Header Ads

9 ມີທີ່ຈະເຮັດໃຫ້ປະສົບຜົນສະເລັດໃນຊີວິດ




1. ມີຫຼັກໝັ້ນ ແລະ ຖ່ອມຕົນ: ຄວາມໝາຍແມ່ນບໍ່ຖືໂຕຈົນລູກນ້ອຍເຂົ້າຫາລໍາບາກ ຫຼື ຜູ້ຄົນເຂົ້າຫາບໍ່ໄດ້ ໂດຍຄິດວ່າຜູ້ອື່ນນັ້ນດ້ອຍກວ່າຕົນ; 

2. ມີ 3 ນໍ້າໃຈ :   ບໍ່ເຮົາຈະຢູ່ໃນຖານະໃດຕ້ອງມີ 3 ນໍ້າຕໍ່ລູກນ້ອງ ແລະ ຄົນອ້ອມຂ້າງ  (ນໍ້າໃຈ, ນໍ້າຄໍາ ແລະ ເງິນ ) ເພາະມັນຈະເຮັດໃຫ້ເຮົາໄດ້ໃຈເຂົາ; 

3. ມີການຕັດສີນໃຈທີ່ເດັດຂາດ : ຕ້ອງເປັນຄົນທີ່ຕັດສີນໃຈເດັດຂາດ ແລະ ໝັ້ນຄົງໃນຫຼັກເຫດ-ຜົນ  ເຊິ່ງຈະເຮັດໃຫ້ຜູ້ຄົນນັບຖື ແລະ ຢໍາເກັງໃນຄວາມເດັດຂາດນີ້;



4. ມີຄວາມຊື່ສັດບໍລິສຸດ : ນີ້ແມ່ນສິ່ງຈໍາເປັນ ແລະ ຄວາມມີປະຈໍາໂຕ ເພາະມັນຈະເຮັດໃຫ້ເຮົາຊະນະໃຈຄົນທັງຫຼາຍ ແລະ ເຮັດໃຫ້ເຮົາເປັນຄົນມະຫາຊົນທີ່ຜູ້ຄົນເຄົາລົບ ແລະ ໃຫ້ກຽດສະເໝີຈົນນຮອດມື້ຕາຍ ຫຼື ເຖິງໂຕຕາຍ ແຕ່ຄວາມຊື່ສັດບໍລິສຸດເຮົານີ້ຈະຢູ່ຢ່າງນິລັນດອນ;

5. ມີເປົ້າໝາຍ : ເປົ້າໝາຍຕ້ອງມີຄວາມຊັດເຈນໃນສິ່ງທີ່ເຮັດ ເຊິ່ງຈະນໍາຄວາມເຊື່ອໝັ້ນ, ຄວາມໄວ້ໃຈ, ຄວາມມີສະຖຽງນະພາບ, ຄວາມສັດທາ, ຄວາມຫວັງ ແລະ ຄວາມຍິ່ງໃຫຍ່ໃຫ້ເກີດຂື້ນ;




6. ມີຄຸນນະທໍາປະຈໍາໃຈ : ຜູ້ນໍາ ຫຼື ຄົນທີ່ຂາດຄຸນນະທໍາຍິ່ງໃຫຍ່ໄດ້ ແຕ່ບໍ່ຍາວ ເຊິ່ງເວລາຕົກຕໍ່າຈະລໍາບາກ ເພາະຈະມີແຕ່ຄົນຊໍ້າເຕີມແບບບໍ່ໃຫ້ຍໍຄໍຂື້ນໄດ້;​

7. ມີມະນຸດສໍາພັນທີ່ດີ : ການຈະມີບໍລິວານທີ່ຈົ່ງຮັກພັກດີ ທ່ານຕ້ອງມີ ມີມະນຸດສໍາພັນທີ່ດີ ເພາະມັນຈະເຮັດໃຫ້ມີແຕ່ຄົນຢາກຄົບຫາ ແລະ ເປັນມິດນໍາ.

8. ມີວິໄນ: ຈະຍິ່ງໃຫຍ່ ຫຼຶ ປະສົບຄວາມສໍາເລັດຕ້ອງມີວິໄນແບບຮອບດ້ານ ເຊັ່ນ: ວິໄນດ້ານເວລາ, ການເງິນ, ການບໍລິຫານ, ແລະ ອື່ນໆ.



9. ມີຄວາມຊ້ຽວຊານສະເພາະດ້ານ :  ຄົນເກັ່ງບໍ່ຈໍາເປັນຕ້ອງຮູ້ທຸກຢ່າງ ແຕ່ຮູ້ຕ້ອງຮູ້ໜຶ່ງຢ່າງທີ່ເປັນທີ່ສຸດຂອງທີ່ສຸດໃນໂຕເຮົາ ເພາະມັນຈະເປັນອາວຸດ ແລະ ເຄື່ອງມືສໍາຄັນທີ່ເຮັດໃຫ້ຊີວິດເຮົາຢູ່ລອດໃນທຸກສະພາບ.​


© ໂຕະນໍ້າຊາ | tonamcha.com 
-----------------




Powered by Blogger.