Header Ads

ພູສະເຫຼົ້າ ແລະ ຕໍານານເຊື່ອມໂຍງນິທານ ທ້າວບາຈຽງ ນາງມະໂລງ



ເລື່ອງລາວຕໍ່ເນື່ອງຈາກນິທານ ທ້າວ ບາຈຽງ ແລະ ນາງ ມະໂລງ ເຊິ່ງມີການເຊື່ອມໂຍງກັບຕໍານານພູຊ່າເຫຼົ້າ (ພູສະເຫຼົ້າໃນປັດຈຸບັນ) ວ່າຂັນໝາກ ແລະ ເຄື່ອງຂອງບໍ່ວ່າຈະເປັນເຫຼົ້າຢາປາປິ້ງທີ່ນໍາມາເພື່ອສູ່ຂໍ ນາງ ມະໂລງ ຜູ້ທີ່ເປັນຄູ່ໝັ້ນຄູ່ໝາຍ ແຕ່ກັບໄດ້ຂ່າວວ່າ ນາງ ມະໂລງ ນັ້ນເສຍຊີວິດແລ້ວ ໂດຍທີ່ ທ້າວ ບາຈຽງ ບໍ່ຮູ້ວ່າຂ່າວດັ່ງກ່າວນັ້ນແມ່ນເປັນແຜນຂອງພໍ່ແມ່ ນາງ ມະໂລງ  ເພື່ອກິດກັ້ນບໍ່ຢາກໃຫ້ ທ້າວ ບາຈຽງ ແຕ່ງງານກັບ ນາງ ມະໂລງຕາມທີ່ເຄິຍໃຫ້ໝາຍໝັ້ນ ແລະ ສັນຍາກັບພໍ່ທ້າວ ບາຈຽງ ຕອນທີ່ ພໍ່ຂອງ ທ້າວ ບາຈຽງ ໄດ້ຊວ່ຍຊີວິດພໍ່ຂອງ ນາງ ມະໂລງ ໃນຕອນທີ່ເດີນທາງເຂົ້າປ່າບັງເອີນພົບເສືອຮ້າຍໂຕໜຶ່ງ ແຕ່ໂຊກດີພໍ່ ທ້າວ ບາຈຽງ ຜ່ານມາເຫັນເລີຍຊ່ວຍຊີວິດໄວ້ໄດ້ ແລະ ທັງສອງກໍສັນຍາວ່າຈະໃຫ້ລູກໆແຕ່ງງານກັນເມື່ອພວກເຂົາໃຫຍ່ເປັນບ່າວເປັນສາວ.



ທ້າວ ບາຈຽງ  ເມື່ອມາຮອດຕີນພູກໍເຫັນຄົນຮ້ອງໄຫ້ເລີຍຖາມວ່າ ເກີດຫຍັງຂື້ນ ແຕ່ຄົນທີ່ພໍ່ແມ່ ນາງ ມະໂລງ ແຕ່ງມານັ້ນບອກວ່ານີ້ແມ່ນສົບຂອງ ນາງ ມະໂລງ ທີ່ໄດ້ເສຍຊີວິດແລ້ວ  ພໍໄດ້ຍິນແນວນັ້ນ ທ້າວ ບາຈຽງ  ກໍເລີຍຫົວໃຈແຕກສະຫຼາຍກັບເຫດການຫາສິ່ງມາປຽບໄດ້ ທ້າວ ບາຈຽງ ຜູ້ມີຈິດຮັກກ້າຫານ ແລະ ຮັກດຽວໃຈດຽວ ເລີຍຕັດສີນໃຈຂ້າໂຕເອງຕາຍຕາມ ນາງ ມະໂລງ ໄປຢູ່ເທິງເນີນພູ ເຊິ່ງໃນປະຈຸບັນແມ່ນພູສະເຫຼັ້າ ຫຼື ວັດພູສະເຫຼັ້ານັ້ນເອງ. ຕາມການເລົ່າຂານວ່າ ຊື່ວ່າພູຊ່າເຫຼັ້ານີ້ແມ່ນຍ້ອນ ຂະບວນຂັນໝາກຂອງ ທ້າວ ບາຈຽງ  ໄດ້ເທເຫຼົ້າທີ່ກຽມມາສູ່ຂໍ ແລະ ລ້ຽງສະຫຼອງໃນວັນແຕ່ງງານ ກັບ ນາງ ມະໂລງ ລົງໃສ່ພູທີ່ ທ້າວ ບາຈຽງ ຂ້າໂຕຕາຍນັ້ນໝົດ ໂດຍບໍ່ເອົາກັບຄືນແມ້ແຕ່ໄຫດຽວ.



ເມື່ອພໍ່ແມ່ ນາງ ມະໂລງ ຮູ້ວ່າ ທ້າວ ບາຈຽງຕາຍແລ້ວ ແລະ ບໍ່ມີໃຜມາເປັນອຸປະສັກໃຫ້ ນາງ ມະໂລງ ແຕ່ງານກັນລູກພະຍາແລ້ວ   ພໍ່ແມ່ ນາງ ມະໂລງ ກໍຈັດງານລ້ຽງສະຫຼອງຢ່າງມ່ວນຊື່ນ ປ່ອຍໃຫ້ ນາງ ມະໂລງ ຢູ່ຕາມລໍາພັງ ແລະ ໃນທີ່ສຸດ ເຫດການບໍ່ຄາດຄິດກໍເກີດຂື້ນເມື່ອ ນາງ ມະໂລງ ຕັດສີນໃຈຂ້າໂຕຕາຍຕາມທ້າວ ບາຈຽງໄປ ດ້ວຍການກັ້ນໃຈຕາຍ.  ໃນນິທານສະບັບຜູ້ເຖົ້າຜູ້ແກ່ເລົ່າຕໍ່ກັນມາ ບອກວ່າຂຸມຝັງສົບຂອງທ້າວ ບາຈຽງ ແມ່ນເກີດເປັນພູບາຈຽງ ແລະ ສ່ວນຂຸມຝັງສົບຂອງ ນາງ ມະໂລງ ນັ້ນກໍແມ່ນພູມະໂລງໃນປັດຈຸບັນ ທີ່ຕັ້ງສະຫງ່າສະແດງຄວາມຮັກອັນແສນເສົ້າຂອງ ທ້າວ ບາຈຽງ ແລະ ນາງ ມະໂລງ ແລະ ພູທັງສອງໜ່ວຍນັ້ນກໍກາຍມາເປັນສັນຍາລັກຂອງເມືອງປາກເຊຈົນເຖິງປັດຈຸບັນ.


ເລື່ອງລາວຄວາມຮັກຂອງ ທ້າວ ບາຈຽງ ແລະ ນາງ ມະໂລງ ກໍໄດ້ຖືກແຕ່ງເປັນບົດເພງທີ່ໄດ້ຮັບຄວາມນິຍົມ ແລະ ໂດ່ງດັງທີ່ສຸດໃນບ້ານເຮົາ ໂດຍສະເພາະເຂດພາກໃຕ້ແຂວງຈໍາປາສັກ ແຂວງໃກ້ຄຽງ.

ສໍາລັບເລື່ອງລາວຕອນຜ່ານມາຈາກກະຕຸ່ນ http://www.tonamcha.com/2017/04/blog-post_35.html

ໂຕະນໍ້າຊາ  | tonamcha.com
-----------------



Powered by Blogger.