ກອງເຊຍລາວຊົມເຊີຍ ເພັດຂວັນໄຊ ຈິດເມືອງນົນ ນັກຊົກມວຍຊື່ດັງຂອງລາວເຖິງຈະໄປບໍ່ເຖິງຝັນ
ເພັດຂວັນໄຊ ຈິດເມືອງນົນ ນັກຊົກມວຍຊື່ດັງຂອງລາວໄປບໍ່ເຖິງຝັນ ເມື່ອພາດທ່າໃຫ້ກັບ ຢຸດທະໄຊ ສົມສັກກໍ່ສ້າງ ນັກມວຍຈາກປະເທດໄທ ທີ່ອອກລວບລາຍດີກວ່າຈົນເຮັດໃຫ້ ເພັດຂວັນໄຊ ລົ້ມລົງກັບພື້ນ ກ່ອນຈະພະຍາມລຸກຂຶ້ນເພື່ອສູ້ຕໍ່ອີກຄັ້ງ ແຕ່ແລ້ວຝ່າຍຜູ້ຕັດສິນກາງເທິງເວທີປະກາດໃຫ້ຢຸດການຊົກ ເນື່ອງຈາກຄິ້ວຂອງ ເພັດຂວັນໄຊ ນັ້ນແຕກເປັນແຜກວ້າງສົມຄວນຈຶ່ງຢ້ານເກີດອັນຕະລາຍ. ລົບຜົນການຊົດໃນຄັ້ງນີ້ສົ່ງຜົນໃຫ້ເພັດຂວັນໄຊໄປຮອດພຽງຮອບ 8 ຄົນສຸດທ້າຍ ໃນລາຍການມວຍໄທ 7 ສີ ປູນເສືອ ວັນອາທິດທີ 28 ພຶດສະພາ 2017 ນີ້. ແຕ່ເຖິງຢ່າງໃດ ເພັດຂວັນໄຊ ຈິດເມືອງນົນ ກໍເຮັດໜ້າທີ່ໄດ້ດີທີ່ສຸດ ແລະ ຊະນະໃຈກອງເຊຍຄົນລາວທັງປະເທດ .
ຄລີບ ເພັດຂວັນໄຊ ຂໍໂທດແຟນມວຍ ແລະ ກອງເຊຍ
ຄລີບຕອນຖ່າຍທອດສົດຕອນຊົກ
Post a Comment