Header Ads

12 ຄຸນປະໂຫຍດຂອງຜັກຂະແຍງ




1.ຜັກຂະແຍງມີລົດເຜັດຮ້ອນ,ກິ່ນຫອມ ຊ່ວຍເຮັດໃຫ້ຈະເລີນອາຫານຫຼຸດອາການເບື່ອອາຫານ
2.ໝໍຢາພື້ນເມືອງແນະນຳວ່າໃຫ້ກິນຜັກຂະແຍງເພື່ອປ້ອງກັນເສັ້ນເລືອດຕີບຕັນແລະໄຂ້ຮ້ອນໃນ]
3.ໃຊ້ເປັນຢາແກ້ໄຂ້, ລົດໄຂ້ ໂດຍການໃຊ້ຕົ້ນຜັກຂະແຍງສົດໆ ປະມານ 15-30 ກຣາມ ນຳມາຕົ້ມກັບນ້ຳກິນ
4.ຕຳລາຢາພື້ນເມືອງພາກອື່ນໆ ຈະໃຊ້ຜັກຂະແຍງທັງຕົ້ນແລະຮາກເປັນຢາແກ້ໄຂ້ຫົວລົມ ໂດຍໃຊ້ໃນປະລິມານຕາມຕ້ອງການ ກ່ອນນຳມາໃຊ້ໃຫ້ລ້າງນ້ຳໃຫ້ສະອາດເສຍກ່ອນ ແລ້ວນຳມາຕຳໃຫ້ລະອຽດຄັ້ນເອົາແຕ່ນ້ຳກິນ
5.ໃຊ້ເປັນຢາຂັບລົມແລະເປັນຢາລະບາຍທ້ອງ
6.ເປັນຢາລະບາຍອ່ອນໆ
7.ໃຊ້ແກ້ອາການຄັນຂີ້ກາກ ແລະ ຝີ ໂດຍການໃຊ້ຕົ້ນສົດນຳມາຕົ້ມກັບນ້ຳໃຊ້ຊະລ້າງບໍລິເວນທີ່ເປັນ ຫລື ນຳມາຄັ້ນເອົານ້ຳທາ ຫລື ນຳມາຕຳແປະບໍລິເວນທີ່ເປັນ



8.ຕຳແປະໃສ່ບ່ອນບວມແກ້ອາການບວມ
9.ໃຊ້ເປັນຢາແກ້ພິດງູ (ສຳລັບງູພິດທີ່ບໍ່ມີພິດຮ້າຍແຮງ) ດ້ວຍການໃຊ້ຕົ້ນສົດ ໆ ປະມານ 15 ກຣາມ ນຳມາຕຳໃຫ້ລະອຽດປະສົມກັບຕົ້ນຟ້າທະລາຍໂຈນສົດ ປະມານ 30 ກຣາມ ແລ້ວນຳໄປປະສົມກັບນ້ຳຫມາກກ້ຽງໃນປະລິມານພໍຄວນ ຕ່ອງເອົານ້ຳດື່ມ ສ່ວນກາກທີ່ເຫລືອໃຫ້ເອົາມາແປະອ້ອມຮອບ ບາດແຜ ແຕ່ຢ່າໃສ່ບາດແຜ
10.ຕົ້ນແຫ້ງທີ່ເກັບໄວ້ດົນ 1 ປີ ເມື່ອນຳມາຕົ້ມກັບນ້ຳດື່ມ ຈະມີສັບເຈົ້າເປັນຢາແກ້ພິດເບື່ອເມົາ 
11.ໃຊ້ຜັກຂະແຍງທັງຕົ້ນເປັນຢາຊ່ວຍຂັບນ້ຳນົມຂອງສະຕີ ໂດຍຈະນຳມາໃຊ້ຫລັງຈາກການເກີດລູກມາໄດ້ໄລຍະໜື່ງ. ເນື່ອງຈາກຕອນເກີດລູກໃໝ່ ໆ ຮ່າງກາຍຂອງແມ່ອາດຍັງບໍ່ເຂົ້າທີ່ຫລືຍັງອ່ອນແອຫລາຍ ກິ່ນຂອງຜັກຂະແຍງອາດເຮັດໃຫ້ເກີດອາການວຽນຫົວຫລືປວດຮາກ


12.ຊ່ວຍແກ້ນໍ້ານົມແມ່ທີ່ມີລົດສົ້ມ

ປະໂຫຍດຂອງຜັກຂະແຍງໃນດ້ານການແພດ

1. ຜັກຂະແຍງຈັດເປັນຜັກພື້ນບ້ານໃນກຸ່ມທີ່ມີສານຕ້ານໍນຸມູນອິດສະລະສູງ ຈຶ່ງຊ່ວຍໃນການຕ້ານມະເລັງ ແລະຕ້ານການຈະເລີນຂອງເຊື້ອພະຍາດຕ່າງໆ
2. ການຮັບປະທານຜັກຂະແຍງແບບສົດ ໆ ຍັງຊ່ວຍດັບກິ່ນຕົວເໝັນຂີ້ເຕົ່າໄດ້ນຳ
3. ເປັນຜັກທີ່ມີຄຸນຄ່າທາງໂພສະນາການສູງ ໂດຍຄຸນຄ່າທາງໂພສະນາການຂອງຜັກຂະແຍງຕໍ່ 100 ກຣາມ ຈະປະກອບໄປດ້ວຍ ພະລັງງານ 26 ແຄລໍລີ່, ນ້ຳ 92%, ໂປຕີນ 1.2 ກຣາມ, ໄຂມັນ 0.5 ກຣາມ, ຄາລ໌ໂບໄຮເດນຕ 4.2 ກຣາມ, ໃຍອາຫານ 1.2 ກຣາມ , ວິຕາມິນເອ 3,833 ຫນ່ວຍສາກົນ, ວິຕາມິນບີ1 0.85 ມິນລິກຣາມ, ວິຕາມິນບີ2 0.12 ມິນລິກຣາມ, ວິຕາມິນບີ3 0.44 ມິນລິກຣາມ, ວິຕາມິນຊີ 10 ມິນລິກຣາມ, ແຄຊຽມ 10 ມິນລິກຣາມ, ທາດເຫລັກ 2.7 ມິນລິກຣາມ, ຟອດຟໍລັດ 3.3 ກຣາມ
ຂໍ້ຄວນລະວັງໃນການໃຊ້ຜັກຂະແຍງ



ນອກນີ້ ມີງານວິໄຈທີ່ສະແດງໃຫ້ເຫັນວ່າຜັກຂະແຍງມີສານແຄຊຽມອອກຊາເລດ (oxalate) ໃນປະລິມານສູງ ໂດຍສານຊະນິດນີ້ຈະໄປສະສົມໃນອະໄວຍະວະຕ່າງ ໆ ເຊັ່ນ ຫມາກໄຂ່ຫລັງ ກະເພາະຍ່ຽວ ຊຶ່ງເປັນສາເຫດເຮັດໃຫ້ເກີດນິ່ວໃນອະໄວຍະວະຕ່າງ ໆ ໄດ້ ຈຶ່ງຄວນລະມັດລະວັງໃນການຮັບປະທານໃນປະລິມານຫລາຍແລະເປັນປະຈຳ. 

© ໂຕະນໍ້າຊາ | tonamcha.com  
-----------------

Powered by Blogger.