Header Ads

ລາວ-ໄທ ຫາລືການປັກຫລັກໝາຍຊາຍແດນ ພ້ອມສົ່ງເສີມການທ່ອງທ່ຽວ


ໃນ​ວັນ​ທີ 20 ກໍລະກົດ 2017ນີ້ ຄະນະ​ເຈົ້າໜ້າທີ່​ອາວຸ​ໂສ ພາຍ​ໃຕ້​ຄະນະ​ ກຳມາ​ທິການ​ຊາຍ​ແດນ​ຮ່ວມ ລາວ-​ໄທ ​ໄດ້​ຈັດ​ກອງ​ປະຊຸມ​ຂຶ້ນ ​ທີ່​ອຳ​ເພີຊຽງຂອງ ຈັງຫວັດ​ຊຽງຣາຍ ປະ​ເທດ​ໄທ ເພື່ອ​ເຮັດ​ບົດ​ບັນທຶກ​ ການ​ກວດກາ​ສະພາບ ພູມ​ປະ​ເທດບໍລິ​ເວນ​ຊາຍ​ແດນ ແກ້ງ​ຜາ​ໄດ ​ແລະ ຜາ​ຕັ້ງ-​ຜາບ່​ອງ, ທັງ​ຮ່ວມ​ກັນ​ຊຸກຍູ້​ ສົ່ງ​ເສີມ​ການທ່ອງທ່ຽວ ຂ້າມ​ຊາຍ​ແດນ ລາວ-​ໄທ ​ເຊິ່ງຝ່າຍ​ລາວ ​ນຳ​ໂດຍ ທ່ານ​ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ​​ແຫ່ງ ສປປ ລາວ ແລະ ຝ່າຍ​ໄທ​ ນຳ​ໂດຍ​ທ່ານ ວະ​ສິນ ທິຣະ​ເວດ​ຊະຍານ ທີ​ປຶກສາ​ກະຊວງ​ການ​ປະ​ເທດ ​ແຫ່ງ ຣາ​ຊະ​ອານາຈັກ​ໄທ.



ການ​ສຳ​ຫລວດພູມ​ປະ​ເທດຕົວ​ຈິງ ບໍລິ​ເວນ​ແກ້ງ​ຜາ​ໄດ ​ແມ່ນ​ການ​ປະຕິບັດ​ຕາມ​ຂໍ້ 4.3.4.1 ຂອງ​ກອງ​ປະຊຸມ​ຄະນະ ​ກຳມາ​ທິການ​ຊາຍ​ແດນຮ່ວມ ລາວ-​ໄທ ຄັ້ງ​ທີ 8 ສະບັບລົງ​ວັນ 7 ມີນາ 2007 ທີ່​​ແຂວງ ​ຫລວງ​ພະ​ບາງ ສປປ ລາວ; ສຳລັບການ​ສຳ​ຫລວດ ພູມ​ມີປະ​ເທດຕົວ​ຈິງ ບໍລິ​ເວນ​ຜາຕັ້ງ-​ຜາບ່​ອງ ​ແມ່ນ​ການ​ປະຕິບັດ​ ຕາມ​ຂໍ້ 9 ຂອງບົດ​ບັນທຶກກອງ​ປະຊຸມ ​ຄະນະ​ກຳມາ​ທິການ​ຊາຍ​ແດນຮ່ວມ ລາວ-​ໄທ ຄັ້ງ​ທີ 10 ສະບັບລົງ​ວັນ 23 ມັງກອນ 2015 ທີ່​​ນະຄອນຫລວງ​ວຽງຈັນ ​ແລະ ​ເປັນ​ໄປ​ຕາມການ​ປຶກສາ​ຫາລື​ ລະຫວ່າງ ປະທານຄະນະ​ ເຈົ້າໜ້າທີ່​ອາວຸ​ໂສ ພາຍ​ໃຕ້​ຄະນະ ​ກຳມາ​ທິການ​ຊາຍ​ແດນ​ຮ່ວມ ລາວ-​ໄທ ​ໃນ​ວັນ​ທີ 2 ກຸມພາ 2017 ທີ່ ​ດ່ານ​ວັງ​ເຕົ່າ-​ຊ່ອງ​ເມັກ ຈັງຫວັດ​ ອຸບົນຣາຊະ​ທານີ ປະ​ເທດ​ໄທ ​ເຊິ່ງທັງ​ສອງ​ຝ່າຍ ​ໄດ້​ເຫັນ​ດີ​ລົງ​ກວດກາ​ພູມມີ​ປະ​ເທດ​ຕົວ​ຈິງ ບໍລິ​ເວນ​​ຜາໝົ່ນ ​ໃກ້​ກັບ​ບໍລິ​ເວນ ​ຜາ​ຕັ້ງ-​ຜາບ່​ອງ ​ໂດຍ​ສອງ​ຝ່າຍ​ ໄດ້​ກຳນົດ​ ໃຫ້​ມີ​ການ​ສຳ​ຫລວດ​ຮ່ວມ​ກັນ ​ໃນ​ລະຫວ່າງ​ວັນ​ທີ 27-28 ມິຖຸນາ ​ແລະ ວັນ​ທີ 19-21 ກໍລະກົດ 2017. ແຕ່​ດ້ວຍ​ສະພາບ​ດິນ​ຟ້າ​ອາກາດ ບໍ່​ເອື້ອ​ອຳນວຍ ສອງ​ຝ່າຍ​ຈຶ່ງ​ໄດ້​ເຫັນ​ດີ​ເລື່ອນ​ການ​ສຳ​ຫລວດ​ ບໍລິ​ເວນ​ຜາໝົ່ນ ​ໃນ​ໄລຍະ​ເວລາ ​ແລະ ສະພາບ​ອາກາດ​ທີ່​ເໝາະສົມ.

