Header Ads

ສາເຫດໄຟໄໝ້ ອາພາດເມັ້ນ 24 ຊັ້ນ ທີ່ລອນດອນ ສາເຫດມາຈາກຕູ້ເຢັນລະເບີດ




ສໍານັກຂ່າວຕ່າງປະເທດລາຍງານວ່າເຫດໄຟໄໝ້ ອາພາດເມັ້ນ 24 ຊັ້ນທີ່ລອນດອນ ໃນວັນທີ່ 14 ມິຖຸນາ ຜ່ານມາ ແມ່ນເກີດຈາກຕູ້ເຢັນລະເບີດ ໂດຍຕົ້ນໄຟແມ່ນມາຈາກຫ້ອງພັກໃນຊັ້ນທີ 4 ຂອງຕຶກ  ເຊິ່ງ ບີໄຮລູ ເຄບີດີ ເຈົ້າຂອງຫ້ອງເປັນຄົນທີ່ໂທລະສັບແຈ້ງເຈົ້າໜ້າທີ່ດັບເພິງ ເຮັດໃຫ້ເຈົ້າໜ້າທີ່ມາເຖິງທີ່ເກີດເຫດພາຍໃນເວລາ 6 ນາທີ. ນອກນັ້ນ  ບີໄຮລູ ຍັງເປັນຄົນທີ່ແຈ້ງເຕືອນເພື່ອນຫ້ອງໃຫ້ຮີບໜີອອກຈາກອາພາດເມັ້ນ ຈົນເຮັດໃຫ້ມີຜູ້ລອດຊີວີດຈໍານວນຫຼາຍ. 



ສໍາລັບ ບີໄຮລູ ເຄບີດີ ເປັນຄົນຂັບລົດແທ໊ກຊີ ອາໄສຢູ່ໃນອາພາດເມັ້ນນີ້ມາຫຼາຍປີ ແລະ ຖືກວ່າເຂດນີ້ເປັນທີ່ຄົນທຸກທີ່ອ້ອມຮອບດ້ວຍຄົນລໍາລວຍ ທີ່ຖືກໄລ່ທີ່ມາຈາກບ່ອນອື່ນເມື່ອ 40 ປີຜ່ານມາ. 




ແມຣິແນ ອາດາມ ໜຶ່ງໃນຜູ້ລອດຊີວິດຈາກເຫດ​ໄຟໄໝ້ ອາພາດເມັ້ນ 24 ຊັ້ນໃນຄັ້ງນີ້ ທັງເປັນເພື່ອນຫ້ອງທີ່ຢູ່ຕິດກັບຫ້ອງ   ບີໄຮລູ ເຄບີດີ ເຊິ່ງເປັນຫ້ອງຕົ້ນເພີງ ຢືນຢັ້ນວ່າເຫັນໄຟໄໝ້ພຽງເລັກນ້ອຍເທົ່ານັ້ນ ແຕ່ກັບລຸກລາມໄປໂດຍໄວຈົນທົ່ວທັງຕຶກພາຍໃນເວລາບໍ່ເທົ່າໃດນາທີ.  



ຢ່າງໃດກໍຕາມ ຜູ້ຊ້ຽວຊານດ້ານອັກຄີໄພເປີດເຜີຍວ່າ ສາເຫດທີ່ໄຟລຸກລາມໄປໂດຍໄວມີປັດໃຈມາຈາກວັດສະດຸທີ່ຫຸ້ມຕຶກນີ້ເປັນວັດສະດຸລາຄາຖືກ ແລະ ຕິດໄຟງ່າຍ ຈົນເຮັດໃຫ້ເລື່ອງນີ້ກາຍເປັນປະເດັນໃໝ່ ເລື່ອງຊົນຊັ້ນລະຫວ່າງຄົນທຸກ ແລະ ຄົນລວຍໃນເຂດເຄນຊິງຕັນ ທີ່ເປັນທີ່ຕັ້ງຂອງຕຶກທີ່ເກິດເຫດໄຟໄໝ້ໃນຄັ້ງນີ້. 

© ໂຕະນໍ້າຊາ | tonamcha.com  
___________



Powered by Blogger.