Twitter ແມ່ນແອັບດຽວໃນໂທລະສັບ ປະທານາທິບໍດີ ໂດໂນ ທຣັມ ຜູ້ນໍາສະຫະລັດ ອາເມລິກາ
ເຊື່ອວ່າຫຼາຍຄົນຄົງສົງໄສ ແບະ ມີຄໍາຖາມວ່າ ປະທານາທິບໍດີ ສະຫະລັດ ທ່ານ ໂດໂນ ທຣັມ ໃຊ້ຢີ່ຫໍ້ໃດ, ມີແອັບພິເສດ ແລະ ມີໂປຣແກມທີ່ອອກເປັນພິເສດແນວໃດ ແຕ່ຫຼາຍຄົນອາດບໍ່ຄາດຄິດວ່າ Twitter ເປັນພຽແອັບດຽວ (The only third-party application) ທີ່ຢູ່ໃນໂທລະສັບປະທານາທິບໍດີ ໂດຍເວບໄຊທ Axios ໄດ້ລາຍງານວ່າ ທ່ານ ໂດໂນ ທຣັມ ໃຊ້ໂທລະສັບ iPhone ແຕ່ບໍ່ໄດ້ລະບຸລຸ້ນ ເຊິ່ງຄາດວ່າ iPhone ດັ່ງກ່າວອາດມີການອອກແບບມາເປັນພິເສດດ້ວຍລະບົບປ້ອງກັນຂໍ້ມູນຂັ້ນສູງທີ່ທາງ ບໍລິສັດ ແອັບເປີນ ຜະລິດຂື້ນມາເປັນພິເສດ. ຢ່າງໃດກໍຕາມ, ກ່ອນໜ້ານີ້ ທ່ານ ໂດໂນ ທຣັມ ແມ່ນໃຊ້ໂທລະສັບຊໍາຊຸງ ຫຼື Samsung Gallaxy S3 ກ່ອນທີ່ຈະປ່ຽນມາເປັນ iPhone ພາຍຫຼັງເຂົ້າຮັບທໍາແໜ່ງ.
ທີ່ມາ: Fortune /CNBC
-----------------
Post a Comment