Header Ads

ກຸ່ມ ບໍລິສັດ ມິດຜົນ ຈັບມື ລາວສະໄໝ ກຽມສ້າງເຂື່ອນໄຟຟ້າເຊບັ້ງໄຟ ກຳລັງການຜະລິດ 110 ເມກາວັດ


ກຸ່ມໂຮງງານຜະລິດນ້ຳຕານ ມິດຜົນ ( ໄທ ) ແລະ ກຸ່ມ ບໍລິສັດ ລາວສະໄໝ ກໍ່ສ້າງເຂື່ອນ ແລະ ຂົວທາງຈຳກັດ ( ລາວ ) ໄດ້ລົງນາມຮ່ວມທຶນ ເພື່ອເຂົ້າພັດທະນາ ແລະ ລົງມືກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳ ແລະ ເຮັດຊົນລະປະທານຢູ່ນ້ຳເຊບັ້ງໄຟ ແຂວງຄຳມ່ວນ ເຊິ່ງຄາດວ່າຈະສາມາດຜະລິດໄຟຟ້າໄດ້ 110 ເມກາວັດ ແລະ ສາມາດຫົດເນື້ອທີ່ຊົນລະປະທານໄດ້ເຖິງ 40 ພັນເຮັກຕາ ຢູ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ.
ທ່ານ ພູວົງ ກໍລະສັກ ປະທານກຸ່ມ ບໍລິສັດ ລາວສະໄໝ ກໍ່ສ້າງ ຂົວທາງຈຳກັດ ກ່າວວ່າ: ພວກເຮົາມີຄວາມພູມໃຈທີ່ຈະເປັນສ່ວນໜຶ່ງຂອງໂຄງການພັດທະນາເຂື່ອນເຊບັ້ງໄຟ ໃນຄັ້ງນີ້, ເພື່ອຕອບສະໜອງນະໂຍບາຍຂອງລັດ ທີ່ຕ້ອງການພັດທະນາປະເທດໃຫ້ເຕີບໂຕດ້ວຍຄວາມມຸ່ງຫວັງໃຫ້ຂະແໜງກະສິກຳທີ່ເປັນອາຊີບຫຼັກຂອງປະຊາຊົນ ຄວບຄູ່ກັບທຸລະກິດຜະລິດໄຟຟ້າຈາກພະລັງງານນໍ້າ ໂດຍ ບໍລິສັດ ລາວສະໄໝ ຈະຮັບໜ້າທີ່ໃນການເບິ່ງແຍງເລື່ອງສະຖານທີ່ເພື່ອການກໍ່ສ້າງ, ການອອກແບບ, ກຳລັງຄົນ ແລະ ທີມງານ, ການເລືອກໃຊ້ເຕັກໂນໂລຊີລວມເຖິງວັດສະດຸອຸປະກອນ, ເຄື່ອງມືທີ່ທັນສະໄໝ ແລະ ມີປະສິດທິພາບ ເພື່ອກໍ່ສ້າງເຂື່ອນທີ່ເໝາະສົມກັບຈຸດປະສົງ ເພື່ອໃຫ້ເກີດປະໂຫຍດສູງສຸດກັບຂະແໜງເສດຖະກິດ ແລະ ການຜະລິດກະສິກຳຂອງປະເທດ.
ທ່ານກ່າວວ່າ: ໂຄງການພັດທະນາເຂື່ອນລະບົບຊົນລະປະທານ ແລະ ຜະລິດໄຟຟ້າພະລັງງານນ້ຳເຊບັ້ງໄຟ 1 ເປັນເຂື່ອນແບບນ້ຳໄຫຼຜ່ານ ( Run of River Dam ) ພ້ອມເປັນແຫຼ່ງນ້ຳຈ່າຍໃຫ້ລະບົບຊົນລະປະທານສຳລັບພື້ນທີ່ກະສິກຳ ລວມທັງໝົດ 40 ພັນເຮັກຕາ ໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ມູນຄ່າການລົງທຶນ 8,000 ລ້ານບາດ ຫຼື ເກືອບ 2 ພັນຕື້ກີບ ດ້ວຍສັດສ່ວນ ການລົງທຶນຂອງກຸ່ມ ມິດຜົນ 70% ແລະ ກຸ່ມ ສປປ ລາວ ( ຈາກເອກະຊົນ ແລະ ລັດ ) ລວມ 30% ມີກຳລັງການຜະລິດໄຟຟ້າ 110 ເມກາວັດ ໂດຍມີແຜນຈະຈຳໜ່າຍໄຟຟ້າທີ່ຜະລິດໄດ້ໃຫ້ລັດວິສາຫະກິດໄຟຟ້າລາວທັງໝົດ ເຊິ່ງຄາດວ່າຈະສາມາດເຊັນສັນຍາສຳປະທານກັບລັດຖະບານ ແລະ ລົງມືກໍ່ສ້າງໄດ້ໃນປີ 2018.


