Header Ads

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ເມສາ 2018





ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ເມສາ 2018 ໄດ້ດໍາເນີນມາເປັນເວລາ 2 ວັນ ຄື: ວັນທີ 23-24 ເມສາ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.



I. ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາບັນດາເອກະສານສໍາຄັນຈໍານວນ 7 ລາຍການ ດັ່ງນີ້:
1. ບົດລາຍງານກ່ຽວກັບສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ສະພາບພົ້ນເດັ່ນພາຍໃນປະເທດ;
2. ບົດລາຍງານກ່ຽວກັບການກະກຽມອອກວິຊ່າ ແບບທັນສະໄໝ (E-VISA);
3. ບົດລາຍງານແຫ່ງຊາດ ປະຈໍາໄລຍະ 2-3 ການຈັດຕັ້ງປະຕິບັດ ອະນຸສັນຍາກ່ຽວກັບການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກໍາລັງປະກອບອາວຸດ ແລະ ອະນຸສັນຍາກ່ຽວກັບຄ້າເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານກ່ຽວກັບເດັກ;
4. ບົດລາຍງານກ່ຽວກັບຄວາມຄືບໜ້າ ແລະ ຄວາມພ້ອມໃນການກະກຽມກອງປະຊຸມໂຕະມົນ ຂອງຄະນະຊີ້ນໍາລະດັບຊາດ ປະຈໍາປີ 2018;
5. ບົດງາຍງານກ່ຽວກັບ ຜົນການສໍາຫຼວດການນໍາໃຊ້ຄູ;
6. ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກະກຽມບັນດາກົດໝາຍ ທີ່ຈະສະເໜີສະພາແຫ່ງຊາດພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນເດືອນ ມິຖຸນາ 2018;
7. ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງລະບົບຄອມພິວເຕີ.



ຜ່ານການພິຈາລະນາຢ່າງເລິກເຊິ່ງ ກອງປະຊຸມໄດ້ຮັບຮອງເອົາ 6 ລາຍການ ພ້ອມທັງ ຊີ້ນໍາໃຫ້ບັນດາກະຊວງ ແລະ ອົງການລັດທຽບເທົ່າ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບາ. ສໍາລັບຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງລະບົບຄອມພິວເຕີ ນັ້ນ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນ ໂດຍໃຫ້ຈັດກອງປະຊຸມສໍາມະນາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ຊັດເຈນ ຈາກນັ້ນ ຈຶ່ງນໍາມາຜ່ານກອງປະຊຸມລັດຖະບານໃນຄັ້ງຕໍ່ໄປ.



II. ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ໃນເດືອນ ເມສາ 2018 ທີ່ຜ່ານມາ ລັດຖະບານ ໄດ້ບັດຕິບັດວຽກງານຈຸດສຸມສໍາຄັນຫຼາຍດ້ານ ດັ່ງນີ້:

1. ໄດ້ສຶບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ ໂດຍສະເພາະ ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ຢາເສບຕິດ ແລະ ອັກຄີໄພ, ໃນນີ້ ໄດ້ເອົາໃຈໃສ່ພິເສດໃນວຽກງານຄຸ້ມຄອງ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃນຊ່ວງບຸນປີໃໝ່ລາວ ເຮັດໃຫ້ສະພາບໂດຍລວມມີຄວາມສະຫງົບ, ອຸປະຕິເຫດ ແລະ ການສວຍໂອກາດຂຶ້ນລາຄາສິນຄ້າ ໃນຊ່ວງປີໃໝ່ກໍ່ບໍ່ເພີ່ມຫຼາຍ ເມື່ອທຽບໃສ່ປີຜ່ານມາ.

