Header Ads

ໃນຕົ້ນ 2017 ປີນີ້ ນັກທ່ອງທ່ຽວເຂົ້າ ສປປ ລາວຫຼຸດລົງ



ທ່ານ​ນາງ ພອນ​ມະ​ລີ ອິນ​ທະພົມ ຮອງ​ຫົວໜ້າ​ກົມ​ພັດທະນາການທ່ອງທ່ຽວ ກະຊວງ​ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້​ກ່າວ​ວ່າ: ໃນ​ປີ 2017 ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ລາວ ເຫັນ​ວ່າ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ 11% ຖ້າ​ທຽບໃສ່​ກັບ​ໄລຍະ 3 ເດືອນຕົ້ນ​ປີຂອງ​ປີຜ່ານມາ ປີ 2016 ມີນັກ​ທ່ອງ​ທ່ຽວ 1,2 ລ້ານ​ກວ່າ​ຄົນ ແລະ ປີ 2017 ມີ 1,1 ລ້ານ​ກວ່າຄົນ ສຳລັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາຫຼາຍ​ກວ່າ​ໝູ່​ແມ່ນ: ໄທ ຈີນ ຫວຽດນາມ ແລະ ອື່ນໆ ໃນ​ປີ 2016 ມີ​ຈຳນວນ​ນັກ​ທ່ອງ​ທ່ຽວເຂົ້າ​ມາ​ເຖິງ 4 ລ້ານ​ກວ່າ​ຄົນ.

ສຳລັບ​ການ​ຫຼຸດ​ລົງ​ຂອງ​ນັກທ່ອງ​ທ່ຽວ​ບໍ່​ສະເພາະ​ແຕ່​ຢູ່ ​ສປປ ລາວ ເຮົາ​ເທົ່າ​ນັ້ນ ແຕ່​ການ​ທ່ອງທ່ຽວ​ໃນ​ຫຼາຍໆ​ປະເທດ ກໍ່​ມີ​ການຫຼຸດ​ລົງ​ເຊັ່ນ​ດຽວ​ກັນ ຖ້າ​ທຽບໃສ່ບັນດາ​ປະເທດ​ໃນ​ຂົງເຂດ​ອາ​ຊຽນ ເຫັນ​ວ່າລາວ​ເຮົາ​ຍັງ​ມີ​ເປີເຊັນ​ທີ່ດີ​ກ່ອນ ເພາະ​ມີ​ບາງ​ປະເທດ ໃນ​ປີຜ່ານ​ມາ ຫຼຸດ​ລົງ​ເຖິງ 50% ຊຶ່ງສະພາບ​ການ​ດັ່ງກ່າວ ສາເຫດໜຶ່ງ​ກໍ່​ແມ່ນ​ເກີດ​ມາ​ຈາກ​ສະພາບການ​ຂອງ​ພາກ​ພື້ນ ແລະ ສາກົນ ໄດ້​ມີ​ການ​ຜັນ​ແປ​ນັກ​ທ່ອງ​ທ່ຽວ ມີ​ການ​ປ່ຽນແປງ​ທາງ​ດ້ານ​ການປະພຶດ​ການທ່ອງທ່ຽວ ມີ​ການ​ໃຊ້ຈ່າຍ​ຢ່າງ​ປະຢັດ​ຂຶ້ນ.



ປັດຈຸບັນ ສຳລັບ​ລາວ ພາກສ່ວນ​ທີ່​ກ່ຽວຂ້ອງ ກໍ່​ຄືຂະແໜງການ​ພັດທະນາການທ່ອງທ່ຽວ ໄດ້​ສຸມ​ໃສ່​ເປັນ​ເຈົ້າ​ການ ປະສານງານ​ກັບ​ຂະແໜງ​ການທ່ອງທ່ຽວ ໃນ​ການ​ສັງ​ລວມ​ຊອກ​ຫາ​ສາເຫດການ​ຫຼຸດ​ລົງ​ຂອງ​ນັກ​ທ່ອງ​ທ່ຽວ ຢູ່​ໃນ​ແຕ່​ລະ​ແຂວງ​ທົ່ວ​ປະເທດ ແລະ ສົມທົບ​ກັບ​ບັນດາ​ຫົວໜ່ວຍທຸລະ​ກິດ ໂຮງແຮມ ຮ້ານ​ອາຫານ ແລະ ອື່ນໆ ເພື່ອ​ພ້ອມ​ກັນຫາ​ວິທີປັບປຸງ​ແກ້​ໄຂ​ ໃນ​ການ​ດຶງ​ດູດການທ່ອງທ່ຽວ​ເຂົ້າ​ມາ​ລາວ​ເພີ່ມຫຼາຍ​ຂຶ້ນ.

ປີ 2017 ເປັນ​ປີ​ສາກົນ​ແຫ່ງການ​ພັດທະນາ​ການທ່ອງທ່ຽວ ເພື່ອ​ຄວາມ​ຍືນ​ຍົງ ສະເພາະ ​ສປປ ລາວ ກໍ່​ໄດ້​ກະກຽມ​ສ້າງປື້ມ​ຄູ່​ມື ການ​ພັດທະນາ​ການທ່ອງ​ທ່ຽວ​ແບບ​ຍືນ​ຍົງ ເພື່ອ​ເປັນບ່ອນ​ອີງ​ໃຫ້​ແກ່​ການ​ພັດທະນາການທ່ອງທ່ຽວ​ໃນຕໍ່ໜ້າ ແລະ ຄາດ​ວ່າ​ຈະ​ໃຫ້​ສຳເລັດໃນ​ປີ 2018 ສ່ວນ​ລັດຖະບານ ກໍ່​ໄດ້​ໃຫ້ຄວາມ​ສຳຄັນ​ຂອງ​ວຽກ​ງານ​ການທ່ອງ​ທ່ຽວ ໄດ້​ຖື​ເປັນ​ໜຶ່ງ​ໃນ 14 ວຽກ​ງານ​ບຸລິມະສິດ​ຂອງ​ລັດ​ຖະບານ ສຳລັບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ໃນ​ປີ 2017 ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍສະຫັດ​ສະ​ວັດ​ຂອງ​ອົງການ​ສະຫະປະຊາ​ຊາດ ແລະ ເປົ້າ​ໝາຍ​ການພັດທະນາແບບ​ຍືນ​ຍົງ ຮອດ​ປີ 2030. 


ທີ່ມາ: ຫນັງສືພິມວຽງຈັນໃຫ່ມ) 
© ໂຕະນໍ້າຊາ | tonamcha.com 
___________


Powered by Blogger.