ຍ້ອນຮອຍເກົາຫຼີຖືກແບ່ງເປັນສອງປະເທດ ເກົາຫຼີເໜືອ ແລະ ເກົາຫຼີໃຕ້
ຍ້ອນຮອຍສອງເກົາຫຼີ ເປັນຫຍັງຈິ່ງຖືກແຍກອອເປັນສອງປະເທດທັງໆທີ່ມີສາຍເລຶອດດຽວກັນ ແລະ ກໍເປັນເກົາຫຼີນໍາກັນ ແຕ່ກັບຕ້ອງມາສູ້ກັນແບບເອົາເປັນເອົາຕາຍ ເຊິ່ງເປັນເລື່ອງລາວທີ່ຫຼາຍຄົນສົງໄສ ແລະ ອາດຍັງບໍ່ທັນຮູ້ຄວາມເປັນມາ. ມື້ນີ້ ທີມງານໂຕະນໍ້າຊາ (tonamcha.com) ພາທຸກທ່ານມາຮູ້ຈັກສາເຫດທີ່ແທ້ຈິງໃນການແບ່ງປະເທດຂອງສອງເກົາຫຼີ.
ພາຍຫຼັງສົງຄາມໂລກຄັ້ງທີ II ເກົາຫຼີຖືກແບ່ງອອກເປັນສອງປະເທດໂດຍໃຊ້ເສັ້ນຂະໜານເສັ້ນທີ 38 ເປັນເຂດແດນ ເຊິ່ງສະຫະພາບໂຊຫວຽດ (ປະເທດຣັດເຊຍໃນປັດຈຸບັນ) ສະໜັບສະໜູນພື້ນທີ່ທາງຕອນເໜືອ ແລະ ສະຫະລັດ ອາເມລິກາ ສະໜັບສະໜູນພື້ນທີ່ທາງຕອນໃຕ້ ແລະ ໃນປີ 1948 ປະເທດເກົາຫຼີ ກໍຖືກແບ່ງເປັນສອງ ຄື ເກົາຫຼີເໜືອ ແລະ ເກົາຫຼີໃຕ້ .
ສົງຄາມເກົາຫຼີເລີ່ມລະເບີດຂື້ນໃນປີ 1950 ເມື່ອກອງທັບຂອງເກົາຫຼີເໜືອບຸກເຂົ້າໂຈມຕີ ເກົາຫຼີໃຕ້ ແລະ ຢຶດເອົານະຄອນຫຼວງໂຊລ ແລະ ພື້ນທີ່ຕອນໃຕ້ເກືອບທັງໝົດຂອງເກົາຫຼີໃຕ້ ແຕ່ກອງທັບເກົາຫຼີເໜືອຕ້ອງປະເຊີນສຶກໃຫຍ່ກັບກອງກໍາລັງສະຫະປະຊາຊາດທີ່ນໍາໂດຍ ສະຫະລັດ ອາເມລິກາ ບຸກເຂົ້າໂຈມຕີກອງທັບເກົາຫຼີເໜືອຈົນແຕກ ແລະ ຖ່ອຍໄປຈົນສຸດຊາຍແດນຕິດກັບປະເທດຈີນ ເຊິ່ງໃນຂະນະນັ້ນ ສປ ຈີນກໍອອກໂລງຊ່ວຍເກົາຫຼີເໜືອບຸກໂຈມຕີກອງທັບພັນທະມິດຈາກຊາດຕາເວັ້ນຕົກຈົນຕ້ອງຖອຍກັບດີນແດນເກົາຫຼີໃຕ້.

ໃນປີ 1953 ເກົາຫຼີເໜືອໄດ້ລົງນາມຢຸດຍິງກັບ ສະຫະລັດ ອາເມລິກາ (ສະຫະປະຊາຊາດ) ເພື່ອຢຸດຕິການຕໍ່ສູ້ຂອງສອງເກົາຫຼີເຮັດໃຫ້ສົງກຄາມເກົາຫຼີເໜືອ ແລະ ເກົາຫຼີໃຕ້ຢຸດຕິລົງ ໂດຍສົງຄາມໃນຄັ້ງນັ້ນເຮັດໃຫ້ພົນລະເຮືອນ ແລະ ທະຫານທັງສອງຝ່າຍເສຍຊີວິດ 2,044,000 ຄົນ ສົງຄາມເກົາຫຼີກໍຈົບລົງໃນປີ 1953 ແຕ່ຈົນເຖິງປັດຈຸດບັນຍັງບໍ່ທັນມີການເຊັນສົນທິສັນຍາສັນຕິພາບຂອງສອງເກົາຫຼີ ແລະ ນັ້ນກໍເຮັດໃຫ້ສອງປະເທດຍັງຄົງຕົກຢູ່ໃນພາວະສົງຄາມຈົນເຖິງປັດຈຸບັນ.
ຮຽບຮຽງ: ໂຕນໍ້າຊາ | tonamcha.com
-----------------
Post a Comment