2. ໄດ້ເອົາໃຈໃສ່ຊຸກຍູ້-ສົ່ງເສີມ ການຜະລິດເປັນສິນຄ້າ ແລະ ສົ່ງເສີມປີທ່ອງທ່ຽວລາວຜ່ານຫຼາຍກິດຈະກໍາ ເປັນຕົ້ນແມ່ນ: ການເປີດປີທ່ອງທ່ຽວລາວຢູ່ແຂວງຫຼວງພະບາງ ພ້ອມກັບການປະກາດເມືອງຫຼວງພະບາງ ເປັນນະຄອນ-ຫຼວງພະບາງ, ການໂຄສະນາ ແລະ ຈັດກິດຈະກຳສົ່ງເສີມຄົນລາວທ່ຽວເມືອງລາວ ຜ່ານສື່ຕ່າງໆ, ການຈັດງານສົ່ງເສີມກາເຟລາວ, ງານສີມືຫັດຖະກຳລາວ, ການຈັດງານສະເຫຼີມສະຫຼອງ ການຮັບຮອງເອົາສຽງແຄນເຊື້ອຊາດລາວ ເປັນມໍລະດົກໂລກ ແລະ ອື່ນໆ.

3. ໄດ້ດໍາເນີນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ: ການເລັ່ງປັບປຸງ ລັດວິສາຫະກິດການບິນລາວ, ການພິຈາລະນາທາງເລືອກເພື່ອເຂົ້າຫາແຫຼ່ງທຶນຊົດເຊີຍປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ຜົນການກວດກາການຂຸດຄົ້ນ ແລະ ສົ່ງອອກຫີນປາໂກໄດ, ການປັບຂຶ້ນຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານ (ເຊິ່ງຈະເປັນຂອງຂວັນສຳຄັນ ໃຫ້ແກ່ຜູ້ອອກແຮງງານລາວ ໃນໂອກາດວັນກຳມະກອນສາກົນ ທີ່ຈະມາເຖິງໃນອາທິດໜ້ານີ້) ແລະ ບັນຫາອື່ນໆ.

4. ໄດ້ພິຈາລະນາ ແລະ ອອກນິຕິກໍາລຸ່ມກົດໝາຍຈໍານວນໜື່ງ ເປັນຕົ້ນແມ່ນດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງນະຄອນ; ດໍາລັດວ່າດ້ວຍການສ້າງຕັ້ງນະຄອນ (ນະຄອນ-ຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ) ແລະ ແກ້ໄຂຄໍາສະເໜີຂອງບັນດາຂະແໜງການ, ທ້ອງຖິ່ນ, ນິຕິບຸກຄົນ ແລະ ບຸກຄົນ ເຊິ່ງໄດ້ອອກເປັນແຈ້ງການທັງໝົດ 128 ສະບັບ.

5. ໄດ້ລົງຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການເກັບລາຍຮັບ ຢູ່ຫຼາຍທ້ອງຖິ່ນ. ໄດ້ໄປແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ, ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ພັດທະນາຊົນນະບົດໃໝ່, ການຜະລິດກະສິກໍາ ແລະ ຫັດຖະກໍາຂອງປະຊາຊົນ. ສ່ວນບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍ່ໄດ້ໄປເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ຫຼາຍແຂວງໃນທົ່ວປະເທດ.

6. ໄດ້ໄປເຄື່ອນໄຫວຕ່າງປະເທດ ໃນນາມລັດຖະບານ ເປັນຕົ້ນແມ່ນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕາລີ; ກອງປະຊຸມສຸດຍອດຂອບການຮ່ວມມື ອະນຸພາກພື້ນແມ່ນໍ້າຂອງ ທີ່ ສສ ຫວຽດນາມ; ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 3 ທີ່ປະເທດກໍາປູເຈຍ ຊຶ່ງໄດ້ຮັບໝາກຜົນເປັນຢ່າງດີ. ນອກນັ້ນກໍ່ຍັງໄດ້ແຂກຕ່າງປະເທດທີ່ໄດ້ມາຢ້ຽມຢາມປະເທດເຮົາຫຼາຍຄະນະ.

