Header Ads

ໜຸ່ມສິງກະໂປ ຫື່ນຈັດ!! ຮ່ວມເພດກັບຫອຍນາງລົມ ເປືອກຫອຍບາດ ຍິບ 67 ເຂັມ!





ໃນວັນທີ 15 ມິຖຸນາ ຜ່ານມາ - ເວບໄຊ້ເທເລກຣາບຊັນ ສື່ຂອງປະເທດອັງກິດ ລາຍງານວ່າມີເລື່ອງແປກປະລາດ ໂດຍມີໜຸ່ມອາຍຸ 26 ປີ ຈາກເມືອງອາວກັງ ປະເທດສິງກະໂປ ເກືອບຕ້ອງສູນເສຍອາໄວຍະວະເພດ ຈາກການພະຍາຍາມມີເພດສໍາພັນກັບຫອຍນາງລົມ  ທີ່ຊາຍຄົນທີຊື້ມາຈາກຕະຫຼາດສົດ. 

ໃນລາຍງານລະບຸວ່າ ໜຸ່ມຄົນນີ້ນອນພັກຮັກສາບາດແຜທີ່ໂຮງໜໍ ທີ່ເກີດຈາກເປືອກຫອຍນາງລົມບາດ ເຊິ່ງຕໍ່ມາເຂົາເຜີຍລາຍລະອຽດວ່າ ເຫດທີ່ເຮັດແບບນີ້ຍ້ອນໄດ້ຮັບແຮງບັນດານໃຈຈາກການລາຍງານຂ່າວ ວ່າມີຜູ້ຍິງສິງກະໂປນອນແກ້ເສື້ອຜ້າອາບແດດ ແລະ ຖືກກະປູກັດອາໄວຍະວະເພດ.​


ຊາຍໜຸ່ມຄົນນີ້ຍອມຮັບວ່າ ພາບຖ່າຍຫອຍນາງລົມ ປຸກເລົາອາລົມທາງເພດຂອງຜູ້ກ່ຽວ ແລະ ເມື່ອຍ່າງຜ່ານຕະຫຼາດສົດຕອນເລິກວຽກ ຈິ່ງແວະຊື້ຫອຍນາງລົມມາໂຕໜຶ່ງ ໂດຍຊາຍໜຸ່ມຄົນນີ້ຂໍໃຫ້ຄົນຂາຍເລືອກໂຕໃຫຍ່ທີ່ສຸດໃຫ້ 1 ຕົວ ແລ້ວເຂົາກໍກັບທີ່ພັກ ເຊິ່ງເມື່ອກັບເຖິງທີ່ພັກກໍປະຕິບັດຕາມແຜນທີ່ຄິດໄວ້ ແຕ່ໜຸ່ມຄົນນີ້ກັບໂຊກຮ້າຍ ພາດໄປຖືກເປືອກຫອຍບາດອາໄວຍະວະເພດກາຍເປັນແຜເລິກພໍຄວນ ຈົນຮ້ອງດັ່ງຄັບຫ້ອງຈາກຄວາມເຈັບປວດ ກ່ອນທີ່ຈະໝົດສະຕິ ແລະ ຟື້ນຂື້ນມາກໍຢູ່ທີ່ໂຮງໜໍ ແລ້ວ.  ສໍາລັບບາດແຜທີ່ເກີດຈາກເປືອກຫອຍບາດແມ່ນເລິກສົມຄວນ ໂດຍແພດຕ້ອງຍິບເຖິງ 67 ເຂັມ  ແລະ ເພື່ອນຫ້ອງທີ່ສົ່ງໂຕລາວໄປໂຮງໝໍເລົ່າວ່າ ໄດ້ຍິນສຽງຮ້ອງດັງ ຄິດວ່າມີຄົນຮ້າຍບຸກເຂົ້າມາແທງຊາຍຄົນນີ້ ແຕ່ພໍເຂົ້າໄປໃນຫ້ອງກັບພົບແຕ່ຫອຍນາງລົມ, ສານຫຼໍ່ລືນ ແລະ ກອງເລືອກຜູ້ຊາຍຄົນດັ່ງກ່າວຈິ່ງນໍາໂຕສົ່ງໂຮງໝໍທັນທີ.

ທີ່ມາ: ເທເລກຣາບຊັນ/springnews 
© ໂຕະນໍ້າຊາ | tonamcha.com  
___________



Powered by Blogger.