Header Ads

ລັດເຊຍເປີດຕົວຊຸດເກາະທະຫານທີ່ທັນສະໄໝທີ່ສຸດໃນໂລກຢ່າງທາງການ



ອີງຕາມສຳນັກຂ່າວ RT ລາຍງານໃນວັນ 4 ກໍລະກົດ 2017 ວ່າ ລັດເຊຍເປີດຕົວຊຸດເກາະທະຫານທີ່ທັນສະໄໝທີ່ສຸດໃນໂລກຢ່າງທາງການ ເຊິ່ງເປັນຕົ້ນແບບຊຸດເກາະຂອງທະຫານລັດເຊຍແບບໃໝ່ ທີ່ MISIS ຢູ່ນະຄອນຫຼວງມົດສະກູ.  ຂໍ້ມູນລະບຸເພີ່ມເຕີມວ່າ ຊຸດເກາະທະຫານທີ່ເປີດໂຕນີ້ແມ່ນມີລັກສະນະຄ້າຍຄືກັບຊຸດແຕ່ງກາຍຂອງຕົວລະຄອນ Stormtrooper ໃນຮູບເງົາມະຫາກາບ Star Wars  (Star Wars outfits) ທີ່ໂດ່ງດັງໃນທົ່ວໂລກ ແລະ ລັດເຊຍກໍແຜນທີ່ຈະນໍາໃຊ້ກາະທະຫານຕົ້ນແບບນີ້ໃນກອງທັບຂອງລັດເຊຍໃນອະນາຄົດ.​




ນອກນັ້ນ,​ ລັກສະນະພິເສດຂອງຊຸດເກາະນີ້ແມ່ນການເສີມການປ້ອງກັນທີ່ແຂງແຮງໃຫ້ກັບຜູ້ສວມໃສ່ ພ້ອມກັບມີໝວກທີ່ມີລະບົບເບິ່ງເຫັນໃນເວລາກາງຄືນນໍາອີກ. 









ທີ່ມາ:  RT
© ໂຕະນໍ້າຊາ | tonamcha.com   
___________


Powered by Blogger.