ທ່ານ ກິດສະດາ ມົນທຽນວິຊຽນສາຍ ປະທານເຈົ້າໜ້າທີ່ບໍລິຫານ ແລະ ກຳມະການຜູ້ຈັດການໃຫຍ່ ກຸ່ມ ມິດຜົນ ກ່າວວ່າ: ກວ່າ 10 ປີທີ່ລົງທຶນດ້ານກະສິກຳຢູ່ ສປປ ລາວ ເຮັດໃຫ້ມີຄວາມໃກ້ສິດ ແລະ ເຂົ້າໃຈໃນຄວາມຕ້ອງການຂອງຊາວກະສິກອນໃນພື້ນທີ່ເປັນຢ່າງດີ ແລະ ມີຄວາມຕັ້ງໃຈເຕັມທີ່ຈະຮ່ວມມືກັບກຸ່ມ ບໍລິສັດ ລາວສະໄໝ ສຶກສາພັດທະນາເຂື່ອນເຊບັ້ງໄຟ ເພື່ອຜະລິດໄຟຟ້າ ແລະ ເປັນແຫຼ່ງນ້ຳໃຫ້ລະບົບຊົນລະປະທານ ຮອງຮັບການຜະລິດກະສິກຳໃນເຂດນັ້ນ ເພື່ອສ້າງຄວາມສາມາດໃນການເຮັດນາແຊງ, ປູກອ້ອຍໃຫ້ໄດ້ຮັບຜົນດີ ແລະ ພືດຊະນິດອື່ນໆເພື່ອຍົກຊີວິດການເປັນຢູ່ຂອງຊາວກະສິກອນໃນບໍລິເວນນັ້ນ.
ໃນຕອນທ້າຍ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ໂຄງການນີ້ເປັນໂຄງການທີ່ດີ, ໂຄງການນີ້ມີນ້ຳມາຈາກ 2 ສາຍ ແລະ ມີອ່າງໃຫຍ່ຕັ້ງຢູ່ເທິງພູ ເຊິ່ງບໍລິມາດນ້ຳມີ 450 ກິໂລແມັດກ້ອນ ສາມາດຜະລິດໄຟຟ້າໄດ້ຕະຫຼອດ ແລະ ຕາມການຄາດຄະເນວ່າ ປະມານ 2 – 3 ເດືອນເທົ່ານັ້ນຈະບໍ່ໄດ້ຜະລິດເພາະວ່ານ້ຳທ້າຍເຂື່ອນຈະຂຶ້ນສູງ, ໃນທາງດ້ານເຕັກນິກທ່ານມີຄວາມໝັ້ນໃຈວ່າເຂື່ອນດັ່ງກ່າວມີປະສິດທິຜົນຍ້ອນວ່າ ເຂື່ອນນີ້ຈະເປັນເຂື່ອນໜຶ່ງທີ່ເຊື່ອມໂຍງລະຫວ່າງພາກກາງ ແລະ ພາກໃຕ້ ເຊິ່ງມີຄວາມຕ້ອງການພະລັງງານໄຟຟ້າສູງ. ນອກຈາກ, ພະລັງງານໄຟຟ້າແລ້ວຍັງສາມາດນຳນ້ຳເພື່ອໄປໃຊ້ໃນການຜະລິດກະສິກຳ ພ້ອມນັ້ນເຂື່ອນນີ້ຍັງເປັນແຫຼ່ງທ່ອງທ່ຽວທີ່ໃຫຍ່ໃນ 2 ແຂວງ.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ກ່າວ ຊົມເຊີຍທັງສອງບໍລິສັດທີ່ມີຄວາມຕັດສິນໃຈສູງ ເພື່ອພັດທະນາເຂື່ອນເຊບັ້ງໄຟ. ທ່ານຍັງເນັ້ນໃຫ້ທັງສອງບໍລິສັດພາຍຫຼັງເຊັນສັນຍາຄັ້ງນີ້ ໄດ້ຮັບເອົາພັນທະຂອງຕົນເພື່ອພັດທະນາໂຄງການດັ່ງກ່າວໃຫ້ໄດ້ລົງມືຈັດຕັ້ງປະຕິບັດໂດຍໄວ. ໂຄງການນີ້ເປັນໂຄງການທີ່ດີທີ່ສຸດໃນການພັດທະນາເສດຖະກິດ – ສັງຄົມ ໃນ 2 ແຂວງ ເພາະໄດ້ພະລັງງານໄຟຟ້າແລ້ວຍັງໄດ້ໃຊ້ນ້ຳເພື່ອທຳການຜະລິດກະສິກຳຕື່ມອີກ.
ພິທີເຊັນສັນຍາຮ່ວມທຶນມີຂຶ້ນໃນວັນທີ 19 ພຶດສະພາ 2017 ທີ່ຮ້ານອາຫານ ວິນລາ ໂອເປລາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມີປະທານຈາກ 2 ບໍລິສັດ ພ້ອມດ້ວຍພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທີ່ມາ: ເສດຖະກິດ-ການຄ້າ 
-----------------

Powered by Blogger.