Header Ads

ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ພິທີເປີດງານມະຫາກຳຊັບສິນທາງປັນຍາ ປີ 2018




ໃນຕອນແລງ ຂອງວັນທີ 23 ເມສາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ພິທີເປີດງານມະຫາກຳ ຊັບສິນທາງປັນຍາ 2018 ທີ່ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ; ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍ ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍ ແຂກຖືກເຊີນ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.






ໃນໂອກາດດັ່ງກ່າວ, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ລາຍງານໃຫ້ຮູ້ວ່າ: ງານມະຫາກຳຊັບສິນທາງປັນຍາ 2018 ຈັດຂຶ້ນພາຍໃຕ້ຄຳຂວັນທີ່ວ່າ: “ເສີມສ້າງຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແບບຍືນ ຍົງ” ເຊິ່ງຈະມີການຈັດກິດຈະກຳ ແລະ ໂຄສະນາເຜີຍແຜ່ຄວາມຮູ້ ທາງດ້ານຊັບສິນທາງປັນຍາ ເພື່ອໃຫ້ເຫັນໄດ້ຄວາມສຳຄັນ ຂອງຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ພ້ອມດຽວກັນນັ້ນ ກໍ່ເຮັດໃຫ້ນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບວຽກງານ ການຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາ ເປັນຕົ້ນ ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງ ຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ເຕັກນິກໃໝ່, ລິຂະສິດ, ສິດ ແລະ ພູມປັນຍາພື້ນບ້ານ ອັນເປັນມູນເຊື້ອ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ. ອັນສຳຄັນ ກໍ່ຍັງເປັນສະແດງເຖິງ ການເຄົາລົບສິດ, ການສ້າງຈິດສຳນຶກໃນການນັບຖືສິດ ແລະ ປົກປ້ອງຜົນປະໂຫຍດ ຂອງນັກຄົ້ນຄວ້າ, ນັກປະດິດຄິດແຕ່ງ ເພື່ອສົ່ງເສີມແນວ ຄິດສ້າງສັນ ຂອງມວນມະນຸດ. 



ນອກຈາກນັ້ນ ກໍ່ຍັງເປັນການສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງ ທາງດ້ານວິຊາການ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ຂະໜາດກາງ, ນັກທຸລະກິດ, ຜູ້ຜະລິດ, ຊາວກະສິກອນ ແລະ ອື່ນໆ ທັງເຮັດໃຫ້ກຸ່ມຄົນເຫຼົ່ານັ້ນ ໄດ້ນຳຊັບສິນທາງປັນຍາຂອງຕົນ ເຂົ້າເຖິງຂະບວນການຜະລິດເປັນສິນຄ້າ ເປັນຂະບວນການພົ້ນເດັ່ນຂຶ້ນ. ໃນໂອກາດດຽວກັນ, ທ່ານ ບໍ່ວຽງຄຳ ວົງດາລາ ຍັງໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຈັດງານຄັ້ງນີ້ ຈະໄດ້ບໍລິການໃຫ້ຄຳປຶກສາ, ຈັດກອງປະຊຸມສຳມະນາ ກ່ຽວກັບ ຄວາມຮູ້ພື້ນຖານ ກ່ຽວກັບຊັບສິນທາງປັນຍາ, ຈະໄດ້ແນະນຳ ກ່ຽວກັບ ການຈັດທະບຽນຊັບສິນອຸດສາຫະກຳ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດ ທີ່ກ່ຽວຂ້ອງກັບລິຂະສິດ. ພ້ອມດຽວກັນນັ້ນ ກໍ່ຍັງຖືໂອກາດສົ່ງເສີມ ແລະ ເຫັນໄດ້ຄວາມສຳຄັນ ຂອງບົດບາດແມ່ຍິງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຕາມທີ່ອົງການຊັບສິນທາງປັນຍາໂລກ ໄດ້ວາງຄຳຂວັນໃນປີນີ້ວ່າ: “ແມ່ຍິງ ສ້າງນະວັດຕະກຳ ແລະ ປະ ດິດຄິດແຕ່ງ ເປັນພະລັງແຫ່ງການປ່ຽນແປງ”.​





​ໃນພິທີ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ນຳສະເໜີໃຫ້ຮູ້ ກ່ຽວກັບ ການປະກອບສ່ວນຂອງແມ່ຍິງ ໃນວຽກງານການຄົ້ນຄວ້າ, ການປະດິດສ້າງ, ການປະດິດຄິດແຕ່ງ ກໍ່ຄື ການມີສ່ວນຮ່ວມຂອງແມ່ຍິງໃນທົ່ວໂລກ ຕໍ່ວຽກງານຊັບສິນທາງປັນຍາ ເວົ້າລວມ, ເວົ້າສະເພາະ ແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດ ທະນະທຳ ຂອງແມ່ຍິງລາວ.



ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ 
_______


Powered by Blogger.