ສາລະຄະດີການຄົ້ນພົບວັດຖຸບູຮານໃນຍຸກສາມກົກໜຶ່ງນັ້ນແມ່ນ "ສຸສານ ໂຈໂສ"
ນີ້ແມ່ນສາລະຄະດີຕອນ: ຄົ້ນພົບວັດຖຸບູຮານໃນຍຸກສາມກົກ ໜຶ່ງນັ້ນແມ່ນສຸສານ ໂຈໂສ ຜູ້ນໍາກອງທັບທີ່ຍິ່ງໃຫຍ່ເມື່ອຫຼາຍພັນປີກ່ອນ ເຊິ່ງກາຍເປັນຫຼັກຖານທາງປະຫວັດສາດທີ່ຍິ່ງໃຫຍ່ໃນຍຸກນັ້ນ ແລະ ສະທ້ອນຄວາມຈິງຜູ້ໃນຍຸກນັ້ນມີຢູ່ຈິງທີ່ບໍ່ແມ່ນເປັນພຽງວັນນະຄະດີຊັ້ນເອກຂອງ ສປ ຈີນ ແຕ່ຫາກແມ່ນປະຫວັດສາດອັນນານຍາວທີ່ຊ້ອນບົດຮຽນການບໍລິຫານ, ການປົກຄອງ, ການເມືອງ, ອໍານາດ, ຄຸນນະທໍາ, ຫຼັກຄິດ, ຫຼັກຄໍາສອນ ແລະ ອື່ນໆ ທີ່ຜູ້ຄົນໃນປັດຈຸບັນສາມາດນໍາມາປັບໃຊ້ເປັນບົດຮຽນໃນຊີວິດຍຸກປະຈຸບັນ.
ໂຈໂສ ໜຶ່ງໃນໂຕລະຄອນທີ່ຖືກສະທ້ອນວ່າເປັນຜູ້ນໍາທີ່ເດັດຂາດ, ທະເຍີທະຍານ, ຫຼົງໄຫຼອໍານາດ ແລະ ເປັນຜູ້ນໍາໂຫດຮ້າຍໃນບົດວັນນະຄະດີ ແຕ່ໃນປະຫວັດສາດຈີນເຂົາຄືໜຶ່ງໃນຜູ້ນໍາທີ່ສະຫຼາດຫຼັກແຫຼມ, ເປັນນັກຄິດ-ນັກບໍລິຫານ ແລະ ເປັນຜູ້ສ້າງຕົ້ນແບບການບໍລິຫານແບບໃໝ່ໃນຍຸກສາມກົກ ເຊິ່ງເລື່ອງລາວນີ້ສະທ້ອນວ່າການ້ສາງສຸສານຫຼັງຄວາມຕາຍ ທີ່ໃຊ້ງົບປະມານຢ່າງປະຢັດ ພ້ອມມີການວາງແຜນກ່ອນສ້າງມາຢ່າງດີເພື່ອໃຫ້ຫຼຸດງົບປະມານແຜນດິນ . ນອກຈາກນີ້, ໃນສຸສານຂອງໂຈໂສ ຍັງຊ້ອນເລື່ອງລາວຕ່າງໆທາງປະຫວັດສາດທີ່ນັກບູຮານຄະດີກຳລັງສຶກສາ ແລະ ຄົ້ນຄ້ວາເພື່ອຫາຄໍາຕອບໃນຫຼາຍຄໍາຖາມ.
ທີ່ມາ: Legend Channel
© ໂຕະນໍ້າຊາ | tonamcha.com
-----------------
Post a Comment