Header Ads

ສະຫະລັດສຶບຕໍ່ໃຫ້ທຶນ 24 ຕື້ກີບຊ່ວຍເກັບກູ້ລະເບີດບໍ່ທັນແຕກ ທີ່ແຂວງຊຽງຂວາງ



ລັດຖະບານສະຫະລັດອາເມລິກາສືບຕໍ່ໃຫ້ທຶນຊ່ວຍເຫລືອລ້າເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກປະມານ 24 ຕື້ກີບຢູ່ແຂວງຊຽງຂວາງ ຂະນະທີ່ ບັນຫາລະເບີດບໍ່ທັນແຕກໃນປາງສົງຄາມຍັງສືບຕໍ່ຂົ່ມຂູ່ປະຊາຊົນລາວ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.

ພິທີເຊັນສັນຍາໃຫ້ທຶນຊ່ວຍເຫລືອລ້າໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ້,ໂດຍລົງນາມຄວາມເຂົ້າໃຈ, ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ (ຄຊກລ) ລະຫວ່າງ ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ທ່ານ ນາງ Blossum Gilmour ຫົວຫນ້າອົງການ ເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ ໂດຍການເປັນສັກສັກຄີພິຍານ ຂອງ ທ່ານ ນາງ ຣີນາ ບິດເຕີ ອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ລັດຖະບານສະຫະລັດອາເມລິກາ ໄດ້ມອບທຶນການຊ່ວຍເຫລືອແກ່ ອົງການເກັບກູ້ລະເບີດແມັກປະຈໍາ ສປປ ລາວເພື່ອໃຊ້ເຂົ້າໃນການສຳຫລວດ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ໃນຕົວເມືອງເປົ້າໝາຍທີ່ແຂວງຊຽງຂວາງ. ທຶນດັ່ງກ່າວຈະນໍາໃຊ້ເຂົ້າໃນການສໍາຫລວດທີ່ບໍ່ເປັນວິຊາການ ເຊິ່ງກວມເອົາ 94 ໝູ່ບ້ານ ແລະ ການສໍາຫລວດທາງດ້ານວິຊາການເຊິ່ງກວມເອົາເນື້ອທີ່ປະມານ 46.860.000 ຕາແມັດ ພ້ອມນີ້ ທຶນດັ່ງກ່າວຍັງຈະໄດ້ໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກໃນເນື້ອທີ່ຫລາຍກວ່າ 3.408.000 ຕາແມັດ ໃນເຂດເມືອງ ໜອງແຮດ, ເມືອງຄູນ ແລະ ເມືອງຜະໄຊ.

ທ່ານ ເອກອັກຄະລັດຖະທູດສະຫະລັດອາເມລິກາ ຣີນາ ບິດເຕີ ໄດ້ກ່າວໃນພິທີເຊັນສັນຍາວ່າ: ການມອບທຶນການຊ່ວຍເຫລືອ ແມ່ນເປັນການປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ ນີ້ບໍ່ແມ່ນພຽງແຕ່ເພື່ອ ຮັບປະກັນຄວາມປອດໄພ ໃຫ້ແກ່ປະຊາຊົນໃນຊຸມຊົນທີ່ຫ່າງໄກສອກຫລີກເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ ໃນເຂດຫ່າງໄກສອກຫລີກຢູ່ ສປປ ລາວ. ທ່ານເອກອັກຄະລັດຖະທູດ ໄດ້ກ່າວອີກວ່າ: ແຂວງຊຽງຂວາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດ ທີ່ຍັງບໍ່ທັນແຕກ ແລະ ປະຊາຊົນ ອາເມລິກາ ມີຄວາມພາກພູມໃຈໃນການໃຫ້ການສະໜັບສະໜູນ (ຄຊກລ) ໃນການເຮັດວຽກຮ່ວມກັບ ອົງການເກັບກູ້ລະເບີດ ແມັກ ໃນການເສີມສ້າງການພັດທະນາເປັນກ້າວໆ.

ເວບໄຊຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) http://www.uxolao.org/index.p…/…/the-uxo-problem/uxo-victims ໄດ້ເປີດເຜີຍວ່າ: ນັບແຕ່ປີ 1996-2017 ນີ້ ລະເບີດຕົກຄ້າງບໍ່ທັນແຕກໃນປາງສົງຄາມໄດ້ເຮັດໃຫ້ເດັກນ້ອຍ ແລະ ຜູ້ໃຫຍ່ເສຍຊີວິດ ແລະ ຮັບບາດເຈັບຈໍານວນບໍ່ໜ້ອຍໃນທົ່ວປະເທດ ໃນນັ້ນເສຍຊີວິດ 500 ກວ່າຄົນ ແລະ ບາດເຈັບ 1.000 ກວ່າຄົນ.

ລະຫວ່າງສົງຄາມອິນໂດຈີນ 1964-1973 ນັ້ນ ຜູ້ຮຸກຮານໄດ້ເອົາລູກລະເບີດຫລາຍກວ່າ 2 ລ້ານໂຕນຖິ້ມໃສ່ ສປປ ລາວ ຈົນເຖິງປັດຈຸບັນນີ້ຍັງຄົງຢູ່ເກືອບທົ່ວທຸກແຂວງ ແຕ່ບັນດາແຂວງທີ່ມີລູກລະເບີດຕົກຄ້າງຫລາຍກວ່າໝູ່ປະກອບມີ: ສະຫວັນນະເຂດ, ຊຽງຂວາງ, ຄໍາມ່ວນ ແລະ ສາລະວັນ.

ທີ່ມາຂປລ 
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.