III. ກ່ຽວກັບວຽກງານຈຸດສຸມ ໃນເດືອນ ພຶດສະພາ 2018 ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ທຸກກະຊວງ, ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນ ພຶດສະພາ 2018 ດັ່ງນີ້:

1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ ບັນດາໜໍ່ແໜງຂອງອາຊະຍາກຳ, ຄ້າມະນຸດ, ການຂີ້ລັກງັດແງະ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການໃຊ້ສື່ອອນລາຍເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆ. ເພື່ອເຮັດວຽກງານນີ້ໄດ້ດີ, ຕ້ອງໄດ້ລະດົມກຳລັງແຮງທົ່ວສັງຄົມ, ໂດຍສະເພາະແມ່ນ ຕ້ອງລະດົມຂະບວນການຂອງຊາວໜຸ່ມ ໃຫ້ເຂົ້າຮ່ວມຢ່າງແຂງແຮງ ໃນວຽກງານສະກັດກັ້ນ ແລະ ຕ້ານຄວາມບໍ່ສະຫງົບ, ເປັນກຳລັງແຮງໃນການຊຸກຍູ້ການຜະລິດ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລີກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ທີ່ອາດມີຕໍ່ປະເທດເຮົາ. ພ້ອມກັນນີ້, ກໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາພັກ-ລັດ ໃຫ້ມີຄວາມຮອບຄອບ ແລະ ຮັດກຸມ ທັງທາງດ້ານເນື້ອໃນ ແລະ ແຜນເຄື່ອນໄຫວຕ່າງໆ. ສໍາລັບທ່ານນາຍົກລັດຖະມົນຕີ ແມ່ນຈະໄດ້ນຳພາຄະນະຜູ້ແທນຂອງລັດຖະບານ ໄປຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ຢູ່ປະເທດສິງກະໂປ ໃນທ້າຍເດືອນ ເມາສາ 2018 ນີ້.

3. ສຶບຕໍ່ຊຸກຍູ້ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມແຜນການທີ່ວາງໄວ້. ໂດຍເນັ້ນໜັກວຽກງານຕົ້ນຕໍ ດັ່ງນີ້:

- ສຸມໃສ່ວຽກງານຄຸ້ມຄອງ ການເກັບລາຍຮັບໃຫ້ໄປຕາມແຜນງວດທີ 2 ໂດຍເສີມສ້າງແຫຼ່ງລາຍຮັບບົ່ມຊ້ອນ ແລະ ສະກັດກັ້ນ-ອັດຊ່ອງວ່າງການຮົ່ວໄຫຼ, ລັກລອບ ແລະ ຫຼົບຫຼີກການເສຍພັນທະ ພາສີ-ອາກອນ;
- ຄຸ້ມຄອງອັດຕາເງິນເຝີ້ ແລະ ອັດຕາແລກປ່ຽນໃຫ້ຢູ່ເກນປົກກະຕິ;
- ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ;
- ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສ້າງເງື່ອນໄຂໃຫ້ພາກທຸລະກິດພາຍໃນສາມາດເຂົ້າເຖິງແຫຼ່ງທຶນ;
- ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການໃຫ້ຢູ່ໃນສະພາບສະຫງົບ, ສົມເຫດສົມຜົນ ແລະ ບໍ່ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ;
- ສືບຕໍ່ປັບປຸງສະພາບແວດລ້ອມ ແລະ ຄວາມສະດວກໃນການດຳເີນທຸລະກິດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ ແຂງແຮງກວ່າເກົ່າ.
- ເປັນເຈົ້າການໃນການປະເມີນ ແລະ ປັບປຸງປະສິດທິຜົນໃນການນຳໃຊ້ທຶນຊ່ວຍເຫຼືອລ້າ (ODA Effecti veness) ແລະ ທຶນກູ້ຢືມ ທັງຈາກພາຍໃນ ແລະ ຕ່າງປະເທດ ເພື່ອເປັນກຳລັງແຮງໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ.

