Header Ads

ສະຫລຸບປີທ່ອງທ່ຽວລາວ 2018 ນັກທ່ອງທ່ຽວເຂົ້າມາລາວ ບັນລຸຫລາຍກວ່າ 4.186.000 ຄົນ ເພີ່ມຂື້ນ 8.2%


ພິທີສະຫລຸບປີທ່ອງທ່ຽວລາວ 2018 ຈັດຂື້ນຢ່າງເປັນທາງການໃນຕອນບ່າຍ ວັນທີ 11 ກຸມພາ 2019 ນີ້, ຢູ່ຫໍວັດທະນາທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ປະທານຄະນະຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018, ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງອ້ອມຂ້າງກະຊວງ ແລະບັນດາແຂວງເຂົ້າຮ່ວມ.



ໃນພິທີຄັ້ງນີ້ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ລາຍງານກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2018 ໂດຍທ່ານໄດ້ຊີ້ໃຫ້ເຫັນວ່າ: ຕະຫຼອດປີ 2018 ຜ່ານມາກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເອົາໃຈ ໃສ່ເປັນເຈົ້າການປະສານງານກັບບັນດາຂະແໜງການກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນຢ່າງຕັ້ງໜ້າ ເພື່ອພ້ອມກັນແກ້ໄຂບັນດາຂໍ້ອັດຕັນທີ່ເປັນອຸປະສັກຕໍ່ວຽກງານພັດທະນາການທ່ອງທ່ຽວ ແລະ ພ້ອມກັນກໍານົດບັນດາກິດຈະກໍາທ່ອງທ່ຽວຕ່າງໆໃຫ້ມີຄວາມຫຼາກຫຼາຍ ເພື່ອໂຄສະນາດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວປະເທດລາວໃຫ້ຫຼາຍຂື້ນ ໂດຍໄດ້ຈັດກິດຈະກໍາສົົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດຢູ່ບັນດາແຂວງ ຕະຫຼອດຮອດຂັ້ນເມືອງຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ, ສ່ວນລັດຖະບານໄດ້ໃຫ້ຄວາມສໍາຄັນເປັນພິເສດ ໂດຍໄດ້ສະໜອງງົບປະມານ ແລະມີນະໂຍບາຍພິເສດຈໍານວນໜື່ງເຊັ່ນ: ຍົກເວັ້ນຄ່າທໍານຽມວິຊາໃຫ້ແກ່ 4 ປະເທດ ໃນໄລຍະປີທ່ອງທ່ຽວລາວ 2018 ຄື: ປະເທດເດນມາກ, ນອກແວ, ແຟງລັງ ແລະ ຊູແອດ. ຜ່ານການຈັດຕັ້ງປະຕິບັດບັນດາກິດຈະກຳເຫລົ່ານັ້ນ ເຮັດໃຫ້ຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມລາວ ບັນລຸຫລາຍກວ່າ 4.186.000 ເທື່ອຄົນ ເພີ່ມຂື້ນ 8,2 ສ່ວນຮ້ອຍ ເມື່ອທຽບປີ 20 17 ຜ່ານມາ ສາມາດສ້າງລາຍຮັບເຂົ້າປະເທດໄດ້ຫລາຍກວ່າ 755.340.000 ໂດລາສະຫະລັດ ເພີ່ມຂື້ນ 17 ສ່ວນຮ້ອຍທຽບໃສ່ປີ2017 ຜ່ານມາ.




ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ຮອງປະທານ, ຜູ້ປະຈໍາການຄະ ນະຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ຊີ້ໃຫ້ເຫັນຕື່ມວ່າ: ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ ຂະແໜງທ່ອງທ່ຽວລາວຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງບາງດ້ານ ເປັນຕົ້ນສະຖານທີ່ທ່ອງທ່ຽວຫຼາຍແຫ່ງຍັງບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ, ກິດຈະກໍາການທ່ອງທ່ຽວບໍ່ຫຼາກຫຼາຍ ແລະ ຜະລິດຕະພັນດ້ານການທ່ອງທ່ຽວໃຫມ່ໆຍັງມີຫນ້ອຍ, ພື້ນຖານໂຄງລ່າງ ແລະສີ່ງອໍານວຍຄວາມສະດວກດ້ານຕ່າງໆຍັງບໍ່ທັນສະດວກ ແລະອື່ນໆ.







ໃນພິທີສະຫລຸບປີທ່ອງທ່ຽວລາວ 2018 ຄັ້ງນີ້ຍັງໄດ້ມອບລາງວັນພັດທະນາການທ່ອງທ່ຽວດີເດັ່ນ ແລະຍືນຍົງຂອງລາວໃຫ້ບັນດາຜູ້ປະກອບການດ້ານການທ່ອງທ່ຽວທີ່ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານພັດທະນາການທ່ອງທ່ຽວ ຈຳນວນ 127 ລາງວັນ ໃນນີ້ສະຖານທີ່ທ່ອງທ່ຽວມີ 16 ລາງວັນ, ໂຮງແຮມ 19 ລາງວັນ, ຣີສອດ 6 ລາງວັນ, ເຮືອນພັກ 5 ລາງວັນ, ບໍລິສັດທ່ອງທ່ຽວມີ 18 ລາງວັນ, ພະນັກງານນຳທ່ຽວ 18 ລາງວັນ, ຮ້ານອາຫານ 24 ລາງວັນ, ການທ່ອງທ່ຽວປະຊາຊົນມີສ່ວນຮ່ວມ 5 ລາງວັນ, ເຮືອນພັກແຮມປະຊາຊົນ 5 ລາງວັນ ແລະພາກສ່ວນ, ບຸກຄົນອຸປະຖໍາປີທ່ອງທ່ຽວລາວ 2018 ມີ 11 ລາງວັນ ໂດຍແມ່ນທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ປະທານຄະນະຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ໃຫ້ກຽດມອບລາງວັນພາບ-ຂ່າວ: ຈັນທະສອນ ສີຫານາດ (ວສລ)


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.