Header Ads

ໜັງປານິນສາມາດຮັກສາບາດແຜທີ່ເກີດຈາກໄຟໄໝ້ໄດ້


ຄະນະທີມວິໄຈແຫ່ງມະຫາວິທະຍາໄລ ເຊຍລາ (Siara Univertity ) ປະເທເບຣຊີນ  ທົດລອງນໍາໃຊ້ໜັງປານິນທີ່ຫາໄດ້ງ່າຍຈາກແມ່ນໍ້າ ແລະ ຟາມລ້ຽງປາຕ່າງໆ ເພື່ອມາເປັນສ່ວນສໍາຄັນໃນການຮັກສາບາດແຜທີ່ເກີດຈາກໄຟໄໝ້ ພາຍຫຼັງທີ່ໜັງໝູ ແລະ ເນື້ອເຍື່ອທີ່ມີຄຸນສົມບັດດ້ານຄວາມຊຸ່ມຊື່ນ ແລະ ຄໍຣລະເຈນ ທີ່ເລີ່ມຂາດແຄນ ແລະ ບໍ່ພຽງພໍຕໍ່ຄວາມຕ້ອງການຂອງໂຮງໝໍທົ່ວໄປພາຍໃນປະເທດ ເຊິ່ງຄະນະທີມວິໄຈນີ້ກໍເລີ່ມມີແນວຄິດຫາສິ່ງອື່ນມາທົດແທນ. 



ສໍາລັບການນໍາໃຊ້ໜັງປານິນສາມາດຊ່ວຍບັນເທົາອາກາດເຈັບປວດໄດ້ດີ, ຫຼຸດປະລິມານຜ້າພັນບາດທີ່ຕ້ອງປ່ຽນຕະຫຼອດເວລາ ແລະ ຍັງຊ່ວຍປະຢັດຄ່າໃຊ້ຈ່າຍດ້ານອື່ນໆຂອງຜູ້ປວດຫຼາຍເຊັ່ນ :  ການໃຊ້ຄຣີມບໍາບັດ ແລະ ປ້ອງກັນການຕິດເຊື້ອແບດທີເຣຍເຖິງ 75%  ທີ່ສໍາຄັນແມ່ນຊ່ວຍຫຼຸດໄລຍະການຮັກສາ ແລະ ການໃຊ້ຢາແກ້ປວດນໍາອີກ. 
ຄລີບຂ່າວ Tech Insider 



ພາບການທົດລອງກັບຜູ້ປ່ວຍ

ພາບການທົດລອງພັນບາດແຜຜູ້ບາດເຈັບຈາກໄຟໄໝ້

ພາບປານິນທີ່ນໍາມາທົດລອງ



ທີ່ມາ: Tech Insider/Reuters 
© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.