4. ເລັ່ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການພົບປະ ລະຫວ່າງ ການນຳຂັ້ນສູງຂອງ ລາວ-ຫວຽດນາມ ແລະ ລາວ-ຈີນ. ສຳລັບການຮ່ວມມື ລາວ-ຫວຽດນາມ, ໃຫ້ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ປະສານສົມທົບກັບຂະແໜງການຂອງລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຫວຽດນາມ ຢ່າງເປັນເຈົ້າການ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການທີ່ສອງລັດຖະບານ ໄດ້ເປັນເອກະພາບທາງດ້ານຫຼັກການນຳກັນແລ້ວ ເປັນຕົ້ນແມ່ນ ໂຄງການຮ່ວມມືພັດທະນາທ່າເຮືອຫວຸ່ງອ່າງ, ໂຄງການພັດທະນາເຂື່ອນນ້ຳຂອງແຂວງຫຼວງພະບາງ, ໂຄງການກໍ່ສ້າງເສັ້ນທາງຢູ່ແຂວງໄຊສົມບູນ ແລະ ອື່ນໆ.
ສໍາລັບການຮ່ວມມື ລາວ-ຈີນ, ໃຫ້ຄະນະກຳມະການຮ່ວມມື ລາວ-ຈີນ ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງຂອງລາວ ແລະ ພາກສ່ວນກ່ຽວຂ້ອງຂອງຈີນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອ ທີ່ທ່ານປະທານ ສີ ຈິນຜິງ ໄດ້ປະກາດໃນເວລາຢ້ຽມຢາມລາວ.

5. ສືບຕໍ່ລົງກວດກາຜົນການກວດສອບ ເປົ້າໝາຍໂຄງການລົງທຶນຂອງລັດແຕ່ຫົວທີ ເພື່ອຮັບປະກັນບໍ່ໃຫ້ມີບັນຫາຫຍຸ້ງຍາກ ທີ່ຈະຕາມມາພາຍຫລັງໂຄງການສໍາເລັດ, ສືບຕໍ່ຊຸກຍູ້ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບອວ່າຍໜີ້ສາມແຈໃຫ້ສໍາເລັດໂດຍໄວ ເພາະວ່າການຈັດຕັ້ງປະຕິບັດຕົວຈິງຍັງຊັກຊ້າ ແລະ ບໍ່ທັນສຳເລັດຕາມແຜນການທີ່ໄດ້ອະນຸມັດ. ພ້ອມກັນນີ້, ໃຫ້ຄະນະສະເພາະກິດຕາມການຈັດຕັ້ງປະຕິບັດ ຂໍ້ຕົກລົງ ເລກທີ 40/ນຍ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ລວມທັງການເບິກ-ຈ່າຍເງິນເດືອນໃຫ້ທົ່ວເຖິງຢ່າງປົກກະຕິ ເພື່ອລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໃນເດືອນພຶດສະພາ 2018 ນີ້.

6. ຂະແໜງການກ່ຽວຂ້ອງ ໂດຍສະເພາະຂົງເຂດຄວາມໝັ້ນຄົງ (ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ), ຂົງເຂດເສດຖະກິດ (ກະຊວງແຜນການ ແລະ ການລົງທຶນ), ຂົງເຂດວັດທະນະທຳ-ສັງຄົມ (ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ) ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ກະກຽມຄຳເຫັນຢ່າງມີເນື້ອໃນ ເພື່ອປະກອບຕໍ່ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 2-8 ພຶດສະພາ ທີ່ຈະມາເຖິງໃນມໍ່ໆນີ້ ຕາມການກຳນົດຂອງວາລະກອງປະຊຸມ ແລະ ຕາມການເຈາະຈີ້ມຂອງປະທານກອງປະຊຸມ.'

