຽ່ວຂ້ອງໃຫ້ຮູ້ອີກວ່າ: ສາເຫດຂອງການເກີດເຫດອັກຄີໄພ(ໄຟໄໝ້)ໃນຄັ້ງນີ້ຍັງຢູ່ໃນຂັ້ນຕອນຂອງການກວດກາ,ຊັນນະສູດ ແລະ ສືບສວນ-ສອບສວນຫາສາເຫດຢ່າງລະອຽດຈິງຈະແຈ້ງຕາມພາຍຫຼັງ.

ພາບ-ຂ່າວ: ພຸດມະນີ

© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.