Header Ads

ພົບເຫັນການລະບາດຂອງຕັກແຕນໃນ 8 ເມືອງ ຂອງແຂວງ ຫົວພັນ



ຂະແໜງປູກຝັງ, ກະສິກຳ ແລະ ປ່າໄມ້ແຂວງຫົວພັນ ໃຫ້ຮູ້ວ່າ: ນັບແຕ່ເດືອນມີນາເປັນຕົ້ນມາ, ໄດ້ມີຕັກແຕນຝູງໄມ້ປ່ອງລະບາດຂຶ້ນຢ່າງຫລວງຫລາຍຢູ່ 8 ເມືອງຄື: ເມືອງຊ່ອນ, ເມືອງຮ້ຽມ, ຫົວເມືອງ, ເມືອງແອດ, ວຽງໄຊ, ສົບເບົາ, ຊຽງຄໍ້ ແລະ ເມືອງຊຳເໜືອ. ລວມມີ 63 ບ້ານ, ກວມເອົາ 162 ຈຸດໃນພື້ນທີ່ 310 ເຮັກຕາ, ໃນນັ້ນ ເມືອງ ວຽງໄຊ ພົບຫລາຍກວ່າໝູ່ມີ 40 ຈຸດ, ກວມເອົາ 16 ບ້ານ. ມາຮອດປັດຈຸບັນ ສາມາດພົ່ນສີດຢາໄປແລ້ວຈຳນວນໜຶ່ງ.



ໃນໄລຍະຜ່ານມາ, ຫລັງຈາກພົບເຫັນການລະບາດດັ່ງກ່າວ ຂະແໜງການກ່ຽວຂ້ອງ ໄດ້ປະສານສົມທົບກັບເມືອງ ແລະ ບ້ານ, ເພື່ອຕິດຕາມ ແລະ ເຝົ້າລະວັງຂອບເຂດ, ຈຸດລະບາດ ແລະ ປະການລະບາດ ເພື່ອວາງແຜນປ້ອງກັນ ແລະ ຄວມຄຸມຕັກແຕນຝູງໄມ້ປອງໃຫ້ຫລຸດໜ້ອຍຖອຍລົງ, ພ້ອມປຸກລະດົມກຳລັງພົນຈາກຫລາຍພາກສ່ວນ ແລະ ໜ່ວຍງານວິຊາການ ເພື່ອສີດພົ່ນຢາໃສ່ຈຸດລະບາດດັ່ງກ່າວໃຫ້ສຳເລັດ. ພ້ອມນີ້ ຂະແໜງການດັ່ງກ່າວ ຍັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆຮີບຮ້ອນແກ້ໄຂ, ໂດຍການຕິດຕາມເຝົ້າລະວັງຢ່າງທົ່ວເຖິງຕະຫລອດເວລາ, ພ້ອມຮຽກຮ້ອງເຖິງກະຊວງກ່ຽວຂ້ອງ ໃນການສະເໜີຂໍງົບປະມານ, ອຸປະກອນ, ພາຫະນະ ແລະ ນ້ຳຢາ ເພື່ອສະກັດກັ້ນການລະບາດຂອງຕັກແຕນຝູງດັ່ງກ່າວໃຫ້ຫລຸດໜ້ອຍຖອຍລົງ.

ທີ່ມາ: ໜັງສືພີມລາວພັດທະນາ 
© ໂຕະນໍ້າຊາ | tonamcha.com
----------------


Powered by Blogger.