7. ກະກຽມບັນດາເອກະສານທີ່ຈະລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 5 ໃຫ້ຮອບຄອບຮັດກຸມ, ໃນກອງປະຊຸມສະພາ ຄັ້ງທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ຜ່ານຮ່າງກົດໝາຍ ທັງໝົດ 11 ສະບັບ (ນອກຈາກນີ້, ລັດຖະບານ ກໍ່ໄດ້ປະກອບຄຳເຫັນໃສ່ກົດໝາຍອີກ 2 ສະບັບ ທີ່ສູນກາງແນວລາວສ້າງຊາດ ແລະ ສະຫະພັນນັກຮົບເກົ່າ ເປັນຜູ້ຮ່າງ ແລະ ຈະເປັນຜູ້ລາຍງານ). ພ້ອມກັນນີ້, ລັດຖະບານກໍ່ຈະໄດ້ລາຍງານຫຼາຍບັນຫາທີ່ສຳຄັນ ເຊິ່ງໄດ້ແຈ້ງໃຫ້ກອງປະຊຸມໄດ້ຊາບແລ້ວ ໃນຕອນເຊົ້າມື້ນີ້. ດັ່ງນັ້ນ, ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກເປັນແຈ້ງການໃຫ້ບັນດາຂະແໜງການ ເພື່ອກະກຽມໃຫ້ຮອບຄອບ ແລະ ຕົວຈິງ, ມີເນື້ອໃນຄົບຖ້ວນ ແລະ ສົມເຫດສົມຜົນ ພ້ອມທັງກະກຽມເຂົ້າຮ່ວມ ແລະ ຕິດຕາມກອງປະຊຸມດ້ວຍຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ.

8. ໃຫ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ກະກຽມຮອບດ້ານ ໃຫ້ແກ່ການຜະລິດລະດູຝົນທີ່ກຳລັງມາເຖິງ ເພື່ອໃຫ້ທັນກັບລະດູການ ໂດຍປະສານສົມທົບ, ໃຫ້ຄຳແນະນຳ, ຊຸກຍູ້ຊ່ວຍເຫຼືອປະຊາຊົນ ແລະ ຜູ້ປະກອບການໃນການກະກຽມລະດູການຜະລິດ, ເຝົ້າລະວັງພະຍາດລະບາດ ສັດ-ລະບາດພືດຕ່າງໆ ທີ່ອາດເກີດຂຶ້ນ ນັບທັງການແພ່ລະບາດຂອງຕັກກະແຕນຢູ່ບັນດາແຂວງພາກເໜືອ ແລະ ໃຫ້ຂໍ້ມູນຂ່າວສານ ພ້ອມທັງຄຳແນະນຳ ແລະ ການເຊື່ອມຕໍ່ການຜະລິດກັບຕະຫຼາດ ພາຍໃນ ແລະ ຕ່າງປະເທດ.

9. ສືບຕໍ່ເອົາໃຈໃສ່ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ໂດຍສະເພາະໃນຂົງເຂດການລົງທຶນຂອງລັດ, ການຫັນຊັບສິນເປັນທຶນໃນໄລຍະຜ່ານມາ, ການລົງທຶນຂອງພາກທຸລະກິດ ນັບທັງການກະກຽມ ແລະ ຈັດຕັ້ງປະຕິບັດນະໂຍບາຍການປັບຄ່າແຮງງານຂັ້ນຕ່ຳ ໃຫ້ແກ່ຜູ້ອອກແຮງງານ ໃນ ສປປ ລາວ ໃຫ້ທ່ວງທັນຕາມກຳນົດເວລາ ເພື່ອເປັນຂອງຂວັນ ແລະ ຂະບວນການ ໃນໂອກາດວັນກຳມະກອນສາກົນ 01 ພຶດສະພາ 2018 ທີ່ຈະມາເຖິງນີ້ ແລະ ອື່ນໆ ເພື່ອໃຫ້ສືບຕໍ່ດ້ານການຄຸ້ມຄອງລັດ ​ໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ພ້ອມກັນນີ້, ກໍ່ໃຫ້ບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ໃຫ້ຮີບຮ້ອນສະຫຼຸບຂາດຕົວງົບປະມານ ປີ 2017 ໃຫ້ສໍາເລັດໄວ ເພາະປະຈຸບັນກໍກ້າວເຂົ້າງວດທີ 2 ຂອງສົກປີ 2018 ແລ້ວ.


ພາບ -ຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ 
_______


Powered by Blogger.