Header Ads

ພິທິມອບ-ຮັບຍົນເຝິກແອບ-ສູ້ຮົບ Yak 130 ຈໍານວນ 4 ລໍາໃຫ້ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ



ຕອນບ່າຍຂອງວັນທີ 21 ມັງກອນ 2019 ນີ້, ບໍລິສັດລັດ ວິສາຫະກິດໂຣດໂຊໂບໂຣນແອັກ ສະປອດ ( Rosoboronexport ) ແຫ່ງ ສ.ຣັດເຊຍ ໄດ້ມອບ ຍົນເຝິກແອບ-ສູ້ຮົບ Yak 130 ໃຫ້ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຈຳນວນ 4 ລຳ, ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງ ກັນປະເທດແຫ່ງ ສປປ ລາວ, ມີ ທ່ານ ມິຄາອິນ ວາລາດີເມຍໂຣວິກບາຣານນ໊ອບ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ຣັດເຊຍ ປະຈຳ ສປປ ລາວ, ມີຄະນະນຳຈາກກົມກອງທີ່ກ່ຽວຂ້ອງ, ບັນດາທ່ານ ແຂກ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມ. 



ໃນພິທີ ທ່ານ ອາເລັກຊັງເດິເມລິກ ດາວີດົບ (ALEXANDERMELIK-DAVYDOV) ຕາງ ໜ້າບໍລິສັດ ລັດວິສາຫະກິດ ໂຣດໂຊໂບໂຣນແອັກສະປອດ ໄດ້ຂຶ້ນ ກ່າວມອບ ເຊິ່ງກ່າວຮັບໂດຍທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ເຊິ່ງທ່ານ ພົນຕີ ປະສິດ ທ່ຽງທຳ ກ່າວວ່າ: ການໄດ້ຮັບ ຍົນຫັດແອບ-ສູ້ຮົບດັ່ງກ່າວນີ້ເປັນການປະກອບສ່ວນອັນສຳຄັນໃນ ການຍົກສູງລະດັບຄວາມສາມາດໃນການເຝິກແອບເຮືອບິນ ສູ້ຮົບຂອງກອງທັບປະຊາຊົນ ລາວ ໃຫ້ສູງຂຶ້ນ, ເປັນການສ້າງ ຄວາມເຂັ້ມແຂງ ແລະ ເພິ່ມທະວີ ປະສິດທິພາບໃຫ້ແກ່ວຽກງານ ປັບປຸງກໍ່ສ້າງກອງທັບໃນການປົກປັກຮັກສາເຂດນ່ານຟ້າຂອງ ສປປ ລາວ ໄວ້ຢ່າງໝັ້ນຄົງ. ພ້ອມທັງກ່າວວ່າ ຈະເອົາໃຈໃສ່ ຊີ້ນໍາການອົບຮົມຫັດແອບຢ່າງມີປະສິດຕິຜົນສູງ. ພ້ອມນັ້ນກໍ ຈະເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງ ບຸກຄະລາກອນ, ນັກວິຊາການ ເພື່ອຮອງຮັບການນຳໃຊ້ຍົນດັ່ງກ່າວຢ່າງມີປະສິດທິຜົນ. 

ໃນໂອກາດນີ້ ທ່ານ ພົນຕີ ປະສິດ ທ່ຽງທຳ ຍັງໄດ້ມອບຍົນຈໍານວນດັ່ງກ່າວໃຫ້ແກ່ກົມທະຫານອາກາດ ເພື່ອສືບຕໍ່ຊີ້ນຳກົມກອງທີ່ຂຶ້ນກັບ ຄຸ້ມຄອງນຳໃຊ້ ແລະ ປົກປັກຮັກ ສາຕາມຫຼັກການດ້ານເຕັກນິກຕໍ່ໄປ. 

ໃນໂອກາດດຽວກັນນີ້ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ມອບຫຼຽນກາມິດຕະພາບ ແລະ ຫຼຽນກາ 70 ປີ ໃຫ້ ແກ່ນັກວິຊາການຝ່າຍຣັດເຊຍ ຈຳນວນ 5 ທ່ານ ເຊິ່ງໃຫ້ກຽດ ຂຶ້ນປະດັບຫຼຽນໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.


ທີ່ມາ:  Lao People’s Army News
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.