Header Ads

ແຝດຊາວບັງກາເທດ Rabia ແລະ Rukia ຄາດວ່າຈະໄດ້ຜ່າຕັດໃນໄວໆນີ້ !


ສໍານັກຂ່າວຕ່າງປະເທດລາຍງານວ່າ : ແຝດສອງເອື້ອຍນ້ອງ Rabia ແລະ Rukia ຊາວບັງກາເທດ ໄດ້ເຂົ້າກວດສຸຂະພາບ ແລະ ຮັກສາໂຕທີ່ໂຮງໝໍໃນປະເທດບັງກາເທດ ໃນອາທິດຜ່ານມາ ໂດຍທີມແພດຜູ້ຈະທໍາການຜ່າຕັດໄດ້ປະເມີນ ແລະ ວິເຄາະການຜ່າຕັດແຍກຫົວອອກຈາກກັນນັ້ນວ່າຄວາມເປັນໄປໄດ້ຫຼາຍນ້ອຍພຽງໃດ ແລະ ມີຄວາມສ່ຽງດ້ານອື່ນໆ ຫຼື ບໍ່ ເຊິ່ງໃນຕອນນີ້ຍັງຢູ່ໃນຂະບວນການເຄາະຂອງທີມແພດ. 





ຂໍ້ມູນເບື້ອງຕົ້ນລະບຸວ່າ Rabia ແລະ Rukia ເກີດໃນຄລິນິກໃນເມືອງ  Pabna ປະເທດບັງກາເທດໃນວັນທີ 16 ກໍລະກົດ 2016 ຜ່ານມາ ໂດຍພໍ່ແມ່ຂອງ  Rabia ແລະ Rukia ບໍ່ຮູ້ເລີຍວ່າລູກຈະອອກມາຫົວຕິດກັນຈົນກະທັງເກີດທັງສອງອອກມາ. 







© ໂຕະນໍ້າຊາ | tonamcha.com    
__________


Powered by Blogger.