Header Ads

ກິນໝາກຖົ່ວລຽນສາມາດຫຼຸດຄວາມອ້ວນໄດ້



ເຊື່ອວ່າຫຼາຍຄົນຄົງສົງໄສ ແລະ ມີຄໍາຖາມໃນໃຈວ່າເປັນຫຍັງຈິງເວົ້າແນວນີ້ ແຕ່ນີ້ແມ່ນຜົນວິໄຈຈາກຕ່າງປະເທດໂດຍລະບຸວ່າ ໝາກຖົ່ວລຽນມີສັບພະຄຸນພີເສດທີ່ສາມາດເຮັດຫຼຸດຄວາມອ້ວນໄດ້:

1. ຊ່ວຍຂ້າເຊື້ອຈາກກໍາມະຖັນໃນກ້າມຊີ້ນທີ່ເປັນສະເໜືອນຢ່າປະຕິຊີວະອ່ອນໆ
2. ຊ່ວຍເຜົາຜານຄວາມຮ້ອນຂອງກຳມະຖັນ ຈິ່ງເຮັດໃຫ້ສາມາດຫຼຸດຄວາມອ້ວນໄດ້
3. ໝາກຖົ່ວລຽນ ມີການຕໍ່ຕ້ານ ອ໊ອກຊີເດັນ ແລະ ວິຕາມິນອິສູງ ຊ່ວຍປ້ອງກັນ ແລະ ຮັກສາມະເຮັງປາກມົດລູກ, ມະເຮັງເຕົ້ານົມ, ຫຼຸດໄຂມັນ ແລະ ຕ້ານຄວາມແກ່ກວ່າໄວ


ການກິນໝາກຖົ່ວລຽນເພື່ອຫຼຸດຄວາມອ້ວນ

1. ເລິ່ມກິນຫຼັງຕື່ນໃນນອນຕອນເຊົ້າ ໄລຍະເວລາ 5.00-7.00 ໂມງ
2. ກິນຄັ້ງລະ 2-3 ບົວ ເທົ່ານັ້ນ
3. ຫຼັງກິນໃຫ້ດື່ມນໍ້າອຸ່ນຕາມໄປນໍາ ແຕ່ກໍ່ຄວນງວດອາຫານເຊົ້າສໍາລັບມື້ນັ້ນ ຫຼື ກິນນ້ອຍລົງ ແລະ ກິນຕິດຕໍ່ກັນເປັນເວລາ 2 ວັນ ເພາະຄວາມຮ້ອນຈາກສານກຳມະຖັນ ແລະ ເສັ້ນໄຍຈາກໝາກຖົ່ວລຽນ ຈະຊ່ວຍລ້າງສິ່ງສົກກະປົກຕ່າງໆໃນລໍາໄສ້ອອກໄປຈິ່ງເຮັດໃຫ້ຄວາມອ້ວນຫຼຸດລົງ.


ຂໍ້ມູນ: ວາລະສານໝໍຊາວບ້ານ 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.