Header Ads

ຕໍານານ ແລະ ຮອຍພະບາດ ທີ່ວັດພຣະບາດໂພນສັນ ມໍລະດົກທາງດ້ານວັດທະນາທຳຂອງ ແຂວງບໍລິຄຳໄຊ




ວັດພະທາດພະບາດ - ໂພນສັນ ມີຄວາມໝາຍສໍາຄັນທາງດ້ານ ປະຫວັດສາດ, ວັດທະນະທໍາ - ສັງຄົມ ມາແຕ່ດົນນານ, ເປັນສູນລວມ ຈິດໃຈ ຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນບ່ອນເຄົາລົບບູຊາກາບໄຫວ້, ວັດພະທາດພະບາດຕັ້ງຢູ່ແຄມທາງເລກທີ່ 13 ໃຕ້ເປັນເສັ້ນທາງຜ່ານເໜືອ - ໃຕ້ ທີ່ເໝາະສົມຕໍ່ການທ່ອງທ່ຽວ ທາງດ້ານວັດທະນະທໍາ, ເຂດທົ່ງພຽງລ້ອງແມ່ນໍ້າ 5 ສາຍຄື: ແມ່ນໍ້າຂອງ, ນໍ້າງຽບ, ນໍ້າຊັນ, ນໍ້າສາ ແລະ ນໍ້າກະດິງ, ເພີ່ນໄດ້ພົບເຫັນຊາກເມືອງບູຮານ ຢູ່ຫຼາຍແຫ່ງຊຶ່ງເປັນບ່ອນຊຸມຊົນແໜ້ນໜາ ຕັ້ງບ້ານເຮືອນທີ່ຢູ່ອາໃສ, ທໍາມາຫາກິນທີ່ມີຄວາມອຸດົມສົມບູນທາງທໍາມະຊາດ ຂອງທົ່ງພຽງລ້ອງແມ່ນໍ້າແຕ່ລະສາຍ ກາຍເປັນແຫຼ່ງອະລິຍະທໍາຈະເລີນຮຸ່ງເຮືອງ ມາແຕ່ສະໄໝອານາຈັກສີໂຄດຕະບອງ, ຈົນມາຮອດອານາຈັກລ້ານຊ້າງເພີ່ນໄດ້ພົບເຫັນຊາກເມືອງບູຮານຕ່າງໆເຊັ່ນ: ເມືອງໂພນຈິກ-ວຽງງົວ, ເມືອງຊຽງສາ, ເມືອງພະນໍ້າຮຸ່ງ, ເມືອງນຽກ, ເມືອງວຽງສຸລິນດັ່ງນິ້ເປັນຕົ້ນ ເມືອງໂພນຈິກ-ວຽງງົວ ຕັ້ງຢູ່ລະຫວ່າງທ່າໂພນສັນ ເຂດດຽວກັບວັດພະບາດ ເປັນແຫຼ່ງປະຫວັດສາດ ທີ່ມີຄວາມສີວິໄລແຫ່ງໜຶ່ງ ທີ່ບໍ່ທັນໄດ້ຂຸດຄົ້ນທາງບູຮານວິທະຍາ ແຕ່ເຂດດັ່ງກ່າວສ້າງຕັ້ງເປັນນະຄອນລັດ ໃນສະໄໝອານາຈັກສີໂຄດຕະບອງ ຄຽງຄູ່ກັບເມືອງພະນໍ້າຮຸ່ງ, ເມືອງສີໂຄດ, ພະທາດພະນົມ, ພະທາດອີງຮັງ, ເມືອງສາເກດສວນຕານ ເຊິ່ງເປັນບໍລິເວນທີ່ຕັ້ງພະທາດໂພນ ແຂວງສະຫວັນນະເຂດ ໃນປະຈຸບັນ ບໍລິເວນໂພນຈິກ-ວຽງງົວ ດັ່ງກ່າວຈຶ່ງສັນນິຖານເບື້ອງຕົ້ນວ່າແມ່ນ ຂອບເຂດພະບາດໂພນສັນກວມເອົາເນື້ອທີ່ ປະມານ 4 ກິໂລຕາແມັດ.





