ທາງການມຽນມາພົບສົບຜູ້ເສຍຊີວິດແລ້ວ 10 ສົບຈາກເຫດເຮືອບິນຕົກໃນວັນທີ 7 ມິຖຸນາ 2017
ຄວາມຄືບໜ້າຂ່າວເຮືອບິນຕົກ ລ່າສຸດທາງການມຽນມາອອກມາເປີດເຜີຍວ່າພົບ ສົບຜູ້ເສຍຊີວິດແລ້ວ 10 ຄົນ ແລະ ຍັງສູນຫາຍອີກນັບຮ້ອຍ ໂດຍສົບທີ່ພົບແມ່ນເປັນຜູ້ໃຫຍ່ 6 ຄົນ ແລະ ເດັກນ້ອຍ 4 ຄົນ ເຊິ່ງຈຸດທີ່ພົບແມ່ນເຂດທະເລອັນດາມັນ ຫ່າງຈາກເມືອງລ່ອງໂລ່ນ 35 ກມ. ນອກນັ້ນ ທາງເຈົ້າໜ້າທີ່ມຽນມາຍັງລາຍງານຕື່ມວ່າພົບລໍ້ເຮືອບິນ 1 ລໍ້, ເສື້ອຊູຊີບ 2 ໂຕ ແລະ ກະເປົາເດີນທາງອີກຈໍານວນໜຶ່ງ ເຊິ່ງເຮືອບິນທີ່ເກີດເກີດແມ່ນມີຜູ້ໂດຍສາຍມານໍາຈໍານວນ 122 ຄົນ.
ສໍາລັບປະຕິບັດການຄົ້ນກາດເສດເຮືອບິນ,ສົບຜູ້ເສຍຊີວິດ ແລະ ກ່ອງດໍາຍັງນໍາເນີນຕໍ່ເນື່ອງທັງພາກອາກາດ ແລະ ພາກທະເລ ໂດຍຫຍັງວ່າຈະມີຜູ້ລອດຊີວິດ. ຂໍ້ມູນເພີ່ມເຕີມ ເຮືອບິນລໍາດັ່ງກ່າວແມ່ນບີນອອກຈາກເມືອງມະຣິດ ມຸ້ງໜ້າໄປຫາເມືອງຢາງກຸ້ງ ໂດຍສະພາບປົກກະຕິ ແລະ ເຮືອບິນລໍາທີ່ເກີດເຫດແມ່ນລຸ້ນ Y-8 ຜະລິດທີ່ ສປ ຈີນ.
ພາບເຮືອບິນທີ່ເກີດເຫດ
ເຄື່ອງຂອງຜູ້ເສຍຊີວິດ
ບັດປະຈໍາໂຕຜູ້ເສຍຊີວິດ
ລາຍຊື່ຜູ້ໂດຍສານມາກັບເຮືອບິນ Shaanxi Y-8
ລາຍຊື່ຜູ້ໂດຍສານ -2
ລາຍຊື່ຜູ້ໂດຍສານ -3
ລາຍຊື່ຜູ້ໂດຍສານ -4
ລາຍຊື່ຜູ້ໂດຍສານ -5
ທີ່ມາ: AP
© ໂຕະນໍ້າຊາ | tonamcha.com
___________
Post a Comment