ສຳລັບການ​ສຳ​ຫລວດ ພູມ​ມີປະ​ເທດຕົວ​ຈິງ ບໍລິ​ເວນ​ແກ້ງ​ຜາ​ໄດ ​ໄດ້​ເລີ່​ມຈາກ​ບໍລິ​ເວນ ​ສຸດ​ເສັ້ນທາງ​ຕີນ​ພູ​ ເບື້ອງ​ຝັ່ງ​ໄທຂຶ້ນ​ໄປ ​ໂດຍ​ຜ່ານ​ບໍລິ​ເວນ ​ຫລັກ​ໄມ້​ທົດ​ແທນ​ຫລັກ​ໄມ້​ເດີມ ​ເຊິ່ງປະທານຄະນະ​ອະນຸກຳມາທິການ ​​ເຕັກນິກຮ່ວມ ລາວ-​ໄທ ​ໄດ້​ປັກ​ໄວ້​ ເມື່ອ​ວັນ​ທີ 6 ພຶດສະພາ 1997 ຈົນ​ເຖິງ​ບໍລິ​ເວນ​ເປີ້ນພູ ​ແລະ ອານ​ມ້າ ຫ່າງ​ຈາກ​ຫລັກ​​ໄມ້ ທົດ​ແທນ​ທຳ​ອິດປະມານ 200 ​ແມັດ ​ແລະ ຢູ່​ລະຫວ່າງ​ກາງ​ຫລັກ​ໄມ້​ທຳ​ອິດ ແລະ ຫລັກ​ໄມ້​​ເພີ່ມ​ເຕີມ ​ທີ່​ປັກ​ໄວ້​ເມື່ອ​ ປີ 2003. ສອງ​ຝ່າຍ​ໄດ້​ເຫັນ​ດີ ​ມອບໝາຍ​ໃຫ້ຄະນະ​ອະນຸກຳມາະທິການ ​​ເຕັກນິກຮ່ວມ ລາວ-​ໄທ, ​ໄທ-​ລາວ ປຶກສາ​ຫາລື ​ຂີດ​ທິດ​ເນັ່ງ​ສັນ​ປັນ​ນ້ຳ ທີ່​ເປັນ​ເອກະ​ພາບ​ ໃນ​ແຜນຜັງ​ສະໜາມ​ໃຫ້​ສຳ​ເລັດ​ ໂດຍ​ໄວ​ແລ້ວ ລາຍ​ງານ​ໃຫ້ຄະນະ​ ເຈົ້າໜ້າທີ່​ອາວຸ​ໂສຮ່ວມ ລາວ-​ໄທ, ​ໄທ​-ລາວ ຊາບ.