ຕໍານານໂພນສັນ ແລະ ຮອຍພະບາດ:

ໃນຕໍານານອູລັງຄະທາດກ່າວໄວ້ວ່າ ພະອໍລະຫັນສາມອົງຊື່ວ່າ ພະມະຫາພຸດທະລັກຂິຕະ, ພະມະຫາທໍາມະລັກຂິຕະ ແລະ ພະມະຫາສັງຄະລັກຂິຕະ ໄດ້ນໍາເອົາພະບໍລົມມະສີລິກະທາດ ມາແຕ່ປະເທດອິນເດຍຄື ພະບໍລົມມະສີລິກະທາດຫົວເນົ່າ ໄປປະດິດສະຖານໄວ້ທີ່ພູເຂົາຫຼວງ (ທາດຫຼວງວຽງຈັນ) ສ້າງຝາອຸໂມງໄວ້ທັງສີ່ດ້ານ ດ້ານລະຫ້າວາ ໜາສອງວາ ສູງສີ່ວາສາມສອກ, ພະບໍລົມມະສີລິກະທາດຝາເທົ້າຂວາ ໄປປະດິດສະຖານໄວ້ທີ່ເມືອງຫຼ້າ ໜອງຄາຍ ສ້າງເປັນອຸໂມງກວ້າງ ດ້ານລະສອງວາ ສອງສອກ ສູງສາມວາ ແລະ ພະບໍລົມມະສີລິກະທາດແຂ້ວຝາງ ໄປປະດິດສະຖານໄວ້ທີ່ໂພນຈິກ-ວຽງງົວ ຄືວັດພຣະບາດ ພ້ອມດຽວກັນກັບມື້ສ້າງພະທາດພະນົມ, ພະທາດອີງຮັງ, ພະທາດໂພນ ແລະ ພະທາດເຊີງຊຸມ, ເຂດໂພນຈິກ - ວຽງງົວ ເປັນເຂດຂອງເມືອງສຸວັນນະພູມ ໃນສະໄໝພຸດທະການ ແລ້ວກາຍມາເປັນເຂດແດນຂອງອານາຈັກລ້ານຊ້າງ ປະມານ 600 ຫາ 700 ປີຜ່ານມາ.



ມີເຈົ້າສັດທາຕະກຸນໜຶ່ງຈາກເມືອງວຽງຈັນ ມາຄົ້ນພົບເຫັນຮອຍພະບາດທີ່ມີເສົາ ໄມ້ແກ່ນລົ້ມທັບພ້ອມທັງກ້ອນຫີນໜາມໜໍ່ ກໍ່ເປັນຝາຫັກຊະຊາຍຢູ່ບ່ອນນັ້ນ ຈຶ່ງພາກັນເລີກອອກທໍາຄວາມສະອາດແລ້ວເຫັນຮອຍພະບາດກວ້າງ 1,20 ແມັດ, ຍາວ 2,40 ແມັດ ແລະ ເລິກ 0,02 ແມັດ ເຊິ່ງເຂົ້າໃຈວ່າແມ່ນຊາກຫໍກວມຮອຍພະບາດຫຼັງເກົ່າ ສ້າງມາດົນນານປານໃດແລ້ວນັ້ນບໍ່ມີໃຜຮູ້ ແຕ່ເບິ່ງຕາມກ້ອນຫີນໜາມໜໍ່ແລ້ວ ອາດຈະສ້າງຂື້ນໃນສະໄໝເພີ່ນສ້າງວັດພູຈໍາປາສັກ ສະຕະວັດທີ່ 6 ບໍລິເວນວັດພະທາດພະບາດ ກວມເອົາຜະລານຫີນທໍາມະຊາດທັງໝົດ 1.200 ເຮັກຕາ ເຊິ່ງເລີ່ມສ້າງມາແຕ່ປີ ພສ 902 ສັນນິຖານຢູ່ສີມຮ້າງ ແລະ ຊາກອຸບມຸງກວມຮອຍພະບາດ.



ໃນຄັ້ງໜຶ່ງພະພຸດທະເຈົ້າໄດ້ສະເດັດຈາກໜອງຄັນແທ້ຜີເສື້ອນໍ້າ ຫຼື ພູເຂົາຫຼວງ (ບ່ອນພະທາດຫຼວງວຽງຈັນ) ມາຕາມແຄມແມ່ນໍ້າຂອງ ພັກເຊົາຢູ່ໂພນຈິກ-ວຽງງົວ ພະຍານາກສອງຕົນໄດ້ເຫັນພະພຸດທະເຈົ້າສະເດັດມາເຖິງໂພນຈິກ-ວຽງງົວ ກໍ່ມີຄວາມເຫຼື້ອມໃສສັດທາອອກມາຕ້ອນຮັບ ແລະ ກາບໄຫວ້ພະພຸດທະເຈົ້າໃຫ້ພັກເຊົາສັນເພນຢູ່ທີ່ນີ້ ແຕ່ວ່າບໍລິເວນສະຖານທີດັ່ງກ່າວລ້ວນແຕ່ແມ່ນບ່ອນຝັງສົບຂອງຄົນເຮົາ ພະຍານາກທັງສອງຈຶ່ງໄດ້ກວາດເອົາດິນຫີນຊາຍ ຕຸ້ມຂື້ນໃຫ້ເປັນໂພນສູງໃຫຍ່ ເພື່ອໃຫ້ພະພຸດທະເຈົ້າໄດ້ນັ່ງສັນເພນ ຢູ່ເທິງຈອມໂພນນັ້ນຈຶ່ງເອີ້ນວ່າໂພນສັນ, ພະຍານາກທັງສອງທີ່ມີຈິດໃຈສັດທານໍາພຸດທະສາສະໜາ ໄດ້ທູນຂໍເອົາຮອຍພະບາດນໍາພະພຸດທະເຈົ້າ ເພື່ອເປັນທີ່ກາບໄຫວ້ເຄົາລົບບູຊາຈຶ່ງໄດ້ຢຽບຮອຍພະບາດ ໄວ້ພະລານຫີນບໍລິເວນບ່ອນຕັ້ງວັດພະບາດຢູ່ໃນປະຈຸບັນນີ້ ຈຶ່ງໄດ້ເອີ້ນກັນວ່າ ວັດພະບາດໂພນສັນສືບກັນຕໍ່ໆມາ.



