Header Ads

ເມືອງວຽງໄຊ ແຂວງຫົວພັນ ຍັງເຫລືອຜູ້ທຸກຍາກພຽງ 7 %



ໃນໂອກາດສະເຫລີມສະຫລອງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປີ. ທ່ານ ແອງສອນ ນາມມະນິນິນ ເຈົ້າເມືອງວຽງໄຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຜ່ານມາໃຫ້ຮູ້ວ່າ: ຕະຫລອດໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນວຽກງານ 3 ສ້າງເຮັດໃຫ້ວິຖີຊີວິດການເປັນຢູ່ຂອງປະຊາຊົນບັນດາ ເຜົ່າມີການປ່ຽນແປງເປັນຮູບປະທໍາດີຂຶ້ນ. ປະຊາຊົນທຸກຍາກໃນທົ່ວເມືອງຍັງເຫລືອ 7,18%, ປະຊາຊົນມີການເຕົ້າໂຮມຄວາມສາມັກຄີບັນດາເຜົ່າເປັນປຶກແຜ່ນແໜ້ນໜາ, ເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຮັບຮູ້ໄດ້ເຖິງແນວທາງການເມືອງ, ລະບຽບກົດໝາຍ. ພ້ອມນັ້ນປະຊາຊົນບັນດາເຜົ່າຍັງເປັນຈິດນຶ່ງໃຈດຽວເພື່ອປົກປັກຮັກສາ ແລະ ພັດທະນາບ້ານເມືອງໃຫ້ດີຂຶ້ນເປັນກ້າວໆ.



ເມືອງວຽງໄຊມີເນື້ອທີ່ທັງໝົດ 1.552,32 ກິໂລແມັດ, ເປັນເມືອງທີ່ມີພູຜາສູງຊັນກວມເອົາ 80% ຊຶ່ງປົກຄຸມດ້ວຍປ່າໄມ້ຕືບໜາ ນອກນັ້ນຍັງເປັນຈຸດທີ່ຕັ້ງຍຸດທະສາດທີ່ສໍາຄັນຄື: ເປັນເມືອງທີ່ມີພູຜາຫີນທີ່ສູງຊັນຫລາຍໜ່ວຍຕັ້ງລຽນກັນເປັນແຖວອ້ອມຮອບທົ່ງນາໄກ່-ວຽງໄຊ. ປັດຈຸບັນມີ 14 ກຸ່ມບ້ານ, 104 ບ້ານ, ມີພົນລະເມືອງທັງໝົດ 32.697 ຄົນ, ຍິງ 15.988 ຄົນ, ມີ 6061 ຄອບຄົວ, ປະກອບມີ 5 ຊົນເຜົ່າຄື: ເຜົ່າກືມມຸ, ເຜົ່າໄຕແດງ, ເຜົ່າມົ້ງ, ເຜົ່າອີວມຽນ ແລະ ເຜົ່າລາວລຸ່ມ.

ທ່ານເຈົ້າເມືອງວຽງໄຊ ໃຫ້ຮູ້ຕື່ມອີກວ່າ: ເມືອງວຽງໄຊ ແມ່ນກໍາເນີດມາຈາກຂະ ບວນການຕໍ່ສູ້ປະຕິວັດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວຊຶ່ງປະກອບຈາກ 2 ເມືອງຄື: ເມືອງຊໍາເໜືອ 10 ຕາແສງ ແລະ 1 ຕາ ແສງຂອງເມືອງໂສຍໃນເມື່ອກ່ອນລວມເຂົ້າເປັນເຂດໜຶ່ງເຊິ່ງມີຖານະບົດບາດເທົ່າກັບເມືອງໜຶ່ງ ແລະ ຂຶ້ນກັບການຊີ້ນໍາໂດຍກົງຮອບດ້ານຈາກສູນກາງເອີ້ນວ່າ:ເຂດພິເສດ ຂອງສູນກາງແນວລາວຮັກຊາດ ແລະ ສ້າງຕັ້ງຂຶ້ນວັນທີ 3 ພະຈິກ 1968 ທີ່ລຸ້ງບ້ານນາກ້ຽງຕາແສງປົົວ ແລະ ກໍາເນີດເອົາຖໍ້າຮ່າງບ້ານຊຽງລວງເປັນສໍານັກງານ ສະນັ້ນໄດ້ຖືເອົາວັນດັ່ງກ່າວເປັນວັນສ້າງຕັ້ງເມືອງວຽງໄຊ.



ໃນປີ 1972 ສູນກາງມອບໂອນໃຫ້ແຂວງຫົວພັນ ຈຶ່ງເອີ້ນຊື່ເມືອງສໍາພັນ ຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ໂດຍປະຕິບັດແນວທາງປອງດອງຊາດໂຮມບ້ານ, ໂຮມເມືອງສູນກາງພັກໄດ້ໂຮມເມືອງຊໍາພັນກັບເມືອງໂສຍເຂົ້າເປັນເມືອງ “ວຽງໄຊ” ມາເຖິງເທົ່າທຸກວັນນີ້. ວຽງໄຊ ແມ່ນນາມປາກກາຂອງປະທານ ໄກສອນ ພົມວິຫານ ໃນຍາມຕໍ່ສຸ້ກູ້ຊາດ ຫລື ຊື່ລັບຂອງປະທານ ໄກສອນ ພົມວິຫານ ເພື່ອໃຫ້ຊື່ເມືອງດັ່ງກ່າວຕິດພັນກັບປະຫວັດສາດການຕໍ່ສູ້ຂອງປະຊາ ຊົນລາວ ກັບຂະບວນການປະຕິວັດປົດປ່ອຍຊາດ, ຕິດພັນກັບການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງມີປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ຊີ້ນໍາ-ນໍາພາໂດຍກົງ.


ພາບ ແລະ ຂ່າວ: ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.