Header Ads

ປີ 2018 ຜ່ານມາ ແຂວງຄຳມ່ວນ ມີຜູ້ເສຍຊີວິດຍ້ອນ ອຸບັດຕິເຫດ ທັງໝົດ 32 ລາຍ



ທ່ານ ພັທ ພອນໄຊ ສຸວັນນະບຸບຜາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ໄດ້ລາຍງານໃຫ້ຮູ້ວ່າ: ໃນປີ 2018 ຜ່ານມາແຂວງຄຳມ່ວນ ແມ່ນມີອຸບັດຕິເຫດເກີດຂຶ້ນຫຼາຍພໍສົມຄວນ ສາຍເຫດທີ່ພາໃຫ້ເກີດອຸບັດຕິເຫດ ກໍ່ເນື່ອງມາຈາກ ການເພີ່ມຂຶ້ນຂອງຍານພາຫະນະ, ຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບຈະລາຈອນ, ເມົາແລ້ວຂັບຂີ່ລົດໄວ, ສະພາບເຕັກນິກລົດບໍ່ຮັບປະກັນ, ດັດແປງສະພາບເຕັກນິກລົດ, ສະພາບຂອງເສັ້ນທາງເປ່ເພ, ເປັນຂຸມ, ປ້າຍກຳນົດ, ປ້າຍເຕືອນບໍ່ທັນຄົບຖ້ວນ ແລະ ການຈອດລົດຊະຊາຍຕາມເຂດຫວງຫ້າມ. ເຊິ່ງສາມາດສັງລວມໄດ້ ໃນປີ 2018 ຜ່ານມາ ໃນທົ່ວແຂວງມີອຸບັດຕິເຫດເກີີດຂຶ້ນທັງໝົດ 60 ລາຍ, ທຽບໃສ່ປີ 2017 ເພີ່ມຂຶ້ນ 5 ລາຍ, ມີພາຫະນະເປ່ເພທັງໝົດ 93 ຄັນ, ມີຜູ້ໄດ້ຮັບບາດເຈັບ 123 ຄົນ, ເສຍຊີວິດ 32 ຄົນ, ເພີ່ມຂຶ້ນ 15 ຄົນທຽບໃສ່ປີ 2017, ລວມມູນຄ່າເສຍຫາຍ 2 ຕື້ກວ່າກີບ. 



ຕໍ່ກັບສະພາບການດັ່ງກ່າວ ທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ເອົາໃຈໃສ່ປ້ອງກັນ ເປັນຕົ້ນແມ່ນ ການວາງມາດຕະການ ແລະ ວິທີແກ້ໄຂ ແມ່ນໄດ້ສຸມໃສ່ເພີ່ມທະວີວຽກງານການເມືອງ ນຳພາແນວຄິດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມງວດໃນການປະຕິບັດກົດລະບຽບວິໄນຂອງກຳລັງເຈົ້າໜ້າທີ່, ເພີ່ມທະວີວຽກງານໂຄສະນາ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຂໍ້ກຳນົດກົດລະບຽບຕ່າງໆໃນການໃຊ້ລົດໃຊ້ຖະໜົນ, ເພີ່ມທະວີວຽກງານກວດກາ, ການລະບາຍການສັນຈອນ ໂດຍສະເພາະໃນເວລາໂມງເຂົ້າການ, ເລີກການ ທີ່ເປັນຊ່ວງເວລາທີ່ລົດມີຄວາມແອອັດຫຼາຍ ພ້ອມທັງເພີ່ມທະວີວຽກງານການບັງຄັບໃຊ້ກົດໝາຍໃຫ້ຫຼາຍຂຶ້ນ ແລະ ເຂັ້ມງວດກວ່າເກົ່າ. 



ທ່ານ ພັທ ພອນໄຊ ໃຫ້ຮູ້ຕື່ມວ່າ: ສຳລັບວຽກງານປ້ອງກັນການສັນຈອນໃນໄລຍະຊ່ວງບຸນນະມັດສະການ ພຣະທາດສີໂຄດຕະບອງ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນແຂວງ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດຈາລະຈອນເມືອງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈັດຕັ້ງວາງແຜນໃນການປ້ອງກັນ ຈັດຊ້ອນບັນຈຸກຳລັງເຂົ້າຢ່າງລະອຽດ ເຊິ່ງລວມມີກຳລັງທັງໝົດ 300 ກວ່າຄົນ, ເພື່ອສັບຊ້ອນກຳລັງເຂົ້າໃນແຕ່ລະຈຸດເປົ້າໝາຍ ເພື່ອຮັບປະກັນການລະບາຍການສັນຈອນຂອງລົດທີ່ແອອັດໄດ້ຢ່າງປອດໄພ ເພື່ອຫຼີກລ້ຽງອຸບັດຕິເຫດທີ່ຈະເກີດຂຶ້ນ ພ້ອມທັງຮຽກຮ້ອງໃນທົ່ວສັງຄົມ ກໍ່ຄືຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງຊ່ວຍກັນເປັນເຈົ້າການໃນການຮັກສາ ແລະ ປະຕິບັດຕາມ ກົດລະບຽບຈະລາຈອນຢ່າງເຂັ້ມງວດ ພ້ອມທັງມີສະຕິລະວັງຕົວໃນເວລາການຂັບຂີ່ ເພື່ອຫຼີກລ້ຽງການເກີດອຸບັດຕິເຫດ ທີ່ຈະເຮັດໃຫ້ສູນເສຍທັງຊີວິດ, ຊັບສິນຂອງຕົວທ່ານເອງ ແລະ ຄົນອ້ອມຂ້າງ.

ພາບ -ຂ່າວ: ຂ່າວແຂວງຄໍາມ່ວນ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.