ໄປຄຽງຄູ່ກັບອະລິຍະທໍາແຫ່ງໂພນຈິກ-ວຽງງົວ ໃນສະໄໝນັ້ນ ມາຮອດປະຈຸບັນເພີ່ນໄດ້ຄົ້ນພົບເຫັນວັດຖຸບູຮານ ແລະ ພະພຸດທະຮູບທີ່ເກົ່າແກ່ຈໍານວນຫຼວງຫຼາຍເຊັ່ນ: ເພີ່ນໄດ້ຄົ້ນພົບພະພຸດທະຮູບຄໍາ, ທອງ ແລະ ເງີນ ຈໍານວນ138 ອົງ ຢູ່ບ້ານຜາໂປງໃນປີ 2011, ຄ້ອງທອງ 4 ອັນ ແລະ ຊີງແຊ່ງ ຈໍານວນ 25 ອັນ ທີ່ບ້ານນາ ປີ 2014, ພົບຮອຍພະບາດທີ່ພູຊະແນນບ້ານນາໄຊ ປີ 2008, ພະພຸດທະຮູບຄໍາທີ່ສັກສິດ 11 ອົງ ປະຊາຊົນໄດ້ມາຈາກພູເຂົາຄວາຍ ແລ້ວມາຖວາຍພະອາຈານສີທັດໃນໄລຍະກໍ່ສ້າງພະທາດໃນປີ 1973 ແລະ ແຫ່ງອື່ນໆ ຕາມການສັນນິຖານຂອງວິຊາການກົມມໍລະດົກວ່າໂພນຈິກ-ວຽງງົວ ແມ່ນເມືອງລາວບູຮານທີ່ມີຄວາມຮຸ່ງເຮືອງ ທາງພຸດທະສາສະໜາມາແຕ່ສະໄໝອານາຈັກສີໂຄດຕະບອງ.



ຄຸນຄ່າ ແລະ ຄວາມສໍາຄັນຂອງວັດພະທາດພະບາດ-ໂພນສັນ

ເນື່ອງຈາກວ່າວັດພະທາດພະບາດ - ໂພນສັນ ມີຈຸດທີ່ຕັ້ງສວຍງາມ ມີສະພາບແວດລ້ອມ ທີ່ອຸດົມສົມບູນທີ່ເປັນເອກະລັກສະເພາະຂອງພື້ນທີ່ ເປັນສູນລວມທາງສາສະໜາ ທີ່ປະຊາຊົນລາວໃຫ້ຄວາມເຄົາລົບນັບຖື ຜ່ານການສໍາຫຼວດ ແລະ ປະເມີນຜົນຕົວຈິງເຫັນວ່າວັດພະທາດພະບາດ-ໂພນສັນ ແມ່ນຫຼັກຖານອັນໂດດເດັ່ນ ທີ່ສະແດງເຖິງຜົນງານຊິ່ນເອກຂອງການສ້າງສັນ ທີ່ມີຈຸດທີ່ຕັ້ງ ແລະ ເອກະລັກສະເພາະຂອງການຈັດວາງແຜນຜັງ ໂຄງປະກອບຂອງພື້ນທີ່ອາຄານທາງພຸດທະສາສະໜາ ມີຄວາມໂດດເດັ່ນທາງດ້ານປັດຕິມະກໍາ ແລະ ມີຄວາມເກົ່າແກ່, ມາຮອດປະຈຸບັນ ວັດດັ່ງກ່າວ ຈື່ງໄດ້ຮັບຮອງເປັນມໍລະດົກຂອງທ້ອງຖິ່ນ ແຂວງບໍລິຄຳໄຊ ໃນວັນທີ 22 ມັງກອນ 2016 ເປັນຕົ້ນມາ.

ບົດຄວາມ: Thaphabath Review  | ຮຽບຮຽງ : tonamcha.com 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.