Header Ads

ໂດໂນ ທັຣມ ເງິນສູງທີ່ສຸດໃນບັນດາຜູ້ນໍາໂລກ ດ້ວຍເງິນເດືອນ 400,000 ໂດລາ


ສໍານັກຂ່າວ Business Insider ລາຍການງານການປຽບທຽມເງິນເດືອນຜູ້ນໍາສຳຄັນຂອງໂລກ ໃນບັນດາບັນເທດທີ່ມີເສດຖະກິດຂະໜາດໃຫຍ່  ໂດຍ ທ່ານ ໂດໂນ ທັຣມ (Donald Trump) ປະທານາທິບໍດີ ສະຫະລັດ ອາເມລິກາ  ມີເງິນສູງທີ່ສຸດໃນບັນດາຜູ້ນໍາໂລກ ດ້ວຍຖານເງິນເດືອນ 400,000 ໂດລາ/ເດືອນ ເຊິ່ງອັນດັບສອງແມ່ນ ທ່ານ ຈັສຕິນ  (Justin Trudeau)  ນາຍົກລັດຖະມົນຕີ ປະເທດ ການາດາ ດ້ວຍເງິນເດືອນ 260,000  ໂດລາ/ເດືອນ , ອັນດັບສາມແມ່ນ ທ່ານ ນ. ແອງຈິລາ  (Angela Merkel ) ນາຍົກລັດຖະມົນຕີ ປະເທດເຢຍລະມັນ ດ້ວຍເງິນເດືອນ 242,000  ໂດລາ/ເດືອນ,​ ອັນດັບສີ່  ທ່ານ ຊີນໂຊ ອາເບ (Shinzo Abe)  ນາຍົກລັດຖະມົນຕີ ປະເທດຢີ່ປຸ່ນ. ສ່ວນທ່ານ ປູຕິນ (Vadimir Putin) ປະທານາທິບໍດີ ຣັດເຊຍ ແມ່ນຢູ່ອັນດັບທີ 8 ດ້ວຍເງິນເດືອນ 137,650  ໂດລາ/ເດືອນ ແລະ ທ່ານ   ສີ ຈິນຜິງ (Xi Jinping)  ປະທານາທິບໍດີ ສປ ຈີນ ດ້ວຍເງິນເດືອນ 20,600  ໂດລາ/ເດືອນ ເຊິ່ງເປັນອັນດັບທີ 12  ຕາມຕາຕະລາງການຈັດຂອງ Business Insider. 





ທີ່ມາ: Business Insider 
© ໂຕະນໍ້າຊາ | tonamcha.com 
-----------------




Powered by Blogger.