Header Ads

22 ຄຸນປະໂຫຍດຂອງຫມາກຫວດ



ຫມາກຫວດ ເປັນຫມາກພື້ນບ້ານທີ່ເກີດຢູ່ຕາມທ້ອງຖິ່ນຕ່າງໆຂອງປະເທດລາວ ເຊິ່ງມີຫຼາຍຄົນອາດຍັງບໍ່ທັນຮູ້ວ່າ ຫມາກຫວດ ນັ້ນມີຄຸນປະໂຫຍດຢ່າງຫຼວງຫຼສຍແກ່ຮ່າງກາຍ ບໍ່ວ່າເປັນການບໍລິໂພກ ຫຼື ສັບພະຄຸນທາງການແພດ. ມື້ນີ້ tonamcha.com ເກັບເລື່ອງລາວຄຸນປະໂຫຍດຂອງຫມາກຫວດມາຝາກ.​


1. ມີຄຸນປະໂຫຍດບຳລຸງກຳລັງ (ຫມາກ) 
2. ເປືອກຂອງຕົ້ນຊ່ວຍບຳລຸງທາດໃນຮ່າງກາຍ ແກ້ທາດລົ້ມ (ເປືອກຕົ້ນ) 
3. ຊ່ວຍແກ້ວັນນະໂລກ (ຮາກ) 
4. ໃຊ້ຕົ້ມກັບນ້ຳດື່ມແກ້ເບື່ອເມົາ (ຮາກ) [
5. ໃຊ້ຕຳແປະໃສ່ຫົວແກ້ອາການປວດຫົວໄດ້ ຫລືໃຊ້ຮາກຝົນກັບເຫລົ້າຂາວແລ້ວເອົາມາແປະກໍໄດ້ (ຮາກ) 
6. ຮາກແລະໃບຊ່ວຍປິ່ນປົວອາການໄຂ້ (ຮາກ, ໃບ)ໂດຍ ການໃຊ້ຮາກຕຳແປະຫົວຫລືນຳມາຝົນກັບເຫລົ້າຂາວໃຊ້ແປະຫົວ ຈະຊ່ວຍແກ້ໄຂ້ໄດ້ (ຮາກ) 


7. ຊ່ວຍແກ້ພິດຮ້ອນ (ຮາກ) 
8. ຮາກຫລືໃບຫມາກຫວດໃຊ້ປະສົມກັບສະໝຸນໄພອື່ນ ຕົ້ມກັບນ້ຳດື່ມເປັນຢາແກ້ຊາງ (ພະຍາດໃນເດັກນ້ອຍທີ່ມີອາການເບື່ອອາຫານ ຊຶມ ລິ້ນເປັນຝ້າ ມີແກ່ນຂຶ້ນໃນປາກແລະຄໍ) 
9. ແກ່ນເອົາມາຕົ້ມກັບນ້ຳໃຫ້ເດັກຮັບປະທານເປັນຢາແກ້ຊາງ ແກ້ໄອກົນ ແກ້ໄອຫອບໃນເດັກ
10. ຊ່ວຍແກ້ອາການໄອຊຳເຮື້ອ (ແກ່ນ) 
11. ຮາກນຳມາຕົ້ມກັບນ້ຳດື່ມເປັນຢາແກ້ອາການປວດທ້ອງ
12. ຫມາກສຸກໃຊ້ຮັບປະທານ ຊ່ວຍແກ້ຖອກທ້ອງ


13. ຊ່ວຍແກ້ທ້ອງບິດ (ເປືອກຕົ້ນ) 
14. ຮາກເປັນຢາຂັບພະຍາດ 
15. ເປືອກຕົ້ນຊ່ວຍສະໝານແຜ
16. ຊ່ວຍແກ້ພິດຝີພາຍໃນ (ຮາກ)
17. ຮາກໃຊ້ຕຳແປະປິ່ນປົວພະຍາດຜິວໜັງ ຜິວໜັງເປັນຜື່ນຄັນ



18. ຊ່ວຍແກ້ເສັ້ນຈັງ (ຮາກ) 
19. ແກ່ນມີລົດຝາດ ຊ່ວຍບຳລຸງເສັ້ນເອັນ
20. ຫມາກຫວດສ່ຳນ້ຳ ຫມາກສຸກມີລົດຈືດຝາດ ຫວານ ໃຊ້ຮັບປະທານເປັນຫມາກໄມ້ໄດ້.

© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.