Header Ads

ອີນຖະຜາລໍາ ສາມາດຊ່ວຍຫຼຸດຄວາມດັນ ,​ຕ້ານມະເຮັງ ແລະ ຮັກສາໂລກເບົາຫວານ



1. ອຸດົມໄປດ້ວຍໂປຣຕີນ , ໄຍອາຫານ ແລະ ວິຕາມິນ  B1, B2, B3 ,B5 A1  ແລະ C 
2. ມີ ໄຍອາຫານ ສູງຊ່ວຍໃນເລື່ອງລະບົບຂັບຖ່າຍ ແລະ ລົດອາການທ້ອງຜູກເປັນຢ່າງດີ
3. ໃຫ້ພະລັງງານແກ້ຮ່າງກາຍ ທີ່ປະກອບດ້ວຍນຳ້ຕານຊູໂຄຣສ ແລະ ຟຣຸດໂຕສ 
4. ມີໂປແທສຊ້ຽມສູງ ແລະ ມີໂຊດ້ຽມຕໍ່າ ເຊິ່ງມີຫຼາຍງານວິໄຈລະບຸວ່າ  ສາມາດຫຼຸດເສັ້ນເລືອດໃນສະໝອງແຕກໄດ້


5. ປ້ອງກັນເລືອດຈາງ ແລະ ຊ່ວຍຜະລິດເມັດເລືອດແດງ ເພາະໃນອີນຖະຜາລໍາອຸດົມໄປດ້ວຍທາດເຫຼັກ 
6. ຊ່ວຍບໍາລັງກະດູກ ແລະ ແຂ້ວເພາະອຸດົມໄປດ້ວຍ ຟລູອໍໄລທີ່ສາມາດຊ່ວຍປ້ອງກັນແຂ້ວແມງ
7. ຊ່ວຍເຮັດໃຫ້ກະເພາະອາຫານເຮັດວຽກ ແລະ ປ້ອງກັນເຍືອບຸໃນກະເພາະອາຫານ  ພ້ອມຊ່ວຍຫຼຸດບາດແຜຈາກກະເພາະອາຫານ
8. ສາມາດຂ້າເຊື້ອໂລກໃນລໍ້າໄສ້ ,ສານພິດຕົກຄ້າງ ແລະ ລະບົບທາງເດີນອາຫານ  ພ້ອມກັບຢັບຢັ້ງການຂະຫຍາຍໂຕຂອງເຊື້ອໂລກບາງຊະນິດທີ່ເປັນສາເຫດກໍໃຫ້ເກີດມະຮັງ
9. ຊ່ວຍຫຼຸດການລະຄາຍໃນລໍາຄໍ


10. ໄຍອາຫານສູງ ທີ່ໃຫ້ພະລັງງານສູງ ແລະ ແຄລໍລີຕໍ່າ ເໝາະແກ່ການຫຼຸດນໍ້າໜັກ 
11. ຊ່ວຍເພີ່ມສະມັດຕິພາບທາງເພດ  ເພາະໃນອີນຖະຜາລໍາອຸດົມໄປດ້ວຍສານຟີຣກຸລິນ ເຊິ່ງຊ່ວຍໃຫ້ການຫຼັ່ງຂອງທ່ານຊາຍໄດ້ເປັນຢ່າງດີ
12. ຊ່ວຍບໍາລຸງສາຍຕາ ແລະ ປ້ອງກັນໂລກຕາບອດແສງ ຫຼື ພາວະເບິ່ງເຫັນບໍ່ແຈ້ງໃນເວລາກາງຄືນ 


13. ຊ່ວຍຫຼຸດນໍ້າຕານໃນເລືອດ , ຄວາມດັນ ແລະ ຮັກສາໂລກເບົາຫວານ
14. ປ້ອງກັນມະເຮັງໃນຊ່ອງທ້ອງ
15. ຊ່ວຍເສີມສ້າງຄວາມແຂງແຮງຂອງກ້າມຊີ້ນມົດລູກ ເຊິ່ງຊ່ວຍໃຫ້ການບີບໂຕຂອງມົດລູກໄດ້ເປັນຢ່າງດີ ໃນເດືອນສຸດທ້າຍຂອງການຖືພາ (ເດືອນຄອງ) ແລະ ຍັງຊ່ວຍຫຼຸດການສູນເສຍເລືອດໃນເວລາເກີດລູກນໍາອີກ.




ທີ່ມາ:  ku.co.th 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.