ສ່ວນ​ບໍລິ​ເວນ ​ຜາ​ຕັ້ງ-​ຜາບ່ອງ ສອງ​ຝ່າຍ​ໄດ້​ສຳ​ຫລວດ ​ພູມ​ມີປະ​ເທດ​ຕົວ​ຈິງ ​ເລີ່​ມຈາກ​ຈຸດ​ທີ່​ເປັນ​ບ່ອນ​ຈອດ​ລົດ ​ທາງ​ເບື້ອງ​ໄທ ຜ່ານ​ປະຕູ​ໂຂງ​ຂຶ້ນ​ຕາມ​ຂັ້ນ​ໄດ ​ໄປ​ຕາມ​ບໍລິ​ເວນ​ສັນພູ​ ຜ່ານ​ຈຸດຊົມວິວ (ສາລາ​ນາຍ​ພົນ​ລີ) ຈົນ​ໄປ​ເຖິງ​ບໍລິ​ເວນ ​ພະພຸດທະ​ຮູບ; ສອງ​ຝ່າຍ​ເຫັນ​ດີ​ ໃຫ້ຄະນະ​ອະນຸກຳມາທິການ​​ເຕັກນິກຮ່ວມ ລາວ-​ໄທ ປຶກສາ​ຫາລື​ການ​ສຳ​ຫລວດ ​ເກັບ​ລາຍ​ລະອຽດ ​ແລະ ​ແຕ້ມ​ແຜນຜັງ​ສະໜາມ ພ້ອມ​ທັງ​ກຳນົດ​ຈຸດ ​ທີ່​ຈະພິຈາລະນາ​ກໍ່ສ້າງ ຫລັກໝາຍຊາຍ​ແດນ​ ເລກທີ 2-07 ​ແລ້ວ​ລາຍ​ງານ ​ໃຫ້ຄະນະ​ອະນຸກຳມາທິການ ​​ເຕັກນິກຮ່ວມ ລາວ-​ໄທ; ມອບໝາຍ​ໃຫ້​ ຄະນະ​ອະນຸ​ກຳມະການ​ນີ້ ສຶກສາທິດ​ທາງ​ ການ​ດຳ​ເນີນ​ສຳ​ຫລວດ ​ເກັບ​ລາຍ​ລະອຽດ ​ແລະ ​ແຕ້ມ​ແຜນຜັງ​ສະໜາມ ບໍລິ​ເວນ​ຜາ​ຕັ້ງ-​ຜາ​ບ່ອງ ​ແລ້ວ​ລາຍ​ງານ​ຜົນ ​ໃຫ້ຄະນະ​ກຳມາ​ທິການ​ ຊາຍ​ແດນ​ຮ່ວມ ລາວ-​ໄທ ຊາບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ຝ່າຍ​ໄທ ຍັງ​ເຫັນ​ວ່າ ການ​ກຳນົດ​ເສັ້ນ​ຊາຍ​ແດນ​ ໃນ​ບໍລິ​ເວນ​ນີ້ ຍັງ​ດຳ​ເນີນ​ການ​ຕາມ​ຂະ​ບວນ ຂອງ​ກົດໝາຍ ຈຶ່ງ​ຈະ​ສາມາດ ​ກໍ່ສ້າງ​ຫລັກໝາຍ​ໄດ້.


ກອງ​ປະຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​ຍັງ​ເຫັນ​ດີ​ຊຸກຍູ້, ​ສົ່ງ​ເສີມ​ການທ່ອງທ່ຽວ ຂ້າມ​ຊາຍ​ແດນ​ ລາວ-​ໄທ, ໄທ-​ລາວ ​ແຕ່​ບໍລິ​ເວນ​ແກ້ງ​ຜາ​ໃດ ຈົນ​ເຖິງ​ຊ່ອງ​ທາງກິ່ວ ​ແລະ ບ້ານ​ຮວກ ​ໃຫ້​ເປັນ​ຮູບ​ປະ​ທຳ​ ໄປຄຽງຄູ່​ກັບ​ການ​ພັດທະນາ ​ພື້ນທີ່​ບໍລິ​ເວນ​ຊາຍ​ແດນ ລາວ-​ໄທ ​ໂດຍ​ມອບ​ໃຫ້ໜ່ວຍງານ​ ທ່ອງ​ທ່ຽວທ້ອງ​ຖິ່ນ ​ຂອງ​ສອງ​ປະ​ເທດ ​ເປັນໜ່ວຍງານ​ຫລັກ​ ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ ໃຫ້​ເປັນ​ຮູບ​ປະ​ທຳ​ຕໍ່​ໄປ.



ແຫຼ່ງຂ່າວຣາຊະ​ວົງ/ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com 
___________


Powered by Blogger.